ປີນີ້! ແຂວງອັດຕະປືຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 30.000 ຄົນ

0
769

ໃນຄາດໝາຍສູ້ຊົນປີ 2022 ນີ້ຂອງຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ກໍານົດໄວ້ວ່າ: ຈະສູ້ຊົນດືງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຢູ່ພາຍ ໃນແຂວງ ໃຫ້ໄດ້ 30.000 ຄົນ, ພ້ອມວາງຄາດໝາຍກະຈ່າຍລາຍໄດ້ຈາກການທ່ອງທ່ຽວ ໃຫ້ໄດ້ 10 ຕື້ກວ່າກີບ.

ທ່ານນາງ​ ບຸນທົງ​ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງ ທ່ຽວ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ປີ 2021 ແລະ ທິດ ທາງປີ 2022 ເມື່ອວັນທີ 11 ມີນາ 2022 ໃຫ້ຮູ້ວ່າ:

ໃນປີ 2022 ນີ້ແຂວງອັດຕະປື ກໍ່ຄືຂະແໜງການທ່ອງທ່ຽວຂອງແຂວງ ຈະສຸມໃສ່ປັບປຸງປະຕິບັດແຜນຟື້ນຟູການທ່ອງທ່ຽວ ຫຼັງການແຜ່ລະບາດຂອງພະຍາດໂຄວິດ 19 ໃນບັນດາກິດຈະກໍາຫຼັກ ແລະ ກິດຈະກໍາຍ່ອຍ ຂັ້ນແຂວງ, ເມືອງ ແລະ ພາກທຸລະກິດບໍລິການໃນແຫຼ່ງທ່ອງທ່ຽວ,ພັດທະນາແຫຼ່ງທ່ອງ ທ່ຽວທາງດ້ານທໍາມະຊາດ,ວັດທະນະທໍາ ແລະ ທາງປະຫວັດສາດໃຫ້ໄດ້ 2 ແຫ່ງ, ພ້ອມນັ້ນຍັງຈະໄດ້ມີການເຜີຍແຜ່ແຜນຟື້ນຟູການທ່ອງທ່ຽວຂອງແຂວງ ຫຼັງໂຄວີ-19 ໃຫ້ຫົວໜ່ວຍທຸລະກິດຜູ້ປະກອຍບການ ແລະ ອຳນາດການປົກຄອງຢູ່ບັນດາເມືອງ, ສົມທົບກັບພະແນກສາທາລະນະສຸກແຂວງ ກວດກາຮັບຮອງເອົາກິດຈະການບໍລິການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ 19 ໃຫ້ໄດ້ໃນສະຖານທີ່ບໍລິການທີ່ສໍາຄັນ ແລະ ຮ່ວມກັບພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ລົງສຳຫຼວດກຳນົດຂອບເຂດ ແລະ ປັກຫຼັກ ໝາຍດິນສະຫງວນເພື່ອການທ່ອງທ່ຽວຢູ່ 4 ເມືອງ,ມີຈໍານວນ 18 ແຫ່ງ,ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງສຳຫຼວດ, ເກັບກຳຂໍ້ມູນ ເພື່ອສ້າງແຜນພັດທະນາແຫຼ່ງທ່ອງທ່ຽວຕິດພັນກັບການກະສິກຳ ຢູ່ເມືອງສະໜາມໄຊ,ຊຸກຍູ້ກິດຈະການພັດທະນາຂອງບໍລິສັດທີ່ໄດ້ຮັບການອະນຸຍາດພັດທະນາແຫຼ່ງທ່ຽວ ໃຫ້ປັບປຸງພັດທະນາ ແລະ ເປີດບໍລິການຮອງຮັບແຂກໄດ້ ໃນໂອກາດລັດຖະບານເປີດປະເທດຮັບນັກທ່ອງທ່ຽວຫຼັງໂຄວິດ 19 ແລະ ຮອງຮັບນັກທ່ອງທ່ຽວ ຕາມນະໂຍບາຍສົ່ງເສີມການທ່ອງ ທ່ຽວ “ລາວທ່ຽວລາວ”

ທ່ານນາງ​ ບຸນທົງ​ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງ ທ່ຽວ ແຂວງອັດຕະປື ໃຫ້ຮູ້ຕື່ມວ່າ: ໃນປີ 2021 ທີ່ຜ່ານມາ ການດໍາເນີນທຸລະກິດທ່ອງທ່ຽວພາຍ ໃນແຂວງອັດຕະປື ໄດ້ຮັບຜົນກະທົບໜັກສົມຄວນຈາກການແຜ່ລະບາດຂອງພະຍາດໂຄວິດ 19 ເຊິ່ງເຮັດໃຫ້ຈໍານວນນັກທ່ອງ ທ່ຽວ ທີ່ເຂົ້າມາທ່ອງທ່ຽວຢູ່ພາຍ ໃນແຂວງມີຈໍານວນຫຼຸດລົງບໍ່ເປັນໄປຕາມແຜນການຄາດໝາຍເອົາໄວ້ໃນເບື້ອງຕົ້ນຄື: ຕາມແຜນແມ່ນ 179.000 ຄົນ,ປະຕິບັດໄດ້ພຽງແຕ່ 17.539 ຄົນ,ສ່ວນການ ກະຈາຍລາຍຮັບຕາມແຜນເບື້ອງ ຕົ້ນມີ 66 ຕື້ກີບ,ປະຕິບັດໄດ້ພຽງແຕ່ 6 ຕື້ກວ່າກີບ.

ທ່ານນາງ​ ບຸນທົງ​ ບຸບຜາສະຫວັນ ຍັງໃຫ້ຮູ້ຕື່ມວ່າ: ປະຈຸບັນທົ່ວແຂວງອັດຕະປື ມີແຫຼ່ງທ່ອງທ່ຽວດ້ານທຳມະຊາດ 39 ແຫ່ງ,ທາງດ້ານວັດທະນະທຳ 19 ແຫ່ງ, ປະ ຫວັດສາດ 12 ແຫ່ງ,ມີຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວທັງ ໝົດ 157 ຫົວໜ່ວຍ,ມີບໍລິສັດທ່ອງທ່ຽວ 3 ຫົວໜ່ວຍ,ໂຮງແຮມມີ 20 ແຫ່ງ, ຣີສອດ 1 ແຫ່ງ, ເຮືອນພັກ 34 ຫຼັງ,ຮ້ານອາຫານ 62 ຮ້ານ,ຮ້ານກິນດື່ມ 36 ຮ້ານ, ຮ້ານບັນເທິງ 1 ຫົວໜ່ວຍ,ເຊິ່ງທັງໝົດເປັນພື້ນຖານທີ່ດີໃຫ້ແກ່ການບໍລິການບັນດານັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະ ເທດໄດ້ດີສົມຄວນ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here