ອົງການເກັບກູ້ລະເບີດແຂວງອັດຕະປື ປະຕິບັດການທໍາລາຍລະເບີດລູກບົມ 500 ປອນ Mk 82

0
1252

ວັນທີ 11 ມີນາ 2022, ອົງການເກັບກູ້ລະເບີດປະຈໍາແຂວງອັດຕະປື ໄດ້ປະຕິບັດການທໍາລາຍລະເບີດບໍ່ທັນແຕກ ຊະນິດລູກບົມ 500 ປອນ Mk82 ທີ່ຕົກຄ້າງສະໃໝປາງສົງຄາມ ຢູ່ເຂດບ້ານນໍ້າຊວນ ເມືອງພູວົງ ແຂວງອັດຕະປື.

ທ່ານ ໄຊເສດຖາ ໂພສາລາດ ຮອງຜູ້ປະສານງານໂຄງການເກັບກູ້ລະເບີດປະຈໍາ ແຂວງອັດຕະປື ໄດ້ໃຫ້ຮູ້ວ່າ: ການປະຕິບັດການທໍາລາຍລະເບີດລູກບົມຄັ້ງນີ້ ແມ່ນເນື້ອງມາຈາກພາຍຫຼັງທີ່ໄດ້ຮັບການລາຍງານຈາກອໍານາດການປົກບ້ານນໍ້າຊວນຄະນໍາອົງການເກັບກູ້ລະເບີດປະຈໍາແຂວງກໍ່ໄດ້ກະກຽມວາງແຜນເປັນອັນລະອຽດ ໂດຍໄດ້ແຕ່ງຕັ້ງພະນັກງານວິຊາ ທີມງານລົງສໍາຫຼວດ,ເກັບກຳຂໍ້ມູນ ເພື່ອປະເມີນຄວາມອັນຕະ ລາຍທີ່ອາດຈະເກີດຂື້ນຈາກລູກລະເບີດດັ່ງກ່າວ ແລະ ຈາກການສໍາຫຼວດປະເມີນໃນພື້ນຕົວຈິງສາມາດກຳໄດ້ ຈຸດພິກັດທີ່ຕັ້ງຂອງລູກລະເບີດ ແລະ ຄວາມອັນຕາລາຍຮ້າຍແຮງຂອງມັນອາດຈະເກີດຂື້ນກັບຊິວິດ,ຊັບສີນຂອງປະຊາຊົນ ແລະພື້ນຖານໂຄງລ່າງທີ່ຈໍາເປັນພາຍໃນບ້ານຈໍານວນໜຶ່ງເຊັ່ນ: ລະບົບເຄືອຂ່າຍໄຟຟ້າ,ລະບົບເສົາສັນຍາເຄືອຂ່າຍໂທລະສັບ, ພ້ອມກັນນັ້ນກໍ່ໄດ້ເຊີນເອົາພາກສ່ວນກຽ່ວຂ້ອງມາປືກສາຫາລືຫາທາງອອກຮ່ວມກັນ,ແລ້ວກໍ່ໄດ້ຍົກຍ້າຍປະຊາຊົນອອກຈາກຈຸດພິກັດ.

ສໍາລັບຂັ້ນຕອນເຕັກນີກການທໍາລາຍໄດ້ແບ່ງອອກເປັນສາມທີມ,ເຊິ່ງຈະໃຊ້ຈໍານວນຄົນທັງໝົດ 27 ຄົນ,ໄດ້ໃຊ້ກະສອບຊາຍ 9 ພັນກະສອບ ແລະ ຂຸດຄອງອ້ອມຮອບລູກລະເບີດຄວາມເລີກ 2 ແມັດ,ກວ້າງ 1 ແມັດກວ່າ,ເພື່ອຮັບປະກັນຄວາມປອດໄພ ແລະ ໄດ້ວາງກໍາລັງປະຈໍາຈຸດຍາມວົງນອນກ 10 ຈຸດ,ວົງໃນ 3 ຈຸດ,ຈາກນັ້ນໄດ້ກວດຄືນຄວາມພ້ອມເປັນທີ່ຮຽບຮອ້ຍ ແລະ ໄດ້ທໍາລາຍທັນທີ່.,ເຊິ່ງຜ່ານການທໍາລາຍ ແລະ ປະເມີນຜົນກະທົບຄືນ ແມ່ນສາມາດປະຕິບັດໄດ້ຕາມແຜນ ແລະ ມີຄວາມປອດໄພ 100%.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here