ກຽມພ້ອມເປີດເປັນແຫຼ່ງທ່ອງທ່ຽວ! ດອນຊາຍມຸງຄຸນ ແຂວງຫຼວງພະບາງ

0
1833

ດອນຊາຍມຸງຄຸນ ແຂວງຫຼວງພະບາງ ກຽມພ້ອມເປີດເປັນແຫຼ່ງທ່ອງທ່ຽວ ແລະ ຈັດກິດຈະກໍາບຸນປີໃໝ່ລາວ.

ໂຄງການກໍ່ສ້າງຟື້ນຟູດອນຊາຍມຸງຄຸນ ເມືອງຈອມເພັດ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2022 ໂດຍແມ່ນ ບໍລິສັດ ຊໍການຊ່າງ (ປະເທດໄທ) ເປັນຜູ້ຮັບເໝົາຟຶ້ນຟູກໍ່ສ້າງໃນເນື້ອທີ່ 1,16 ເຮັກຕາ, ມີຂະນາດ 337×47 ແມັດ, ມີຂັ້ນໄດຂຶ້ນ 6 ຈຸດ, ເບື້ອງລະ 3 ບ່ອນ, ມີຂະໜາດ 8×5 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ 55 ລ້ານບາດ (ສະກຸນເງິນໄທ) ມາຮອດປັດຈຸບັດແມ່ນສໍາເລັດ 100% ແລະ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ.

ທ່ານ ບຸນຄົງ ສຸກສະຫວັດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ທັງເປັນຄະນະຮັບຜິດຊອບໂຄງການກໍ່ສ້າງຟຶື້ນຟູດອນຊາຍມຸງຄຸງ ໄດ້ລາຍງານວ່າ: ດອນຊາຍມຸງຄຸນ ເປັນໜຶ່ງດອນ ຢູ່ກາງແມ່ນໍ້າຂອງຂ້ອນໄປເບື້ອງເມືອງຈອມເພັດ ຊຶ່ງເປັນສະຖານທີ່ຈັດກິດຈະກໍາການຫຼິ້ນບຸນປີໃໝ່ລາວ ຂອງຊາວຫຼວງພະບາງ ໃນທຸກໆປີ. ສໍາລັບດອນທີ່ກໍ່ສ້າງກວມເນື້ອທີ່ທັງໝົດແມ່ນ 1,16 ເຮັກຕາ, ດອນທີ່ສ້າງໃໝ່ໄດ້ຖົມດິນປະສົມຫີນອັດ ແໜ້ນທັງໝົດ 66.716 ແມັດກ້ອນ, ການກໍ່ສ້າງແບ່ງອອກເປັນ 4 ໄລຍະ, ຄືໄລຍະ A, B, C ແລະ D. ມີການອອກແບບໃຫ້ມີຄວາມເນີນ, ຄວາມສູງ ເພື່ອບໍ່ໃຫ້ນໍ້າຖ້ວມ, ຕາມການຄິດໄລ່ແມ່ນ 30 ປີໃດຈະມີນໍ້າຖ້ວມເທື່ອໜຶ່ງ.

ພິທີມອບ-ຮັບ ໂຄງການຟື້ນຟູ ດອນຊາຍມຸງຄຸນ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ໂດຍການເຂົ້າຮ່ວມຕັດແຖບຜ້າຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍແຂກຖືກເຊີນ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here