ຂະຫຍາຍຜົນກັກກຸ່ມຄ້າຂາຍຢາເສບຕິດ 3 ລາຍ

0
2336

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງໄຊທານີ ສົມທົບກັບຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ພາຍຫຼັງເປີດກວ້າງ ຕາມການຊັດທອດ ເຖິງຜູ້ຮ່ວມກະທຳຜິດຢູ່ບ້ານຄົກເພີງ ເມືອງສັງທອງ ກັກຕົວໄດ້ 3 ຄົນຊື່ ນາງ ຫັດສະດີ ອາຍຸ 29 ປີ ຄ້າຂາຍ, ນາງ ລັດສະໝີ ອາຍຸ 28 ປີ ຄ້າຂາຍ ແລະ ທ້າວ ປ໋ອບປີ້ ອາຍຸ 28 ປີ ທັງສາມຄົນຢູ່ບ້ານຄົກເພີງ ພ້ອມຢາບ້າ 8.000 ເມັດ ໃນວັນທີ 19 ກຸມພາ 2022.

ຜ່ານການສືບສວນ-ສອບສວນ ພວກກ່ຽວຮັບສາລະພາບວ່າ: ໃນທ້າຍປີ 2021 ໄດ້ມີການ ວາງແຜນຄ້າຂາຍຢາເສບຕິດ, ແຕ່ຍັງບໍ່ທັນໄດ້ລົງມືເຮັດ ຕົກມາຮອດວັນທີ 19 ກຸມພາ 2022 ໄດ້ມີໄວລຸ້ນ ໂທຫາ ຈຶ່ງສັ່ງຊື້ຢາບ້າ 8.000 ເມັດ ນຳໍ ນາງ ລັດສະໝີ ເມື່ອໄດ້ຢາບ້າມາແລ້ວ ນາງ ຫັດສະດີ ໄດ້ນຳເອົາມາເກັບຮັກສາໄວ້ຢູ່ເຮືອນ ໂດຍມີທ້າວ ປ໋ອບປີ້ ແຟນຊາຍ ຮູ້ເຫັນເຫດການນຳ ຕໍ່ມາເວລາ 15:30 ໂມງ ຈິ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວພວກກ່ຽວທັງສອງ ຜ່ານການກວດຄົ້ນພົບເຫັນຂອງກາງຈຳນວນດັ່ງກ່າວ, ສ່ວນ ນາງ ລັດສະໝີ ໄດ້ໃຫ້ຮູ້ອີກວ່າ: ພາຍຫຼັງທີ່ນາງ ຫັດສະດີ ໄດ້ໂທສັ່ງຊື້ຢາບ້າຕົນເອງໄດ້ໄປຊື້ຢາບ້ານຳຜູ້ຍິງຄົນໜຶ່ງ ອາຍຸປະມານ 30 ປີ ຢູ່ບ້ານທາດຫຼວງເໜືອ ຈຳນວນ 8.000 ເມັດ ແລະ ເອົາໄປສົ່ງໃຫ້ ນາງ ຫັດສະດີ ຈາກນັ້ນ ຈິ່ງກັບມາຂາຍເຄື່ອງຢູ່ຮ້ານປົກກະຕິ ຢູ່ບ້ານຄົກເພີງ ຕົກມາຮອດເວລາ 16: 00 ໂມງ ຂອງວັນດຽວກັນ ຈິ່ງຖືກເຈົ້າໜ້າທີ່ກັກຕົວ.

ປັດຈຸບັນ ກອງບັນຊາການ ປກສ ເມືອງໄຊທານີ ພວມເລັ່ງຕິດຕາມຫາກຸ່ມແກ້ງຮ່ວມຄ້າຂາຍຢາເສບຕິດ ເພື່ອນຳຕົວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

LEAVE A REPLY

Please enter your comment!
Please enter your name here