ປັດສາວະຂອງຄົນເຮົາສາມາດບອກພະຍາດຫຍັງໄດ້ແດ່?

0
2897

ປັດສາວະ (ນໍ້າຍ່ຽວ) ແມ່ນຂອງເຫຼວທີ່ໝາກໄຂ່ຫຼັງຂັບຖ່າຍອອກມາຈາກສານອາຫານທີ່ເຮົາຮັບປະທານເຂົ້າໄປໃນແຕ່ລະມື້.

ສີ ແລະ ກິ່ນຂອງປັດສາວະກໍຈະປ່ຽນແປງໄປຕາມສານອາຫານທີ່ເຮົາໄດ້ຮັບ ນອກຈາກນີ້ ພະຍາດທີ່ເກີດຂຶ້ນໂດຍທີ່ເຮົາບໍ່ຮູ້ຕົວນັ້ນ ນ້ຳປັດສາວະກໍສາມາດບອກເຮົາໄດ້ເຊັ່ນດຽວກັນ.

ສີຂອງປັດສາວະສາມາດບອກພະຍາດໄດ້ເດີ!

  • ສີເຫຼືອງໃສ: ຄືສີທີ່ປົກກະຕິຂອງປັດສະວະ ຖ້າຫາກວ່າເຮົາດື່ມນ້ຳໃນປະລິມານທີ່ປົກກະຕິ.
  • ສີເຫຼືອງເຂັ້ມ: ເກີດຈາກການທີ່ດື່ມນ້ຳໜ້ອຍ ບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ຫຼື ອາດຈະກິນພວກວິຕາມິນ​ ຫຼື ອາຫານເສີມຫຼາຍເກີນໄປ.
  • ສີສົ້ມ: ອາດເກີດຈາກຖົງນ້ຳດີ ຫຼື ຕັບມີບັນຫາ ຫຼື ການກິນກາຣົດຈຳນວນຫຼາຍກໍ່ສາມາດເຮັດໃຫ້ປັດສະວະເປັນສີສົ້ມໄດ້ຄືກັນ. ນອກຈາກນີ້ຍັງມີຢາບາງຊະນິດທີ່ສົ່ງຜົນຄືກັນເຊັ່ນ: ຢາລະບາຍບາງຊະນິດ, ຢາຂ້າເຊື້ອ, ຢາແກ້ອັກເສບ.
  • ສີດຳ: ອາດມີຄວາມສ່ຽງເປັນຍ້ອນຄວາມຜິດປົກກະຕິຂອງເມັດເລືອດ.
  • ສີບົວ: ມີຕະກອນສີບົວອ່ອນໆຮ່ວມອາດເກີດຈາກກົດຢູຣິດທີ່ຫຼາຍເກີນໄປ ຫຼື ເປັນໂຣກເກົ້າ.
  • ສີແດງ: ມີເລືອດປົນ ອາດເປັນອາການຂອງພະຍາດໜິ່ວ, ອາການທີ່ກ່ຽວຂ້ອງກັບໝາກໄຂ່ຫຼັງ ຫຼື ໂລກມະເຮັງ.

ມີອາການແສບຂັດ: ມີຄວາມສ່ຽງຂອງທາງເດີນປັດສາວະອາດຈະຕິດເຊື້ອ.

ການກວດເຊັກປັດສາວະດ້ວຍຕົນເອງເປັນເລື່ອງທີ່ຄວນເຮັດ ແຕ່ເມື່ອພົບຄວາມຜິດປົກກະຕິແລ້ວ ຄວນຈະໄປພົບແພດ ເພື່ອວິນິດໄສພະຍາດ ຮັກສາໃຫ້ກົງຈຸດຕໍ່ໄປ.

ອ້າງອີງຂໍ້ມູນຈາກ: paolohospital

LEAVE A REPLY

Please enter your comment!
Please enter your name here