ຈັບກຸ່ມຄ້າຂາຍ ແລະ ມົ້ວສຸມຢາເສບຕິດ 6 ຄົນ ຍ້ອນປະຊາຊົນໃຫ້ຂໍ້ມູນ

0
4497

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ກຸ່ມຄ້າຂາຍ ແລະ ມົ້ວສຸມເສບຢາເສບຕິດ ຢູ່ເຂດບ້ານທົ່ງຂັນ ຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທັງ 6 ຄົນ, ຖືກເຈົ້າໜ້າທີ່ ປກສ ກຸ່ມທົ່ງຕູມສົມທົບກັບບ້ານ ລົງແກ້ໄຂ ພາຍຫຼັງທີ່ໄດ້ຮັບຂໍ້ມູນ ທີ່ໜ້າເຊື່ອຖືຈາກຜູ້ຫວັງດີ, ເຊິ່ງຜ່ານການລົງແກ້ໄຂພົບໄວລຸ້ນ 6 ຄົນ, ຍິງ 3 ຄົນ ພ້ອມຢາບ້າອີກ 53 ເມັດ ມາດໍາເນີນການສອບປາກຄໍາເບື້ອງຕົ້ນໃນວັນທີ 7 ກຸມພາ 2022.

ຜ່ານການສອບພວກກ່ຽວທັງ 6 ຄົນ ຮັບສາລະພາບວ່າ: ຢາບ້າ 53 ເມັດ ເປັນຂອງພວກກ່ຽວແທ້ ແລະ ໄດ້ຮ່ວມກັນມົ້ວສຸມເສບຢາເສບຕິດ, ອີກສາເຫດໜຶ່ງທີ່ພາໃຫ້ພວກກ່ຽວມີການມົ້ວສຸມໄດ້ໃຫ້ຂໍ້ມູນວ່າ: ຍ້ອນມີຄວາມອິດເມື່ອຍຈາກການເຮັດວຽກ ຕໍ່ກັບກຸ່ມຄົນດັ່ງກ່າວ ເຈົ້າໜ້າທີ່ ປກສ ກຸ່ມ ໄດ້ນຳສົ່ງໃຫ້ກອງບັນຊາການ ປກສ ເມືອງຈັນທະບູລີ ສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຖ້າພົບເຫັນການກະທຳທີ່ຜິດຕໍ່ລະບຽບກົດໝາຍ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ ຫຼື ວອັດແອັບເບີ 020 28899774 ຫຼື ເຟັສ໌ບຸກປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here