ແຫຼ່ງທ່ອງທ່ຽວອະນຸລັກທຳມະຊາດ ສະຫວັນທະເລໝອກພູເບ້ຍ

0
1244

ກອງປະຊຸມສ້າງຄວາມເຂັ້ມແຂງໃນການສຳຫຼວດ ແລະ ອະນຸລັກຊີວະນາໆພັນພູເບ້ຍລະຫວ່າງຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ບໍລິ ສັດກຸ່ມຄຳໄພ ຊະນະ ຈຳກັດຜູ້ດຽວ (KPG) ຈັດຂຶ້ນໃນວັນ ທີ 04.03.2022 ທີ່ຫ້ອງປະຊຸມແຂວງໄຊສົມບູນ (ຊສບ) ໂດຍການເຂົ້າຮ່ວມຂອງທ່ານ ສົມບູນ ຄຳຕາງ ຮອງຫົວໜ້າຫ້ອງວ່າການແຂວງ ຊສບ, ທ່ານ ຄຳໄພ ສົມຊະນະ ປະທານ KPG ແລະ ທ່ານ ປ.ອ ແຫຼມທອງ ລັດດາວົງ ຮອງຄະນະບໍດີຄະນະວິທະຍາສາດທຳມະຊາດ ມຊ ແລະພາກສ່ວນ ທີ່ກ່ຽວຂ້ອງ.

ທ່ານ ຄຳໄພ ສົມຊະນະ ປະທານ KPG ໃຫ້ຮູ້ວ່າ: ແຫຼ່ງທ່ອງທ່ຽວອະນຸລັກທຳມະຊາດ ສະຫວັນທະເລ ໝອກພູເບ້ຍ ຊສບ ເປັນການພັດທະນາແຫຼ່ງທ່ອງທ່ຽວ ແບບອານຸລັກທຳມະຊາດ ເປັນມິດກັບສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ຊຶ່ງເຊັນສັນຍາສຶກສາສຳຫຼວດ ແຕ່ປີ 2019 ເປັນຕົ້ນມາ ແລະໃນປີ 2020 ກໍ່ໄດ້ເປີດຂະບວນຄາລະວານ ພີຊິດຂຶ້ນຈອມພູເບ້ຍ ຊຶ່ງມີຫຼາຍຂະບວນການໂດຍສະເພາະ ຂະບວນຂອງບັນດາການນຳຂັ້ນສູງ; ມາຮອດປະຈຸບັນທາງບໍລິສັດ ກຳລັງຕັດທາງບ່ອນ ທີ່ມີຄວາມສູງຊັນ ເປັນທາງເບຕົງໄລຍະ 20 ກິໂລແມັດໄປຫາປ່າກ້ວຍ ເພື່ອຂຶ້ນໄປຈອມພູເບ້ຍ.

ການຮ່ວມມື ລະຫວ່າງຄະນະວິທະຍາສາດທຳມະຊາດ ມຊ ແລະ KPG ເພື່ອສຶກສາສຳຫຼວດ, ເກັບກຳຂໍ້ມູນ ແລະ ຄົ້ນຄວ້າວິໃຈຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ ທີ່ເກີດຂຶ້ນ ແລະ ມີຢູ່ນຳທຳມະຊາດ ເປັນຕົ້ນ: ພືດພັນນາໆຊະນິດ, ຕົ້ນໄມ້,ສັດ, ສະພາບແວດລ້ອມອາກາດ, ດິນ ແລະ ແຫຼ່ງນຳ້ ທີ່ຢູ່ໃນຂອບເຂດບໍລິເວນດັ່ງກ່າວ ເພື່ອເປັນຂໍ້ມູນປະກອບໃສ່ບົດວິພາກເສດຖະກິດໃຫ້ KPG ເພື່ອກະ ກຽມເຊັນສັນຍາພັດທະນາເປັນແຫຼ່ງທ່ອງທ່ຽວ ອະນຸລັກທຳມະຊາດ ສະຫວັນທະເລໝອກ ພູເບ້ຍ ຕາມຂັ້ນຕອນຢ່າງເປັນທາງການໃນຕໍ່ໜ້າ ຊຶ່ງເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ແຂວງ ຊສບ ແລະ ພາຍຫຼັງໂຄງການນີ້ສຳເລັດແລ້ວ ຈະກາຍເປັນແຫຼ່ງທ່ອງທ່ຽວ ທີ່ສວຍງາມທີ່ສຸດຂອງປະເທດ ສົມດັ່ງຂະໜານນາມວ່າ: “ຫຼັງຄາຂອງປະເທດລາວ” ຈະກາຍເປັນ ທີ່ດຶງດູດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມແຂວງ ຊສບ ໃຫ້ຫຼາຍຂຶ້ນ.

ຫຼັງຈາກນັ້ນຄະນະທິມງານນັກຄົ້ນຄ້ວາ ມຊ ແລະ ທິມງານ KPG ກໍ່ໄດ້ພ້ອມກັນເດີນທາງຂຶ້ນຍອດພູເບ້ຍ ເພື່ອສຶກ ສາສຳຫຼວດ, ເກັບກຳຂໍ້ມູນ ແລະ ຄົ້ນຄົ້ວວິໃຈຕົວຈິງ ແລະຍັງຈະໄດ້ສືບຕໍ່ສຳຫຼວດຂໍ້ມູນ ເຂດຍອດນຳ້ຈັ້ງ ແລະ ວັງນຳ້ຂຽວ ຕື່ມອີກ.

ແຫຼ່ງຂ່າວ: ສະມາຄົມນັກຂ່າວແຫ່ງ ສ ປ ປ ລາວ

ຮູບພາບພູເບຍຈາກ: ໝໍແຂ້ວພາທ່ຽວ

LEAVE A REPLY

Please enter your comment!
Please enter your name here