ຈາກເປັນຜູ້ເສບມາເປັນຜູ້ຂາຍ ສຸດທ້າຍຖືກຈັບດຳເນີນຄະດີ!

0
1607

ເລີ່ມຈາກເປັນຜູ້ເສບ ແລ້ວຫັນມາເປັນຜູ້ຂາຍ ຖືກຈັບດຳເນີນຄະດີ ພ້ອມຂອງກາງຢາບ້າ 4.658 ເມັດ

ທ້າວ ບຸນລອດ ອາຍຸ 45 ປີ ປະຊາຊົນຢູ່ບ້ານສີວິໄລ ເມືອງນາຊາຍທອງ ໄດ້ພົວພັນກັບຢາເສບຕິດປະເພດຢາບ້າ ດ້ວຍການເສບຢາມາຕັ້ງແຕ່ປີ 2017 ກ່ອນຫັນຕົວມາເປັນຜູ້ຂາຍ ໃນເດືອນມັງກອນ 2022. ພໍຂາຍໄດ້ໄລຍະໜຶ່ງ, ກໍຖືກເຈົ້າ ໜ້າທີ່ ປກສ ເມືອງ ນາຊາຍທອງ ຈັບຕົວໄດ້ພ້ອມຂອງກາງຢາບ້າ 4.658 ເມັດ.

ເຈົ້ົ້າໜ້າທີ່ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ບຸນລອດ ໃຫ້ການຮັບສາລະພາບວ່າ: ໄດ້ເລີ່ມເສບຢາບ້າມາແຕ່ປີ 2017 ເປັນຕົ້ນມາ; ມາໃນເດືອນມັງກອນ ປີ 2022, ຜູ້ກ່ຽວໄດ້ພົວພັນຄ້າ-ຂາຍຢາເສບຕິດ ປະເພດຢາບ້າ; ຢາບ້າທີ່ນໍາມາຂາຍແຕ່ລະຄັ້ງແມ່ນຊື້ນໍາຊາຍຄົນໜຶ່ງຢູ່ບ້ານໜອງນາກ ເມືອງໂພນໂຮງ ແຂວງວຽງຈັນ. ພາຍຫຼັງໄດ້ຢາບ້າມາແລ້ວກໍເອົາໄປຂາຍໃຫ້ກຸ່ມຄົນທີ່ຕ້ອງການຊື້. ມາຮອດວັນທີ 27 ກຸມພາ 2022, ໄດ້ຊື້ຢາບ້ານໍາຊາຍຄົນດັ່ງກ່າວອີກ 4.000 ເມັດ. ຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ ເຂົ້າກັກຕົວພ້ອມຂອງກາງຢາບ້າທັງໝົດ 4.658 ເມັດໃນວັນທີ 28 ກຸມພາ 2022. ຈາກການຂະຫຍາຍຜົນຂອງຄະດີດັ່ງກ່າວ, ເຈົ້າໜ້າທີ່ ສາມາດຈັບຕົວຜູ້ຮ່ວມຂະບວນການດຽວກັນໄດ້ອີກ 1 ຄົນ ຊື່: ນາງ ອອນ ແລະ ຜູ້ກ່ຽວກໍໃຫ້ການຮັບສາລະພາບວ່າ: ຜ່ານມາ, ໄດ້ຊື້ຢາບ້ານໍາ ທ້າວ ບຸນລອດ ມາແລ້ວ 9 ຄັ້ງ, ຄັ້ງສຸດທ້າຍ ແມ່ນວັນ 28 ກຸມພາ 2022, ຊື້ຈໍານວນ 50 ເມັດ ແລະ ໄດ້ຂາຍໄປແລ້ວ 16 ເມັດ ຍັງເຫຼືອ 34 ເມັດ, ກ່ອນຖືກເຈົ້າໜ້າທີ່ກັກຕົວ. ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ

ແຫຼ່ງຂ່າວ: ກົດໝາຍລົົງໂທດ

LEAVE A REPLY

Please enter your comment!
Please enter your name here