ຈັດຕັ້ງຂັ້ນຮອງຄະນະອຳນວຍການໂຮງໝໍມິດຕະພາບຊຸດໃໝ່

0
2967


ໂຮງໝໍມິດຕະພາບ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງຄະນະອຳນວຍການຊຸດໃໝ່ຂຶ້ນໃນວັນທີ 14 ມີນາ ນີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ສອນໄຊ ລາດຊະວົງ ຜູ້ອຳນວນການໂຮງໝໍມິດຕະພາບ ແລະ ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ທ່ານ ຄຳປະສົງ ເທບປັນຍາ ກຳມະການຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງກະຊວງສາທາລະນະສຸກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສາທາລະນະສຸກ ວ່າດ້ວຍການແຕ່ງຕັ້ງຮອງຜູ້ອຳນວຍການໂຮງໝໍມິດຕະພາບ ຊຸດໃໝ່ໃນຄັ້ງນີ້ ປະກອບມີຄື: ທ່ານ ນາງ ມະນີຈັນ ທອງຊະນະ ຫົວໜ້າພະແນກຊຶມເຊື້ອ, ທ່ານ ເພັດວິວັນ ພອນແກ້ວ ຫົວໜ້າພະແນກບໍລິຫານ ແລະ ແຜນການ ແລະ ທ່ານ ເກດມະນີ ເພັດສີລິແສງ ຫົວໜ້າພະແນກລະບົບປະສາດ ເປັນຮອງຄະນະອຳນວຍການຊຸດໃໝ່.

ໃນໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ກໍໄດ້ໃຫ້ກຽດຂຶ້ນມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງໃຫ້ຜູທີ່ຖືກແຕ່ງຕັ້ງຕາມລຳດັບ ແລະ ທ່ານຍັງໄດ້ໃຫ້ກຽດໂອ້ລົມເພື່ອເປັນເຂັມທິດເຍື່ອງທາງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງໃນຄັ້ງນີ້ ໃຫ້ສືບຕໍ່ບຸກບືນຝຶກຝົນຕົນເອງຮອບດ້ານ ດ້ານຄຸນທາດການເມືອງໃຫ້ໜັກແໜ້ນ, ດ້ານຄຸນສົມບັດສິນທຳປະຕິວັດກໍໃຫ້ເປັນແບບຢ່າງນຳໜ້າ ທາງດ້ານແບບແຜນວິທີເຮັດວຽກໃຫ້ເປັນແບບຢ່າງ ເຮັດວຽກເປັນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບ ບຸກຄົນແມ່ນຂຶ້ນກັບການຈັດຕັ້ງ ປະຕິບັດຫຼັກການລວມສູນປະຊາທິປະໄຕ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here