ກຽມຈັດບຸນກະລຳປີຄັ້ງທຳອິດ! ທີ່ເມືອງວັງວຽງ ແຂວງວຽງຈັນ

0
1894

ອົງການປົກຄອງ ເມືອງວັງວຽງ, ແຂວງວຽງຈັນ ຈະຮ່ວມກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄື່ອຂ່າຍກະສິກຳ ຫຼື CLEAN Project ຈັດງານບຸນກະລໍ່າປີ ພາຍໃນເທດສະບານ ເມືອງວັງວຽງ ໃນລະຫວ່າງວັນທີ 26-27 ມີນາ 2022. ເຊີ່ງຖືເປັນຄັ້ງທໍາອິດທີ່ຈະຈັດບຸນກະລໍ່າປີໃຫຍ່ແບບນີ້ຢູ່ ສປປ ລາວ.

ທ່ານ ບຸນຈັນ ມາລາວົງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນ ວັນທີ 15 ມີນາ 2022 ວ່າ: ການຈັດງານຄັ້ງນີ້ ເພື່ອແນໃສ່ຊຸກຍູ້ສົ່ງເສີມການປູກກະລໍ່າປີທີ່ມີຄຸນນະພາບ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນນັບມື້ຫລາຍຂຶ້ນ ເພາະກະລໍ່າປີ ສາມາດນໍາໄປປຸງແຕ່ງອາຫານໄດ້ຫລາຍຊະນິດ, ພ້ອມນີ້ ຍັງເປັນການສ້າງເງື່ອນໄຂໃຫ້ມີການຈັບຄູ່ທຸລະກິດລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ເພື່ອຮັບປະກັນລາຄາຂອງຜົນຜະລິດ. ພາຍໃນງານດັ່ງກ່າວ ຈະມີຫລາຍກິດຈະກໍາ ເປັນຕົ້ນ:

ການແຫ່ຂະບວນກະລໍ່າປີໄປຕາມເທດສະບານເມືອງວັງວຽງ, ຮວບ ຮວມບັນດາສິນຄ້າກະສິກໍາພາຍໃນເມືອງມາວາງສະແດງ, ຈັດການເສວະນາໃຫ້ຄວາມຮູ້ກ່ຽວກັບກະລໍ່າປີຈາກວິຊາການທີ່ກ່ຽວຂ້ອງ. ນອກຈາກນີ້ ຍັງເປັນການຮວບຮວມຜະລິດຕະພັນ ແລະ ອາຫານທີ່ຜະລິດຈາກກະລໍ່າປີຫລາຍຊະນິດ, ຈັດການແຂ່ງຂັນກະລໍ່າຫົວໃຫຍ່, ການສະແດງພື້ນເມືອງ ແລະ ດົນຕີຈາກໄວໜຸ່ມລາວ, ຈັດການຖາມ-ຕອບ ຄວາມຮູ້ທົ່ວໄປເພື່ອຊີງລາງວັນ ແລະ ສ້າງບັນຍາກາດພາຍໃນງານໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ກິດຈະກໍາອື່ນໆ.

ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້ ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄື່ອຂ່າຍກະສິກຳ ໄດ້ມອບໃບຢັ້ງຢືນການຜະລິດກະສິກຳທີ່ດີ (GAP) ໃຫ້ຊາວກະສິກອນຈໍານວນໜຶ່ງຢູ່ 2 ບ້ານຂອງເມືອງວັງວຽງ ຄື: ບ້ານຜາຕັ້ງ ແລະ ບ້ານນາຜາແດງ, ເຊີ່ງເຫັນວ່າໂຄງການດັ່ງກ່າວໄດ້ປະກອບສ່ວນສໍາຄັນໃນການຊ່ວຍຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງປະຊາຊົນພາຍໃນເມືອງ ກໍຄື ບັນດາບ້ານເປົ້ານໝາຍຂອງໂຄງການ ເພາະເປັນການຜະ ລິດກະສິກໍາທີ່ດີ, ທັງມີຕະຫລາດຮອງຮັບ ໂດຍສະເພາະແມ່ນບໍລິສັດວຽງຈັນ ຟູດ ທີ່ຮັບຊື້ຜົນຜະລິດນໍາປະຊາຊົນ ເຊີ່ງເປັນການຄໍ້າປະກັນດ້ານລາຄາ ເພາະໄລຍະຜ່ານມາເຖີງວ່າຂະບວນການປູກພືດຢູ່ເມືອງວັງວຽງ ພົ້ນເດັ່ນສົມຄວນ ແຕ່ການຜະລິດຂອງປະຊາຊົນຍັງເຮັດແບບຕ່າງຝ່າຍຕ່າງເຮັດ ແລະ ມີການແຂ່ງຂັນກັນດ້ານລາຄາ. ພ້ອມນີ້ ທ່ານໄດ້ຊວນເຊີນນັກທ່ອງທ່ຽວທຸກຄົນ ຈົ່ງຫາໂອກາດໄປທ່ຽວຊົມງານບຸນກະລໍ່າປີຄັ້ງປະຫວັດສາດຂອງລາວທີ່ຈະຈັດຂຶ້ນຢູ່ເມືອງວັງວຽງ ໃນຄັ້ງນີ້ ເພາະນອກຈາກຈະໄດ້ເຫັນຂະບວນການຜະລິດກະລໍ່າປີ ກໍຄື ພືດຊະນິດຕ່າງໆ ຢູ່ເມືອງວັງວຽງ ທີ່ນັບມື້ຂະຫຍາຍຕົວ ຍັງຈະໄດ້ຮຽນຮູ້ຫລາຍຢ່າງກ່ຽວກັບການປູກ ແລະ ຄຸນປະໂຫຍດຂອງກະລໍ່າປີ ຕື່ມອີກ.

ສໍາລັບໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼື CLEAN Project ເປັນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກະຊວງກະສິກຳຂອງປະເທດສະຫະລັດອາເມຣິກາ ( USDA ) ໂດຍໄດ້ໃຫ້ອົງການວິນຣ໋ອກ ສາກົນ(Winrock International) ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຮ່ວມກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ເພື່ອຍົກສະມັດຕະພາບການຜະລິດ ໂດຍການຝຶກອົບຮົມໃຫ້ຊາວກະສິກອນໃນຮູບແບບການຜະລິດກະສິກຳ, ສ້າງຄວາມເຂັ້ມແຂງໃຫ້ວຽກງານປ້ອງກັນພືດ, ກັກກັນພືດ ແລະ ອື່ນໆ ໂດຍຈັດຕັ້ງປະຕິບັດໂຄງການ ຢູ່ 5 ແຂວງຂອງລາວ ຄື: ນ​ະ​ຄອ​ນ​ຫຼວງວຽງຈັນ, ແຂວງ ວຽງ​ຈັນ, ຈຳ​ປາ​ສັກ, ສ​າ​ລະ​ວັນ ແລະ ເຊກອງ. ໃນນີ້ ສະເພາະຢູ່ ແຂວງວຽງຈັນ ຈັດຕັ້ງປະຕິບັດຢູ່ 2 ເມືອງ ຄື: ເມືອງ ວັງວຽງ ແລະ ເມືອງກາສີ.

ແຫຼ່ງຂໍ້ມູນ: Lao Youth Radio

LEAVE A REPLY

Please enter your comment!
Please enter your name here