ຈຸດຂາຍປີ້ບໍລິສັດລົດໄຟລາວ-ຈີນ ຫຼວງພະບາງ ຈະເປີດໃຫ້ບໍລິການແລ້ວ!

0
3037

ຈຸດຂາຍປີ້ບໍລິສັດລົດໄຟລາວ-ຈີນ ຫຼວງພະບາງ ຈະເປີດໃຫ້ບໍລິການໃນມື້ອື່ນນີ້!

ເພື່ອປັບປຸງຮູບແບບການບໍລິການຂາຍປີ້ຂອງທາງລົດໄຟລາວ-ຈີນ ທີ່ມີຢູ່ແລ້ວໃຫ້ດີຂຶ້ນກວ່າເກົ່າ ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊື້ປີ້ຂອງປະຊາຊົນໃນເມືອງລຽບຕາມເສັ້ນທາງລົດໄຟ, ບວກກັບກະແສຕອບຮັບທີ່ດີຂອງຈຸດຂາຍປີ້ໃນນະຄອນຫຼວງວຽງຈັນ, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງໄດ້ເປີດຈຸດຂາຍປີ້ແຫ່ງທີ 2 ທີ່ຫຼວງພະບາງ, ເຊິ່ງປັດຈຸບັນກໍໄດ້ສຳເລັດການກໍ່ສ້າງ ແລະ ຈະເປີດໃຫ້ບໍລິການໃນມື້ອື່ນ ວັນທີ 17 ມີນານີ້.

ຈຸດຂາຍປີ້ຕັ້ງຢູ່ຖະໜົນໂພທິສາລາດ ໃຈກາງຕົວເມືອງຫຼວງພະບາງ, ກົງກັນຂ້າມກັບຕຶກສຳນັກງານລັດຖະບານແຂວງ ແລະ ພະແນກຕ່າງປະເທດ, ຫ່າງຈາກຕະຫຼາດກາງຄືນ 650 ແມັດ ແລະ ຫ່າງຈາກເດີ່ນຈະຕຸລັດ 200 ແມັດ. ຈຸດຂາຍປີ້ລົດໄຟກຳນົດຂາຍປີ້ຈາກສະຖານີຫຼວງພະບາງ-ສະຖານີເມືອງໄຊ, ສະຖານີບໍ່ເຕ່ນ (ຖ້ຽວລົດໄຟ C82) ແລະ ຫຼວງພະບາງ-ນະຄອນຫຼວງວຽງຈັນ, ວັງວຽງ (ຖ້ຽວລົດໄຟ C81/C83). ສຳລັບລາຍລະອຽດ: -ໄລຍະເວລາກ່ອນການຂາຍປີ້ແມ່ນ 3 ມື້ ແລະ ຈະຂາຍປີ້ສໍາລັບມື້ທີສາມທີ່ຈະອອກເດີນທາງເທົ່ານັ້ນ.

ປີ້ທີ່ຂາຍແມ່ນຄິດຄ່າບໍລິການນອກສະຖານທີ່ໃນລາຄາ 20.000 ກີບ/ປີ້.

ເລີ່ມຂາຍປີ້ໃນເວລາ 10:00 ໂມງເຊົ້າ ຫາ 12:00 ໂມງ, 12:30 ໂມງ ຫາ 15:30 ໂມງທຸກໆ ມື້ ແລະ ຈະຢຸດຂາຍເມື່ອປີ້ຫມົດ. -ແຕ່ລະຄົນຈໍາກັດພຽງແຕ່ 2 ປີ້, ໃນເວລາຊື້ປີ້ຈໍາເປັນຕ້ອງກວດສອບບັດປະຈຳໂຕ ແລະ ໃບຢັ້ງຢືນການສັກວັກຊີນ (ບັດຂຽວ) ຂອງຜູ້ທີ່ຈະຊື້ປີ້.

ຈຸດຂາຍປີ້ຈະປະກາດຈໍານວນຖ້ຽວລົດໄຟທີ່ຂາຍ, ລາຄາປີ້ ແລະ ຄ່າບໍລິການນອກສະຖານທີ່, ເພື່ອໃຫ້ຜູ້ໂດຍສານສາມາດເຫັນໄດ້ໃນເວລາຕົວຈິງ. -ເພື່ອປັບປຸງປະສິດທິພາບການຂາຍປີ້, ຈຸດຂາຍປີ້ຮອງຮັບການຊຳລະເງິນດ້ວຍການຮູດບັດ (UnionPay) ແລະ QR Code ( Onepay, UnionPay, Alipay ແລະ Wechat ) ທີ່ເຄື່ອງ POS, ປະຈຸບັນຍັງບໍ່ຮອງຮັບການຊຳລະດ້ວຍເງິນສົດ.

ຂໍ້ມູນຈາກ: Laos – China Railway Company Limited

LEAVE A REPLY

Please enter your comment!
Please enter your name here