ສາວຖືກຜູ້ບ່າວຕົວະວ່າເປັນຄົນທຸກ ຮັບໄດ້ບໍ່?

0
6531

ເລື່ອງນີ້ເກີດຂຶ້ນທີ່ປະເທດໄທ ແລະ ກຳລັງເປັນກະແສໃນປັດຈຸບັນ ເນື່ອງຈາກເປັນເລື່ອງແທ້ ບໍ່ແມ່ນເລື່ອງໃນໜັງສັ້ນໃດໆ.

ເມື່ອບໍ່ດົນມານີ້, ສາວໄທຄົນໜຶ່ງໄດ້ໂພສລົງໃນຕິກຕັອກ (TickTok) ທີ່ມີຊື່ວ່າ: Sarah_seba ໄດ້ເລົ່າເລື່ອງຕົນເອງທີ່ເຫຼືອເຊື່ອບໍ່ຄິດວ່າຈະເກີດຂຶ້ນແທ້ໃນຊີວິດນີ້. ລາວໄດ້ເລົ່າວ່າ: ລາວໄດ້ລົມກັບໝຸ່ມຕ່າງຊາດຄົນໜຶ່ງ ຕອນທຳອິດ, ໜຸ່ມຄົນນັ້ນບອກວ່າ ເປັນພະນັກງານອະນາໄມທຳມະດາ ຖານະທຸກ ຮັບສະພາບໄດ້ບໍ່? ເຊິ່ງສາວໄທກໍໄດ້ຕອບກັບວ່າ ລວຍທຸກບໍ່ສຳຄັນ ເຮົາຊ່ວຍກັນສ້າງດຽວກໍລວຍ ເຊິ່ງໝຸ່ມຕ່າງຊາດກໍເຮັດວຽກທຸກມື້ເພື່ອຈະທ້ອນເງິນມາຫາສາວໄທ.

ຈາກນັ້ນທັງສອງກໍໄດ້ສົ່ງຂໍ້ຄວາມລົມກັນ ແລະ ໃຫ້ກຳລັງໃຈກັນຢ່າງສະໝໍ່າສະເໝີ, ຈົນມື້ໜຶ່ງໝຸ່ມຕ່າງຊາດໄດ້ມາບອກກັບສາວໄທວ່າ ລາວເປັນລູກຊາຍປະທານບໍລິສັດ, ສາວໄທເລົ່າວ່າ: “ສາເຫດທີ່ສາລະພາບກໍເພາະ ຕອນນັ້ນເສດຖະກິດເຈີໂຄວິດ ແລະ ມັນເຮັດໃຫ້ລາຍໄດ້ຂອງຂ້ອຍຫຼຸດລົງ ເຮັດໃຫ້ລາວສົ່ງເງິນມາຊ່ວຍຂ້ອຍ ເຖິງແມ່ນວ່າ ເຮົາຈະບໍ່ເຄີຍເຈີກັນໂຕແທ້ມາກ່ອນ”.

ສຸດທ້າຍທັງສອງກໍໄດ້ມາເຈີກັນ ແລະ ຕັດສິນໃຈແຕ່ງງານໃຊ້ຊີວິດຄູ່ຮ່ວມກັນ.

ອ້າງອີງ: Khaosod

LEAVE A REPLY

Please enter your comment!
Please enter your name here