ສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈໍາປີ 2021

0
778

ວັນທີ 16 ມີນາ 2022 ນີ້, ກອງບັນຊາການທະຫານແຂວງວຽງຈັນໄດ້ສະຫລຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບປະຈໍາປີ 2021 ແລະ ວາງທິດທາງຈຸດສຸມປີ 2022 ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ ຜູ້ປະຈໍາການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ປະທານ ກຳມະການ ປກຊ-ປກສ ແຂວງ, ເຈົ້າແຂວງ ແຂວງວຽງຈັນ, ຄະນະນໍາກະຊວງປ້ອງກັນປະເທດ, ການນໍາແຂວງ, ຄະນະພັກ-ຄະນະບັນຊາ ກອງພົນທີ 1, ກອງບັນຊາການທະຫານແຂວງວຽງຈັນ, ໄຊສົມບູນ, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍພະນັກງານພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຄະນະປະຈໍາພັກແຂວງ, ຮອງປະທານ ຜູ້ປະຈໍາການ ຄະນະກຳມະການ ປກຊ-ປກສ ແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນໄດ້ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກ, ລັດຖະບານກໍ່ຄື ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ຄະນະພັກ-ຄະນະບັນຊາ ກຳລັງປະກອບອາວຸດທອງຖິ່ນແຂວງວຽງຈັນໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ V ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ກໍ່ຄືມະຕິກອງປະຊຸມໃຫຍ່ຂອງຄະນະພັກແຂວງວຽງຈັນ ແລະ ຄະນະພັກກອງບັນຊາການທະຫານແຂວງວຽງຈັນຫັນເປັນແຜນການແລະທິດທາງອັນລະອຽດ.

ເຊິ່ງສາມາດຍາດໄດ້ຜົນງານຫຼາຍດ້ານທີ່ສຳຄັນ ເປັນຕົ້ນແມ່ນຮັກສາໄດ້ສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນແຂວງ, ເມືອງ, ລົງຮອດຮາກຖານ ໄດ້ມີການປັບປຸງຢ່າງໜັກແໜ້ນເຂັ້ມແຂງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກຳລັງປະກອບວຸດທ້ອງຖິ່ນໄດ້ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂຶ້ນເປັນກ້າວໆ,ຍ້ອນຄະນະພັກ-ຄະນະບັນຊາທຸກຂັ້ນ ຖືເອົາວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດເປັນກົກ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ.

ສັງລວມແລ້ວ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກໍາລັງປະກອບອາວຸດທ້ອງຖິ່ນແຂວງວຽງຈັນສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສໍາເລັດເປັນກ້າວໆມາ.ພ້ອມນັ້ນຍັງໄດ້ຍ້ອງຍໍຜົນງານບຸກຄົນທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານ ປກຊ-ປກສ ເພື່ອປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.ໃນນີ້ກະຊວງປ້ອງກັນປະເທດຕົກລົງມອບຫລຽນໄຊພິລະອາດຫານຊັ້ນ I ຈໍານວນ 6 ສະຫາຍ, ຊັ້ນ II ຈໍານວນ 14 ສະຫາຍ,ຊັ້ນ III ຈໍານວນ 10 ສະຫາຍ ແລະ ເລື່ອນຊັ້ນໃຫ້ນາຍທະຫານຜູ້ທີ່ມີຜົນງານດີເດັ່ນຈຳນວນໜຶ່ງຢ່າງສົມກຽດ.

ໂອກາດດັ່ງກ່າວນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນຕໍ່ຄະນະນໍາຂອງແຂວງ, ຄະນະພັກ-ຄະນະບັນຊາບັນດາກົມກອງ, ໂດຍເນັ້ນໃຫ້ເອົາໃຈໃສ່ການຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ພ້ອມທັງເອົາໃຈໃສ່ວຽກງານການອົບຮົມ-ຫັດແອບໃຫ້ກອງທະຫານເປັນປະຈໍາ,ນອກນັ້ນກໍ່ໃຫ້ເອົາໃຈໃສ່ມູນເຊື້ອອອກແຮງງານເພິ່ມພູມຜະລິດຜົນປູກຝັງ-ລ້ຽງສັດຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນດ້ວຍການຍົກສູງນໍ້າໃຈເພິ່ງຕົນເອງ,ກຸ້ມຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແຂງແຮງ, ກໍາແໜ້ນ, ກວດກາ, ສຶກສາອົບຮົມກໍ່ສ້າງເປົ້າໝາຍພະນັກງານສືບທອດ ແລະ ມີມາດຕະການຕໍ່ຜູ້ກະທໍາຜິດຢ່າງເດັດຂາດ, ພະນັກງານແຕ່ລະຂັ້ນຕ້ອງເຊື່ອມຊຶມກໍາແໜ້ນໜ້າທີ່ການເມືອງຕົນ, ມີຄວາມເປັນເອກະພາບກັບແຜນການ ພ້ອມທັງຫັນເອົາແຜນການດັ່ງກ່າວ ມາຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ, ມີຄວາມຕັດສິນໃຈສູງ ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍຕາມໜ້າທີ່ຂອງຕົນ, ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ

ຕ້ອງຕິດພັນກັບວຽກງານ 3 ສ້າງຂອງກົມການເມືອງສູນກາງພັກ, ສຸມໃສ່ແກ້ໄຂສະພາບຄວາມບໍ່ສະຫງົບໃຫ້ຂາດຕົວ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ, ຄະນະພັກທຸກຂັ້ນເປັນຄັນທຸງນໍາໜ້າໃນການນໍາພາຂະແໜງການຕ່າງໆເຕົ້າໂຮມຄວາມສາມັກຄິພາຍໃນເປັນປຶກແຜ່ນ, ກໍານົດລະອຽດຈະແຈ້ງບັນດາວຽກງານຈຸດສຸມແຕ່ລະໄລຍະ, ປະສານສົມທົບຢ່າງກົມກຽວ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ຂອງທຸກພາກສ່ວນອົງການ ກົມກອງ ມີຜົນສໍາເລັດສູງ.

ຂໍ້ມູນຈາກ: ຄວາມສຫງົບ

LEAVE A REPLY

Please enter your comment!
Please enter your name here