ເຫດລົດໃຫຍ່+ລົດຈັກ ເຮັດໃຫ້ເສຍຊີວິດຄາທີ່ 02 ຄົນ

0
9282

ຕາມການລາຍງານຂອງ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 16/03/2022 ເວລາ 09:40 ນາທີ ຈຸດເກີດເຫດ: ເສັ້ນທາງບ້ານນາຫວ້າ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ຈາກປະຊາຊົນວ່າ ມີອຸບັດຕິເຫດ ລົດໃຫຍ່+ລົດຈັກ ພໍໜ່ວຍກູ້ໄພອອກກວດສອບເຫດ ພົບຜູ້ເສຍຊີວິດຈຳນວນ 02 ຄົນ ເຊິ່ງເປັນເພດຊາຍທັງ2.

ຜູ້ທີ 1 ອາຍຸ28ປີ ອາຊີບ ປະຊາຊົນ, ປັດຈຸບັນຢູ່ບ້ານກ້ວຍ, ເມືອງໂພນທອງ,ແຂວງຈຳປາສັກ ມີອາການເບື້ອງຕົ້ນແມ່ນ ຖືກກະທົບຫົວຢ່າງຮຸນແຮງເສຍຊີວິດຄາທີ່.

ຜູ້ທີ 2 ອາຍຸ 36 ປີ ອາຊີບເຮັດນາ ຢູ່ບ້ານໂພໄຊ, ເມືອງໂພນທອງ, ແຂວງຈໍາປາສັກ ມີອາການເບື້ອງຕົ້ນແມ່ນກະທົບຫົວຢ່າງຮຸນແຮງ, ຂາຂວາຜິດຮູບ ແລະ ແຂນເບື້ອງຂວາຜິດຮູບເສຍຊີວິດຄາທີ່.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ມ້ຽນຄາບສົບແລ້ວນຳສົ່ງກັບບ້ານເພື່ອເຮັດພິທິທາງສາສະໜາເປັນທີ່ຮຽບຮ້ອຍ.

LEAVE A REPLY

Please enter your comment!
Please enter your name here