ທົດລອງກຽມຄວາມພ້ອມກ່ອນເກີດໄພພິບັດ ຢູ່ 2 ແຂວງ ໃນລາວ

0
1172

ກອງປະຊຸມນໍາສະເໜີໂຄງການ ແລະ ວາງແຜນການຈັດຕັ້ງປະຕິບັດກິດຈະກໍາໂຄງການສ້າງຂີດຄວາມສາມາດ ແລະ ເພີ່ມທະວີການຄາເຄະເນວາງແຜນລ່ວງໜ້າ ໂດຍຜ່ອນລະບົບການປົກປ້ອງສັງຄົມໃນວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ.ໃນວັນທີ 14 ມີນາ 2022 ທີ່ ນະຄອນຫຼວງວຽງຈັນ. ໂດຍເປັນປະທານຂອງ ທ່ານ ມີໄຊ ແສງຈັນທະວົງ ຮອງກົມສັງຄົມສົງເຄາະ ກະຊວງຮສສ, ໂດຍມີ ທ່ານ ເດວິດ ຊັບບາ, ຫົວຫນ້າແຜນງານການກຽມຄວາມພ້ອມໄພພິບັດ, ອົງການປົກປ້ອງພົນລະເຮືອນ ແລະ ການດໍາເນີນງານດ້ານມະນຸດສະທຳຂອງເອີຣົບ (DG ECHO) ປະຈໍາຫ້ອງການອາຊີ-ປາຊີຟິກ, ທ່ານ ນາງ ຮັງຖິແທັງ ພາມ, ຜູ້ຮັບຜິດຊອບວຽກງານເສີມສ້າງຄວາມເຂັ້ມແຂງໃນຂະແໜງໄພພິບັດ, ຫ້ອງການ FAO ປະຈໍາພາກພື້ນອາຊີ-ປາຊີຟິກ , ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ ຈາກບັນດາຂະແໜງການກຽ່ວຂ້ອງເຂົ້າຮວ່ມ.

ກອງປະຊຸມນໍາສະເໜີໂຄງການ ແລະ ວາງແຜນການຈັດຕັ້ງປະຕິບັດກິດຈະກໍາໂຄງການ ແລະ ເປັນການຮ່ວມມືກັບອົງການອາຫານ ແລະ ການກະເສດ FAO ຄັ້ງທໍາອິດ ທີ່ເຫັນໄດ້ຄວາມສໍາຄັນໃນການຄຸ້ມຄອງໄພພິບັດຢູ່ ສປປ ລາວ ໂດຍໂຄງການແມ່ນຈະໄດ້ເລັ່ງໃສ່ການກະກຽມຄວາມພ້ອມກ່ອນເກີດໄພພິບັດເປັນຕົ້ນແມ່ນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໂຄງການດັ່ງກ່າວແມ່ນຈະໄດ້ທົດລອງຈັດຕັ້ງປະຕິບັດຢູ່ 2 ສອງ ຄື ແຂວງຫຼວງພະບາງ ແລະ ແຂວງ ສະຫວັນນະເຂດ ແລະ ສ້າງຮ່າງບັນດານະໂຍບາຍທີ່ມີຢູ່ໃນປະຈຸບັນເພື່ອເຮັດແນວໃດໃຫ້ສາມາດທີ່ຈະເຊື່ອມສານວຽກງານ Anticipatory Action ເຂົ້າໃນວຽກງານຄຸ້ມຄອງໄພພິບັດໄດ້.

ທ່ານ ມີໄຊ ແສງຈັນທະວົງ ໃນນາມປະທານກອງປະຊຸມໄດ້ກ່າວມີຄຳເຫັນວ່າ: ດັ່ງທີ່ຮູ້ນໍາກັນ ແລ້ວວ່າໄພພິບັດນໍ້າຖວ້ມ ແລະ ແຫ້ງແລ້ງແມ່ນໄດ້ສົ່ງຜົນກະທົບຕໍ່ບັນດາພື້ນຖານໂຄງລ່າງ, ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເຊິງໃນປີ 2019 ໄພນໍ້າຖ້ວມແມ່ນໄດ້ສົງຜົນກະທົບຕໍ່ປະຊາຊົນ ໃນ 6 ແຂວງພາກກາງ ແລະ ພາກໃຕ້ ແລະ ປີ2021 ທີ່ ຜ່ານມາ ໄດ້ມີຫຼາຍເຫດການໄພພິບັດເກີດຂຶ້ນ ເຊັ່ນ: ລົມພັດແຮງ, ນໍ້າຖ້ວມ, ໄຟໄໝ້ ແລະ ເຫດການຟ້າຜ່າ, ລວມເຫດການທັງໝົດທີ່ເກີດຂຶ້ນ ຈໍານວນ 52 ຄັ້ງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຢູ່ 14 ແຂວງ (ແຂວງໄຊຍະບູລີ, ຊຽງຂວາງ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຫົວພັນ, ບໍລິຄໍາໄຊ, ວຽງຈັນ, ຄໍາມ່ວນ, ສາລະວັນ, ຈໍາປາສັກ, ສະຫວັນນະເຂດ, ເຊກອງ ແລະ ແຂວງອັດຕະປື), 82 ເມືອງ, 764 ບ້ານ, 17.824 ຄອບຄົວ, 68.143 ຄົນ , ມີຜູ້ບາດເຈັບ 17 ຄົນ, ເສຍຊີວິດ 19 ຄົນ (ໃນນີ້, ຈາກເຫດການໄພພິບັດນໍ້າຖ້ວມ 04 ຄົນ, ລົມພະຍຸພັດ 10 ຄົນ (ໃນນີ້ ເຫດການເຮືອຫຼົ້ມ 08 ຄົນ), ໄຟໄໝ້ 01 ຄົນ ແລະ ເຫດການຟ້າຜ່າ 04 ຄົນ). ນອກນີ້, ຍັງສົ່ງຜົນກະທົບ, ເສຍຫາຍໃສ່ທາງດ້ານທີ່ຢູ່ອາໃສ ປະເພດເຮືອນຊານ ຈໍານວນ 2.638 ຫຼັງ ແລະ ຍັງໄດ້ສົ່ງຜົນກະທົບທາງດ້ານວຽກງານສາທາລະນະສຸກ, ວຽກງານສຶກສາທິການ, ວຽກງານກະສິກໍາ, ວຽກງານໂຍທາທິການ, ວຽກງານພະລັງງານ ແລະ ວຽກງານຫົວໜ່ວຍທຸດລະກິດຕ່າງໆ, ຄາດຄະເນມູນຄ່າເສຍຫາຍທັງໝົດ 398.906.944.143 ກີບ (398 ຕື້ກ່ວາ ກີບ). ສຳລັບໄພແຫ້ງແລ້ງກໍ່ເປັນໄພອັນຕະລາຍອັນໃຫຍ່ອັນໜຶ່ງຂອງ ສປປ ລາວ.

rkp

ມີຜົນກະທົບເກືອບທຸກປີ, ລັດຖະບານລາວ ໄດ້ໃຫ້ຄວາມສໍາຄັນ ໂດຍເອົາສອງປະເພດໄພພິບັດເຂົ້າໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຊອກຫາຊອງວ່າງວິທີແກ້ໄຂເພື່ອຫຼຸດຜ່ອນຜົນກະທົບ ເຊິ່ງປະຈຸບັນທາງກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດກໍ່່ຄືກະຊວງແຮງງານ ແລະ ສະຫວັດດການສັງຄົມ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງກໍ່ໄດ້ມີນິຕິກໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດຢູ່ ສປປ ລາວ.

(ຂ່າວສານຮສສ)

LEAVE A REPLY

Please enter your comment!
Please enter your name here