ຕິດຕາມຄວາມຄືບໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ 2

0
1601

ກະຊວງ ຖວທ ລົງຕິດຕາມຄວາມຄືບໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ 2 ທີ່ເມືອງໂຂງແຂວງຈຳປາສັກ.

ໃນວັນທີ 16 ມີນາ2022 ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄປຕິດຕາມຄວາມຄືບໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ 2 ທີ່ເມືອງໂຂງແຂວງຈຳປາສັກ

ໂຄງການ ພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ 2 ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ຫຼື ເອດີບີ, ໂດຍແມ່ນ ບໍລິສັດພູໂຂງກໍ່ສ້າງຈຳກັດຜູ້ດຽວ, ເປັນຜູ້ຮັບເໝົາກໍ່ສ້າງ .ໂດຍມີການກໍ່ສ້າງປັບປຸງທາງຮ່ອມ ນາກະສັງ ແລະ ດອນເດດ-ດອນຄອນຕັ້ງຢູ່ເມືອງໂຂງແຂວງຈຳປາສັກ ທີ່ຢູ່ຫ່າງຈາກນະຄອນປາກເຊປະມານ 140ກມ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ2 ໄດ້ຮັບການຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ຫຼື ເອດີີບີ ໃນມູນຄ່າເກືອບ 4 ລ້ານໂດລາສະຫະລັດ, ໄລຍະການກໍ່ສ້າງແມ່ນ 24 ເດືອນ ໂດຍເລີ່ມແຕ່ວັນທີ 26 ພຶດສະພາ 2020 ຫາ ວັນທີ 25 ພຶດສະພາ 2022 ແຕ່ອາດຈະໄດ້ມີການຕໍ່ສັນຍາໄປຕື່ມອີກ ຍ້ອນການແຜ່ລະບາດພະຍາດໂຄວິດ19, ຫາກໂຄງການນີ້ສໍາເລັດຈະອຳນວຍຄວາມສະດວກໃນການຄົມມະນາຄົມໄປມາຫາສູ່ຂອງພໍ່ແມ່ປະຊາຊົນ ກໍ່ຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວເຂດດັ່ງກ່າວຢ່າງສະດວກສະບາຍ.

ມາຮອດປະຈຸບັນການກໍ່ສ້າງໄດ້ສໍາເລັດກວມເອົາ 66,97%, ໃນໂອກາດດັ່ງກ່າວນີ້ ທ່ານ ລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະຮັບຜິດຊອບໂຄງການທີ່ ເອົາໃຈໃສກໍ່ສ້າງໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ2 ເຊິ່ງໂຄງການນີ້ຈະກາຍເປັນເສັ້ນທາງເຂົ້າໄປສູ່ແຫຼ່ງທ່ອງທ່ຽວທີ່ເປັນທຳມະຊາດອັນງົດງາມທີ່ພວກເຮົາມີ ພ້ອມນັ້ນທ່ານລັດຖະມົນຕີໄດ້ເນັ້ນໃຫ້ທາງຄະນະຮັບຜິດຊອບເອົາໃຈໃສ່ດ້ານສິ່ງແວດລ້ອມຕ່າງໆໃຫ້ມີຜົນກະທົບຫນ້ອຍທີ່ສຸດຕໍ່ກັບປະຊາຊົນ ແລະ ການກໍ່ສ້າງກໍ່ໃຫ້ຮັບປະກັນຄຸນນະພາບ ເພື່ອການນຳໃຊ້ໃຫ້ຍາວນານ ແລະ ການບໍລິຫານຄຸ້ມຄອງໃຫ້ມີຄວາມຍືນຍົງ

LEAVE A REPLY

Please enter your comment!
Please enter your name here