ມອບ-ຮັບ ເຮືອນນອນກອງຮ້ອຍສືບຂ່າວເຕັກນິກ ກອງບັນຊາການທະຫານແຂວງຊຽງຂວາງ

0
1451

ພິທີມອບ-ຮັບເຮືອນນອນ ກອງຮ້ອຍສືບຂ່າວ ເຕັກນິກກອງ ບັນຊາການທະຫານແຂວງຊຽງ ຂວາງ ໄດ້ຈັດຂຶ້ນໃນວັນທີ 15 ມີນາ 2022 ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ຂັນທອງ ວົງອຳຄາ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງຊຽງຂວາງ, ມີ ສະຫາຍ ພັນເອກ ຟາມວັນດົງ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງເຫງະອານ ສສ ຫວຽດນາມ ແລະ ສະຫາຍ ທາຍວັນແອັງ ຫົວໜ້າບໍລິສັດ ຈ່າງອານການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ 2 ກອງ ບັນຊາການທະຫານແຂວງຊຽງ ຂວາງ-ເຫງະອານ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

mh

ໂຄງການກໍ່ສ້າງເຮືອນນອນ ກອງຮ້ອຍສືບຂ່າວເຕັກນິກ ກອງ ປະຕິບັດງານ 131 ກອງບັນຊາ ການທະຫານແຂວງຊຽງຂວາງ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 25 ຕຸລາ 2021 ມາເຖິງວັນ ທີ 5 ກຸມພາ 2022 ຈຶ່ງໄດ້ສຳເລັດ ເຊິ່ງເປັນເຮືອນຊັ້ນດຽວກໍ່ສ້າງ ດ້ວຍເບຕົງເສີມເຫຼັກທີ່ແໜ້ນໜາ ຖາວອນ, ມຸງດ້ວຍກະເບື້ອງ ມີ ຂະໜາດ 18×10 ແມັດ ລວມ ມູນຄ່າການກໍ່ສ້າງທັງໝົດ 1.688.568.000 ດົງ ເຊິ່ງເປັນ ທຶນຊ່ວຍເຫຼືອລ້າຈາກກອງບັນ ຊາການທະຫານແຂວງເຫງະ ອານ ສສ ຫວຽດນາມ ຮັບເໝົາ ໂດຍບໍລິສັດ ຈ່າງອານ ການຄ້າ ຂາເຂົ້າ-ຂາອອກຈຳກັດຜູ້ດຽວ.

ສະຫາຍ ພັນເອກ ຟາມວັນ ດົງ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງເຫງະອານ ສສ ຫວຽດນາມ ໃນນາມເຈົ້າຂອງ ໂຄງການ ໄດ້ຂຶ້ນກ່າວມອບ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະ ວາ ຂັນທອງ ວົງອຳຄາ ພ້ອມທັງ ເຊັນບົດບັນທຶກການມອບ-ຮັບ ຢ່າງເປັນທາງການ.

LEAVE A REPLY

Please enter your comment!
Please enter your name here