ເຊື່ອມໂຍງກັບ 192 ປະເທດໃນທົ່ວໂລກ!

0
1825

ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ໄດ້ລາຍງານໃນພິທີສະເຫລີມສະຫລອງວັນໄປສະນີແຫ່ງຊາດ ຄົບຮອບ 57 ປີ (13/3/1965-13/3/2022) ໃນອາທິດຜ່ານມາວ່າ: ໄລຍະຜ່ານມາ ວຽກງານໄປສະນີຂອງ ສປປ ລາວ ສາມາດເຊື່ອມໂຍງກັບ 192 ປະເທດໃນທົ່ວໂລກ ເຮັດໃຫ້ການຈໍລະຈອນແຈກຢາຍສິ່ງຂອງ ແລະ ສິນຄ້າ ລະຫວ່າງບັນດາປະເທດ ລວມທັງໃນສປປ ລາວ ມີຄວາມສະດວກ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງຫລວງຫລາຍ. ຂະນະທີ່ຜູ້ປະກອບການໄປສະນີໃນຂອບເຂດທົ່ວປະເທດເພີ່ມຂຶ້ນຈາກ 5 ບໍລິສັດ ໃນປີ 2016 ເປັນ 40 ບໍລິສັດ ໃນປີ 2021 ເທົ່າກັບ 800%, ມູນຄ່າການລົງທຶນທີ່ຈົດທະບຽນຮອດປີ 2021 ມີເຖິງ 126,27 ຕື້ກີບ ເພີ່ມຂຶ້ນ 393,75% ທຽບໃສ່ປີ 2019, ບໍລິມາດການຮັບຝາກເພີ່ມຂຶ້ນ 600 ໂຕນ/ປີ ເມື່ອທຽບກັບປີ 2015 ທີ່ມີບໍ່ເຖິງ 100 ໂຕນ/ປີ, ປ່ອງບໍລິການໃນປີ 2021 ມີພຽງ 521 ປ່ອງ ຕົ້ນປີ 2022 ມີເຖິງ 800 ປ່ອງໃນທົ່ວປະເທດ ເພີ່ມຂຶ້ນ 153,5% ກວມເອົາອັດຕາສ່ວນຂອງພົນລະເມືອງ 8.750 ຄົນ/ປ່ອງ ຂອງພົນລະເມືອງ 7 ລ້ານຄົນ ແລະ ອັດຕາສະເລ່ຍ 454,51 ກິໂລຕາແມັດ/ປ່ອງບໍລິການ.

ການຂະຫຍາຍຕົວຂອງວຽກງານໄປສະນີ ໄດ້ສ້າງເງື່ອນໄຂ ແລະ ຂໍ້ສະດວກຫລາຍຂຶ້ນ ໃຫ້ແກ່ສັງຄົມ ໃນການສ້າງວຽກເຮັດງານທຳ ໃຫ້ກັບຊາວໜຸ່ມໄດ້ຢ່າງກວ້າງຂວາງ ເປັນຕົ້ນ ອາຊີບເສີມໃນການ ແຈກຢາຍເຄື່ອງຝາກ ໂດຍສະເພາະ ໃນຍຸກເສດຖະກິດດີຈີຕອນ ສິ່ງທີ່ຂາດບໍ່ໄດ້ກໍຄືເລື່ອງການເຮັດທຸລະກຳ ດ້ານການຄ້າເອເລັກໂຕຣນິກ ເຊິ່ງການຄ້າເອເລັກໂຕຣນິກ ແມ່ນອົງປະກອບໜຶ່ງທີ່ສຳຄັນໃນການສ້າງມູນຄ່າເພີ່ມ ແລະ ຊ່ອງທາງເປີດກວ້າງຕະຫລາດໃຫ້ກັບຜູ້ຜະລິດ ແລະ ຜູ້ຊົມໃຊ້ ເຊື່ອມໂຍງເຖິງກັນໄດ້ງ່າຍຂຶ້ນ.

ສິ່ງສຳຄັນຊ່ວຍໃຫ້ເກີດການແລກປ່ຽນຊື້-ຂາຍກັນໄດ້ຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງ ປະເທດ ໂດຍອາໄສ 3 ປັດໄຈພື້ນຖານ ຄື: ປັດໄຈດ້ານເຕັກໂນໂລຊີສື່ສານຂ່າວສານ, ປັດໄຈດ້ານຊໍາລະສະສາງ ແລະ ປັດໄຈດ້ານຈັດສົ່ງ-ແຈກຢາຍ ຂອງຂະແໜງການໄປສະນີ.

ນອກຈາກນີ້, ເຕັກໂນໂລຊີສື່ສານຂ່າວສານ ຍັງຊ່ວຍໃຫ້ການກະຈາຍຂໍ້ມູນຂ່າວສານ ຂອງສິນຄ້າ ແລະ ການບໍລິການຕ່າງໆ ຈາກຜູ້ສະໜອງໄປເຖິງຜູ້ບໍລິໂພກໄດ້ງ່າຍ ຜ່ານທາງ Smart Device ເພື່ອໃຫ້ຮູ້ສິນຄ້າຕ່າງໆມີແຫລ່ງຜະລິດຢູ່ໃສ, ມີຄຸນນະພາບແນວໃດ, ລາຄາເທົ່າໃດ, ສາມາດຊໍາລະເງິນໄດ້ໃນຊ່ອງທາງໃດ ແລະ ຈະສົ່ງໄປເຖິງມືຜູ້ບໍລິໂພກແນວໃດ ກ່ອນການພິຈາລະນາຕັດສິນໃຈສັ່ງຊື້.

ການຊໍາລະສະສາງແບບເອເລັກໂຕຣນິກ ເປັນຊ່ອງທາງທີ່ຊ່ວຍໃຫ້ເກີດຄວາມສະດວກ ໃນການສຳລະສະສາງ ໃນຮູບແບບເອເລັກໂຕຣນິກ ມີຄວາມສະດວກວ່ອງໄວ ແລະ ປອດໄພ ໂດຍນຳໃຊ້ບໍລິການຜ່ານ ແອັບພລີເຄຊັນຕ່າງໆຂອງທະນາຄານ ຫລື ບໍລິການໂອນຜ່ານຊ່ອງທາງອື່ນ ທີ່ທັງສອງຝ່າຍ ຜູ້ສະໜອງ ແລະ ຜູ້ບໍລິ ໂພກໄດ້ຕົກລົງກັນ.

ທ່ານ ສຸລິຍາ ຄຳບູຣາວົງ ກ່າວຕື່ມວ່າ: ປັດໄຈດ້ານການຈັດສົ່ງ ແລະ ແຈກຢາຍຂອງຂະແໜງ ການໄປສະນີ ແມ່ນມີຄວາມສຳຄັນຫລາຍ ເພາະມັນມີຜົນຕໍ່ສິນຄ້າ ແລະ ຄວາມເຊື່ອໝັ້ນ ລະຫວ່າງຜູ້ສະໜອງ ແລະ ຜູ້ບໍລິໂພກ ເນື່ອງຈາກການທີ່ຈະເຮັດໃຫ້ມີການຊື້ຂາຍເກີດຂຶ້ນໄດ້ຈິງ ກໍຕໍ່ເມື່ອທຸກໆການສັ່ງຊື້ທີ່ມີການສຳລະສະສາງໄປແລ້ວ ຜູ້ບໍລິໂພກກໍຕ້ອງມີຄວາມຫວັງ ທີ່ຢາກໄດ້ຮັບສິນຄ້າຕາມເວລາທີ່ຕົນກຳ ນົດ ໃນສະພາບທີ່ສິນຄ້າເທົ່າເດີມ ຕາມຈຳນວນທີ່ສັ່ງຊື້ໄປ.

ປັດໄຈດ້ານນີ້, ມັນຮຽກຮ້ອງຜູ້ໃຫ້ບໍລິການຕ້ອງມີທັງມາດຕະຖານ ແລະ ຄຸນນະພາບທີ່ດີ, ມີລາຄາທີ່ເຂົ້າເຖິງໄດ້ງ່າຍ ແລະ ສາມາດນຳສົ່ງ-ແຈກຢາຍໄປຮອດມືຜູ້ຮັບດ້ວຍຄວາມເພິ່ງພໍໃຈ.

ເພື່ອຕອບສະໜອງກັບຄວາມຕ້ອງການ ຂອງສັງຄົມຍຸກໃໝ່ ກົມໄປສະນີ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະເພີ່ມທະວີນໍາພາ ໃນການພັດທະນາການສື່ສານໄປສະນີໃນທຸກຮູບແບບ ໃຫ້ຂະຫຍາຍທົ່ວເຖິງໃນຂອບເຂດທົ່ວປະເທດ, ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ທັງຮັບປະກັນໃຫ້ປະຊາຊົນ ໄດ້ຊົມໃຊ້ບໍລິການໄປສະນີ ໄດ້ຢ່າງສະດວກສະບາຍ, ມີຄຸນນະພາບ ແລະ ວ່ອງໄວ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here