ປກສ ເມືອງນາຊາຍທອງ ຈັບກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ ພ້ອມຂອງກາງ

0
1393

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ແກ້ໄຂກຸ່ມ ຄ້າຂາຍຢາບ້າ ຢູ່ພື້ນທີ່ເມືອງນາຊາຍທອງ ໃນວັນທີ 17 ແລະ 18 ມີນາ 2022 ກັກເປົ້າໝາຍ 4 ຄົນ ພ້ອມຂອງກາງຢາບ້າ 12.065 ເມັດ ມາດໍາເນີນຄະດີ.

ພັທ ບຸນມີ ກັນຕີຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກປະຊາຊົນວ່າ ມີກຸ່ມໄວລຸ້ນມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຈິ່ງລົງກວດກາ, ຕິດຕາມ ຮອດວັນທີ 17 ມີນາ 2022, ເຂົ້າກັກເປົ້າໝາຍຄ້າຂາຍຢາເສບຕິດໄດ້ 3 ຄົນ ຄື ທ້າວ ວົງພາວັນ ອາຍຸ 38 ປີ ກຳມະກອນ ຢູ່ບ້ານຖ້ຳ ເມືອງນາຊາຍທອງ ພ້ອມຢາເສບຕິດ 65 ເມັດ, ທ້າວ ອ໋ອດ ອາຍຸ 32 ປີ ກຳມະກອນ ບ້ານດອນ ເມືອງຫາດຊາຍຟອງ ນວ ພ້ອມຢາບ້າ 3.000 ເມັດ ແລະ ທ້າວ ເດດນະພາ ອາຍຸ 25 ປີ ກຳມະກອນ ບ້ານດອນຝາຍ ເມືອງຫາດຊາຍຟອງ ພ້ອມຂອງກາງ 3.000 ເມັດ ແລະໄດ້ສອບສວນເບື້ອງຕົ້ນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ຕົກມາຮອດວັນທີ 18 ມີນາ 2022, ໄດ້ສືບຕໍ່ກັກຕົວ ທ້າວ ໂນ້ ອາຍຸ 40 ບ້ານຫ້ວຍເພັດ ເມືອງປາກກະດິງ ແຂວງບໍລິຄຳໄຊ ມີຢາເສບຕິດ 6.000 ເມັດ.

ຜ່ານມາສອບສວນເບື້ອງຕົ້ນພວກກ່ຽວຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງພວກກ່ຽວ ຊື້ມາຈາກພັກພວກຮ່ວມຂະບວນການຄ້າຂາຍຢາເສບຕິດ ເພື່ອເອົາມາຂາຍໃຫ້ກັບກຸ່ມໄວລຸ້ນທົ່ວໄປ, ປັດຈຸບັນ ກໍາລັງເລັ່ງຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

LEAVE A REPLY

Please enter your comment!
Please enter your name here