ປະຊາຊົນ ບ້ານໂພນໂຮມ ຕື່ນຕົວມອບອາວຸດລ່າເນື້ອຄືນໃຫ້ເຈົ້າໜ້າທີ່

0
996

ເມື່ອບໍ່ດົນມານີ້, ທີ່ບ້ານໂພນໂຮມ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດພິທີມອບອາວຸດລ່າເນື້ອ (ປືນແກັບ) ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໂດຍການເປັນປະທານຂອງທ່ານ ພັທ ຈັນທາ ພັນທະວົງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ, ມີຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ ຕະຫຼອດຮອດປະຊາຊົນເຂົ້າຮ່ວມ.

ທ່ານ ຫົງຄໍາ ດົງຂະສິດ ນາຍບ້ານໂພນໂຮມ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານໂພນໂຮມ ໄດ້ກຳນົດເປັນບ້ານພັດທະນາ, ບ້ານປອດຢາເສບຕິດ, ບ້ານປອດຄະດີ, ບ້ານປ້ອງກັນຊາດເຂັ້ມແຂງ ຊຶ່ງເປັນບ້ານຊົນເຜົ່າກຶມມຸ, ມີທັງໝົດ 131 ຄອບຄົວ, ພົນລະເມືອງທັງໝົດ 768 ຄົນ ຍິງ 399 ຄົນ. ຜ່ານການຈັດຕັ້ງເຊື່ອມຊຶມເອກະສານຕິດພັນກັບການແກ້ໄຂວາລະແຫ່ງຊາດເປັນຕົ້ນແມ່ນ ແຈ້ງການຂອງກອງບັນຊາການປ້ອງກັນຄວາມສະຫງົບ ເມືອງນ້ຳບາກ ສະບັບເລກທີ 307/ປກສ-ມນບ, ວ່າດ້ວຍການຫ້າມນໍາໃຊ້ອາວຸດເສິກ, ອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ແລະ ເຄື່ອງຊັອດປາ.

ເອກະສານຂອງກອງບັນຊາການ ປກສ ເມືອງນ້ຳບາກ ສະບັບເລກທີ 308/ປກສ-ມນບ, ວ່າດ້ວຍກົດລະບຽບການຄຸ້ມຄອງອາວຸດ, ທາດແຕກ, ທາດລະເບີດ ແລະ ເຄື່ອງຊັອດປາ, ຜ່ານການຈັດຕັ້ງເຊື່ອມຊຶມເອກະສານດັ່ງກ່າວເຫັນວ່າ ປະຊາຊົນຈຳນວນຫຼວງຫຼາຍແມ່ນເຂົ້າໃຈດີ ແລະ ສະໝັກໃຈນຳເອົາອາວຸດຊະນິດປືນແກັບ ມາສົ່ງໃຫ້ທາງອຳນາດການປົກຄອງບ້ານ ແລ້ວບ້ານກໍສັງລວມນຳສົ່ງໃຫ້ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ມີທັງໝົດ 69 ກະບອກ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here