ລາວ-ບຣາຊິນ ລົງນາມສັນຍາການຮ່ວມມືດ້ານເຕັກນິກ

0
835

ເມື່ອບໍ່ດົນມານີ້, ຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ມີພິທີລົງນາມໃນສັນຍາວ່າດ້ວຍ ການຮ່ວມມືດ້ານເຕັກນິກ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສະຫະພັນ ບຣາຊິນ ໂດຍມີເປົ້າໝາຍໃນການສົ່ງເສີມການຮ່ວມມືທາງດ້ານວິຊາການ ໃນຂະແໜງການທີ່ເປັນບູລິມະສິດຂອງສອງຝ່າຍ ເຊັ່ນ: ກະສິກໍາ, ລ້ຽງສັດ, ສາທາລະນະສຸກ, ການສຶກສາ, ການຫລຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານອາຫານ, ການເປັນມືອາຊີບ ແລະ ຂະແໜງການ ອື່ນໆ ທີ່ມີຄວາມສົນໃຈ ເພື່ອການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ.

ໃນພິທີລົງນາມໃນຄັ້ງນີ້, ຕາງໜ້າໃຫ້ລັດຖະບານລາວ ແມ່ນທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ ແມ່ນທ່ານ ໂຈເຊ ໂບເຈດ ໂດດ ຊານໂຕດ ຈູເນຍ (José Borges dos Santos Júnior) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ ມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.

ໂອກາດນີ້, ທ່ານເອກອັກຄະລັດຖະທູດ ຂອງສອງປະເທດ ໄດ້ສະແດງຄວາມປິຕິຍິນດີ ແລະ ເຊື່ອໝັ້ນວ່າ ສັນຍາວ່າດ້ວຍການຮ່ວມດ້ານເຕັກນິກ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມື ໃນຂະແໜງການຕ່າງໆ ໂດຍສະເພາະການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ລະຫວ່າງ ສອງປະເທດ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ບຣາຊິນ ໃນຊຸມປີຕໍ່ໜ້າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະ ຫະພັນ ບຣາຊິນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 12 ມິຖຸນາ 1995, ນັບແຕ່ການສ້າງຕັ້ງສາຍພົວພັນການທູດຮ່ວມກັນເປັນຕົ້ນມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ສອງຝ່າຍ ລາວ-ບຣາຊິນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນຫລາຍລະດັບ, ການພົວພັນສອງຝ່າຍ ແມ່ນມີການພົວພັນ ຮ່ວມມືກັນຢ່າງປົກກະຕິນໍາກັນຕະຫລອດມາ ໂດຍສະເພາະໃນໂອກາດສໍາຄັນຕ່າງໆ, ການນໍາຂັ້ນສູງ ຂອງສອງປະເທດ ກໍໄດ້ສົ່ງສານອວຍພອນ ເຊິ່ງກັນ ແລະ ກັນ.

ພ້ອມກັນນັ້ນ, ໃນໄລຍະຜ່ານມາ, ລັດຖະບານບຣາຊິນ ເຄີຍໃຫ້ທຶນຝຶກອົບຮົມສໍາ ລັບນັກການທູດໜຸ່ມນ້ອຍ, ກິລາບານເຕະ ແລະ ຂໍ້ລິເລີ້ມໂຄງການຊົນລະປະທານ ແກ່ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ.

ພ້ອມນີ້, ບຣາຊິນ ສະແດງຄວາມສົນໃຈ ການສຶກສາຄວາມເປັນໄປ ໄດ້ໃນການຮ່ວມມືດ້ານການລ້ຽງງົວພັນຊີ້ນ ເພື່ອສົ່ງອອກຂາຍໃຫ້ແກ່ ສປ ຈີນ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here