ເປີດເທສະການ ຫຸ່ນເຟືອງທົ່ງນາແຊງບ້ານນາ ຢູ່ນະຄອນຫລວງວຽງຈັນ

0
2974

ເທສະການ ຫຸ່ນເຟືອງທົ່ງນາແຊງບ້ານນາ ຈັດຂຶ້ນໃນລະວ່າງວັນທີ 21-27 ມີນາ 2022 ຢູ່ບ້ານໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີການວາງສະແດງ ຫຸ່ນເຟືອງ ທີ່ເປັນຮູບສັດຕ່າງໆ ເປັນຕົ້ນ, ເສືອ, ສິງ, ລິງ (ຄິງຄ໋ອງ), ຊ້າງ, ຄວາຍ ເພື່ອສ້າງສີສັນ ໃຫ້ມວນຊົນ ໄດ້ມາທ່ຽວ, ມາຊົມ, ໄດ້ຖ່າຍພາບ ເກັບເອົາບັນຍາກາດທົ່ງນາແບບບ້ານໆທີ່ສວຍງາມ, ພ້ອມນັ້ນ, ຍັງ ມີບ່ອນຫລິ້ນເດັກນ້ອຍ, ມີການສະແດງສິລະປະ, ຟ້ອນ, ຮ້ອງເພງ ສະລັບສັບປ່ຽນກັນ ໃນແຕ່ລະວັນ, ນອກນັ້ນ, ຍັງມີຮ້ານອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ ແລະ ວາງສະແດງລົດ ຕື່ມອີກ.

ທ່ານນາງ ວົງຈັນ ບົວແພງ ຮອງປະທານໂຮງແຮມລາວເທວ, ປະທານຈັດງານເທສະການ ຫຸ່ນເຟືອງທົ່ງນາແຊງບ້ານນາ ກ່າວໃນພິທີເປີດງານຄັ້ງນີ້ວ່າ: ເທສະການນີ້, ຈັດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວ ແນໃສ່ສ້າງບັນຍາກາດແບບເກົ່າໆ, ແບບບ້ານນາຢູ່ກາງທົ່ງນາ, ເພື່ອໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມ, ທັງເປັນການສ້າງເງື່ອນໄຂໃຫ້ຜູ້ປະກອບການ ຊາວຄ້າຂາຍ ໃນເຂດໃກ້ຄຽງ ໄດ້ມີລາຍຮັບ ນຳເອົາສິນຄ້າປະເພດຕ່າງໆມາວາງຈຳໜ່າຍ ພາຍໃນງານ.

ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າ ພະແນກຖະແຫລ່ງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ກ່າວວ່າ: ໃນໄລຍະຜ່ານມາ, ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຂົງເຂດບໍລິການການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ແຕ່ເຖິງຢ່າງໃດກໍຕາມ, ພັກ ແລະ ລັດຖະ ບານ ກໍໄດ້ເອົາໃຈໃສ່ໃນການຟື້ນຟູ ໂດຍສະເພາະຂະແໜງທ່ອງທ່ຽວ ສະເພາະນະ ຄອນຫລວງວຽງຈັນ ມີ 2 ໂຄງການ ຄື: ໂຄງການທົດລອງນຳເຂົ້ານັກທ່ອງທ່ຽວມາຕີກ໊ອບ ແລະ ໂຄງການທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ. ສະນັ້ນ, ການຈັດງານ ຄັ້ງນີ້ ກໍເປັນແຜນວຽກໜຶ່ງໃນກິດຈະກໍາ ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງລາວ ກໍຄື ແຜນວຽກການທ່ອງທ່ຽວ “ລາວທ່ຽວລາວ” ເຊິ່ງເປັນງານທີ່ມີຄວາມໝາຍສຳຄັນ ໃນການປະກອບສ່ວນຍູ້ໜູນການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ໃຫ້ມີຫລາກຫລາຍກິດຈະກຳ, ຫລາກຫລາຍສີສັນ ພາຍໃຕ້ເງື່ອນໄຂທີ່ພັກ-ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມ.

ແຫຼ່ງຂ່າວປະເທດລາວ

LEAVE A REPLY

Please enter your comment!
Please enter your name here