ປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂະຫຍາຍຂົງເຂດການຮ່ວມມື ໃນດ້ານຕ່າງໆຫຼາຍຂຶ້ນ

0
1569

ໃນໂອກາດວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 6 ປີ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຂຽນບົດຄວາມກ່ຽວກັບວັນດັ່ງກ່າວວ່າ: ໃນວັນທີ 23 ມີນາ 2016, ບັນດາຜູ້ນຳຈາກປະເທດແມ່ນໍ້າຂອງ (ກໍາປູເຈຍ, ສປປ ລາວ, ສສ ມຽນມາ, ໄທ ແລະ ສສ ຫວຽດນາມ) ແລະ ສປ ຈີນ ໄດ້ຮ່ວມກັນປະກາດສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນຢ່າງເປັນທາງການໃນກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງປະຖົມມະລືກ ທີ່ ເມືອງຊັນຢາ, ໄຫໜານ, ສປ ຈີນ.

ບັນດາປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຮ່ວມກັນວາງເປົ້າໝາຍເພື່ອການພັດທະນາເສດຖະກິດ-ສັງຄົມຮອບດ້ານ ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ແນໃສ່ຫລຸດຜ່ອນຄວາມແຕກໂຕນທາງດ້ານການພັດທະນາ ໂດຍແນໃສ່ 3 ເສົາຄໍ້າຄື: ການ ເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ, ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນກັບປະຊາຊົນ, ໃນນີ້ໄດ້ສຸມໃສ່ 5 ຂົງເຂດບູລິມະສິດເຊັ່ນ: ການເຊື່ອມຈອດ, ສົ່ງເສີມຄວາມອາດສາມາດການຜະລິດເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງແຫລ່ງຊັບພະ ຍາກອນນໍ້າ, ກະສິກໍາ ແລະ ການຫລຸດຜ່ອນຄວາມທຸກຍາກ.

ນັບແຕ່ນັ້ນມາ, ການຮ່ວມມືລະຫວ່າງປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຍິ່ງເພີ່ມທະວີການພົວພັນ ແລະ ຂະຫຍາຍຂົງເຂດການຮ່ວມມືໃນດ້ານຕ່າງໆຫລາຍຂຶ້ນ ເປັນຕົ້ນ ການສຶກສາ, ສາທາລະນະສຸກ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກດ້ານການຂົນສົ່ງສິນຄ້າ ແລະ ອື່ນໆ ໂດຍສະແດງອອກຈາກໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ເຊິ່ງໄດ້ໃຫ້ການຊ່ວຍເຫລືອດ້ານທຶນຮອນ ແລະ ເຕັກນິກວິຊາການ ເພື່ອສ້າງຄວາມອາດສາມາດໃນການຍົກລະດັບການເຕີບໂຕທາງດ້ານເສດຖະກິດ ກໍຄື ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ເລີ່ມຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ, ປະຊາຄົມໂລກ ໄດ້ປະເຊີນໜ້າກັບການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບຕໍ່ວິຖີການດຳລົງຊີວິດ, ການໄປມາຫາສູ່ ລະຫວ່າງປະ ເທດ ແລະ ສະພາບເສດຖະກິດຢ່າງໜັກໜ່ວງ ລວມທັງການສູນເສຍຊີວິດຂອງປະຊາຊົນເປັນຈຳນວນຫລວງຫລາຍ, ທ່າມກາງສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດັ່ງກ່າວ ບັນດາປະເທດສະມາ ຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍບໍ່ເຄີຍລົດລະຄວາມພະຍາຍາມຕໍ່ຄວາມໝາຍໝັັ້ນຂອງການຮ່ວມມື ແລະ ໄດ້ສືບຕໍ່ເພີ່ມທະວີການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ພ້ອມທັງໄດ້ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕໍ່ສູ້ກັບໄພຂົ່ມຂູ່ຄັ້ງນີ້.

ເພື່ອເປັນການເພີ່ມທະວີການຮ່ວມມື ດັ່ງກ່າວ, ສປ ຈີນ ກໍໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ຂຶ້ນ ທີ່ນະຄອນສົງຊິງ, ສປ ຈີນ ໃນປີ 2021 ພາຍໃຕ້ການເປັນປະທານຮ່ວມຂອງ ສປ ຈີນ ແລະ ສສ ມຽນມາ, ກອງປະຊຸມໃນຄັ້ງນີ້ ໄດ້ມີຂໍ້ລິເລີ່ມທີ່ດີໃນການຂະຫຍາຍຂົງເຂດການຮ່ວມມືສູ່ລວງເລິກ ແລະ ລວງກວ້າງ ເຊັ່ນ: ການສົ່ງເສີມການຮ່ວມມືເພື່ອການພັດທະນາແບບຍືນຍົງ, ການຮັດແໜ້ນການຮ່ວມມືລະຫວ່າງອົງການປົກຄອງທ້ອງຖິ່ນ ແລະ ອື່ນໆ. ໄປຄ່ຽງຄູ່ກັບການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຈາກການເຂົ້າຮ່ວມ ແລະ ປະກອບສ່ວນໃນດ້ານຕ່າງໆແລ້ວ, ສປປ ລາວ ຍັງໄດ້ຮັບຜົນປະໂຫຍດ ທີ່ເປັນຮູບປະທໍາຈາກການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນຕົ້ນ ການຈັດຕັ້ງປະຕິບັດໂຄງການເຫັນຜົນໄວ ເຊັ່ນ:

ໂຄງການທົດລອງແກ້ໄຂຄວາມທຸກຍາກລາວ-ຈີນ ມູນຄ່າ 33 ລ້ານຢວນ ຢູ່ ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ ທີ່ ສໍາເລັດໃນປີ 2020 ເຊິ່ງໄດ້ສ້າງພື້ນຖານໂຄງລ່າງຂະໜາດນ້ອຍຄື: ສ້າງສຸກສາລາ, ຫໍພັກຄູ-ອາຈານ, ສູນບໍາບັດຂີ້ເຫຍື້ອ ແລະ ສູນຝຶກອົບຮົມການເຮັດກະສິກໍາສະອາດໃຫ້ປະຊາຊົນໃນລະດັບບ້ານ ເພື່ອເປັນການສ້າງລາຍຮັບໃຫ້ປະຊາຊົນໃນເຂດດັ່ງກ່າວ. ພ້ອມກັນນີ້, ແຕ່ປີ 2017 ເປັນຕົ້ນມາ, ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສປປ ລາວ ໄດ້ຮັບໂຄງການທັງໝົດ 56 ໂຄງການ, ຄິດເປັນມູນຄ່າລວມປະມານ 15 ລ້ານກວ່າໂດລາສະຫະລັດ. ມາເຖິງປັດຈຸບັນສາມາດປະຕິບັດສໍາເລັດແລ້ວ 11 ໂຄງການ, ກໍາລັງຈັດຕັ້ງປະຕິບັດຢູ່ 45 ໂຄງການ, ບັນດາໂຄງການເຫລົ່ານັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ພາກພື້ນແມ່ນໍ້າຂອງ.

ສປປ ລາວ ຕີລາຄາສູງຕໍ່ໝາກຜົນການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ບົນຈິດໃຈການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ຄວາມສາມັກຄີປອງດອງ ແລະ ເປັນຈິດໜຶ່ງໃຈດຽວ ໃນການພັດທະນາອະນຸພາກພື້ນແມ່ນໍ້າຂອງ ກໍຄື ການສົ່ງເສີມການຮ່ວມມື ໃຫ້ນັບມື້ນັບແໜ້ນແຟ້ນ, ຂະຫຍາຍໄປສູ່ລວງກວ້າງ ແລະ ລວງເລິກ ຢ່າງມີປະສິດທິຜົນ ແລະ ມີຜົນປະໂຫຍດຮ່ວມກັນ ລະຫວ່າງປະເທດສະມາຊິກ. ສປປ ລາວ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕະຫລອດມາ ໂດຍສະເພາະການສະໜັບສະໜູນທຶນຊ່ວຍ ເຫລືອ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງເຮັດໃຫ້ບັນດາໂຄງການຮ່ວມມືຕ່າງໆໃນອະນຸພາກພື້ນແມ່ນໍ້າຂອງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນ ແລະ ເປັນຮູບປະທຳ.

ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງກົນໄກການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 6 ປີ ແລະ ຂໍອວຍພອນໃຫ້ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາອະນຸພາກພື້ນແມ່ນໍ້າຂອງໃຫ້ມີຄຸນນະພາບ ແລະ ຍືນຍົງ ກໍຄື ຮັບປະກັນໃຫ້ເປັນອະນຸພາກພື້ນ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢ່າງຮອບດ້ານ ທັງປະກອບສ່ວນ ເຂົ້າໃນການສ້າງປະຊາຄົມອາຊຽນ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ການບັນລຸເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ສປປ ລາວ ໃນຖານະປະເທດສະມາຊິກ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບ ສປ ຈີນ ແລະ ບັນດາປະເທດແມ່ນໍ້າຂອງໃນການປະກອບສ່ວນ ແລະ ເຂົ້າຮ່ວມກິດຈະກຳຕ່າງໆ ກໍຄື ການຈັດຕັ້ງຜັນຂະຫຍາຍບັນດາຖະແຫລງການກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍຄື ແຜນປະຕິບັດງານປີ (2018-2022) ແລະ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການຕ່າງໆພາຍໃຕ້ຂອບການຮ່ວມມືດັ່ງກ່າວຢ່າງຫ້າວຫັນ ຮັບປະກັນໝາກຜົນຕົວຈິງໃຫ້ແກ່ບັນ ດາປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here