ສະຫຼຸບ 5 ທິດຊີ້ນຳ ຕໍ່ບັນດາເອກະສານສຳຄັນ

0
2153

ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມລັດຖະບານ ປະຈຳເດືອນມີນາ 2022, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນຕອນແລງຂອງວັນທີ 22 ມີນາ 2022.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 21 ແລະ ປິດລົງ ໃນຕອນແລງ ວັນທີ 22 ມີນາ 2022 ທີ່ສຳນັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ ແລະ ຜູ້ຕາງໜ້າຈາກກະຊວງເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ພ້ອມທັງ ໄດ້ຕົກລົງ ແລະ ມີທິດຊີ້ນຳ ຕໍ່ບັນດາເອກະສານສຳຄັນ ດັ່ງນີ້:

1.ຮ່າງບົດສະຫຼຸບຕີລາຄາການປະຕິບັດວຽກງານຈຸດສຸມ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນ ເມສາ 2022 ຂອງລັດຖະບານ, ຊຶ່ງກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງບົດສະຫຼຸບລາຍງານດັ່ງກ່າວ ແລະ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງເນື້ອໃນ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ຄົບຖ້ວນ, ສົມບູນ ຂຶ້ນຕື່ມ. ນອກຈາກນີ້ ກໍໄດ້ຊີ້ນໍາໃຫ້ຂະແໜງການກ່ຽວ ຂ້ອງ ສືບຕໍ່ຈັດຕັ້ງປະຕິບັດວຽກ ງານຈຸດສຸມປະຈຳເດືອນ ເມສາ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນເອງ; ຖ້າຫາກບັນ ຫາໃດເຄັ່ງຮ້ອນຮີບດ່ວນ ກໍ່ໃຫ້ຄົ້ນຄວ້າຫາວິທີການແກ້ໄຂ ອະທິ ບາຍຊີ້ແຈງ ໃຫ້ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບ ພ້ອມທັງ ລາຍງານຄວາມຄືບໜ້າ ຕໍ່ກອງປະຊຸມລັດ ຖະບານ ໃນເດືອນຕໍ່ໄປ.

2.ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່) ແລະ ຮ່າງກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ປັບປຸງບາງມາດຕາ). ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາສອງຮ່າງກົດໝາຍດັ່ງກ່າວ, ພ້ອມທັງ ຊີ້ນຳຂະແໜງການກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະ ບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ແທດເໝາະກັບເງື່ອນໄຂຕົວຈິງ, ສາມາດຄຸ້ມຄອງວຽກງານດັ່ງກ່າວ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງປັບ ປຸງແລ້ວ ໃຫ້ສົມທົບກັບກະຊວງຍຸຕິທຳ ແລະ ຫ້ອງວ່າການສຳນັກ ງານນາ ຍົກລັດຖະມົນຕີ ເພື່ອຮຽບຮຽງຄືນ ແລ້ວສົ່ງຂໍຄຳເຫັນ ຈາກທ່ານຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ເພື່ອໃຫ້ທັນນຳສະ ເໜີພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດ ໃນຂັ້ນຕໍ່ໄປ.

3.ຮ່າງລັດຖະບັນຍັດ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາ ສີຂາອອກ (ສະບັບປັບປຸງ) ແລະ ຮ່າງດໍາລັດ ວ່າດ້ວຍໃບເກັບເງິນ (ສະບັບປັບປຸງ). ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາສອງນິຕິກຳດັ່ງກ່າວ, ພ້ອມທັງ ຊີ້ນຳຂະແໜງການກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະ ບານ ເປັນຕົ້ນ ຊື່ຂອງຮ່າງດຳລັດ, ການນຳໃຊ້ຄຳສັບ, ການໃຫ້ນິຍາມເພີ່ມຕື່ມບາງຄຳສັບ, ການກຳນົດມາດຕະການຄຸ້ມຄອງວຽກງານ ແລະ ອື່ນໆ ເພື່ອໃຫ້ມີເນື້ອໃນ ຄົບຖ້ວນ, ລະອຽດ, ຈະແຈ້ງ, ຮັດກຸມ ສອດຄ່ອງກັບຕົວຈິງ, ສາ ມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

4.ຮ່າງດໍາລັດ ວ່າດ້ວຍພົນລະ ເມືອງກິດຕິມະສັກ, ຮ່າງດຳລັດ ວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດ ແຍ່ງທາງດ້ານເສດຖະກິດເອກະ ຊົນ ແລະ ຮ່າງດໍາລັດ ວ່າດ້ວຍຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ກອງປະ ຊຸມ ເຫັນດີດ້ານຫຼັກການ ຮັບຮອງຮ່າງດຳລັດດັ່ງກ່າວ ໂດຍໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດເງື່ອນໄຂຕ່າງໆ ແລະ ຂັ້ນຕອນ ການເປັນພົນລະເມືອງກິດຕິມະສັກ; ການກໍານົດ ຄະນະຮັບຜິດຊອບຄົ້ນຄວ້າ ແລະ ພິຈາ ລະນາ ການເປັນພົນລະເມືອງກິດຕິມະສັກ; ການກຳນົດສິດ ແລະ ພັນທະ ຂອງພົນລະເມືອງກິດຕິມະສັກ; ໄລຍະເວລາ ແລະ ກົນໄກ ໃນການຄົ້ນຄວ້າ, ການອະນຸມັດ ແລະ ການມອບນາມ ມະຍົດ ພົນລະເມືອງກິດຕິມະ ສັກ; ສ່ວນ ຮ່າງດຳລັດ ວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ຮ່າງດໍາລັດ ວ່າດ້ວຍຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກໍ່ໃຫ້ປັບປຸງເນື້ອໃນ ໃຫ້ຄົບຖ້ວນ, ຮັດກຸມ, ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ມີຢູ່ແລ້ວ ເພື່ອຮັບປະກັນການຈັດຕັ້ງປະຕິບັດຕົວຈິງ ມີປະສິດທິຜົນ.

5.ຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງ ຢູ່ ສປປ ລາວ. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດ ທະສາດດັ່ງກ່າວ, ພ້ອມທັງ ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດວິທີການ ແລະ ກົນໄກການບໍລິ ຫານຄຸ້ມຄອງວຽກງານ; ຈັດລຽງບູລິມະສິດ ຂອງວຽກງານ; ຂຶ້ນແຜນງົບປະມານຮັບໃຊ້ວຽກງານ; ສ້າງແຜນພັດທະນາບຸກຄະລາກອນ ຮັບໃຊ້ວຽກງານ; ແຜນວຽກໂຄສະນາເຜີຍແຜ່; ການເກັບກຳຂໍ້ມູນພື້ນທີ່ ແລະ ລະເບີດບໍ່ທັນແຕກ ເພື່ອວາງແຜນແກ້ໄຂ ໃຫ້ລະອຽດ ແລະ ຈະແຈ້ງ; ນອກ ຈາກນັ້ນ ກໍ່ໃຫ້ຖອດຖອນບົດ ຮຽນຄືນ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ ເພື່ອນຳມາເປັນຂໍ້ມູນ ປັບປຸງຮ່າງແຜນຍຸດທະສາດ ໃຫ້ມີເນື້ອໃນແທດຕົວຈິງ, ສາມາດຈັດຕັ້ງປະຕິບັດ ມີຄວາມຄືບໜ້າໄວ, ມີປະສິດພາບ, ປະສິດທິຜົນສູງ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາກົດໜ່ວງຖ່ວງດຶງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ຢ່າງແທ້ຈິງ.

ສໍາລັບແຜນວຽກຈຸດສຸມ ປະຈຳເດືອນເມສາ 2022 ຊຶ່ງແມ່ນໄລຍະບຸນປີໃໝ່ລາວ ແລະ ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງມີທ່າອ່ຽງເພີ່ມສູງຂຶ້ນ, ລັດຖະບານ ຈະສືບຕໍ່ສຸມທຸກກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດຖະກິດຂອງປະເທດເຮົາ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດ ຕາມແຜນທີ່ກຳນົດໄວ້ ໂດຍສະເພາະ ສຸມໃສ່ປະຕິບັດດຳລັດວ່າດ້ວຍລົດຂອງລັດ, ແກ້ໄຂລົດນຳເຂົ້າບໍ່ຖືກກົດ ໝາຍ, ການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງ ໃນລະດັບທີ່ກໍານົດໄວ້, ຄຸ້ມຄອງລາຄານໍ້າມັນເຊື້້ອໄຟ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ- ສັງ ຄົມ ຂອງປະເທດເຮົາ ຢ່າງໜັກ ຜ່ອນຄາຍລົງ.

ອ່ານຕໍ່: ສະຫຼຸບແຜນວຽກ ໃນ 5 ຂົງເຂດວຽກງານ

ຂ່າວ ແລະ ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

LEAVE A REPLY

Please enter your comment!
Please enter your name here