ສະຫຼຸບແຜນວຽກ ໃນ 5 ຂົງເຂດວຽກງານ

0
3176

ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວ ໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມລັດຖະບານ ປະຈຳເດືອນມີນາ 2022, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນຕອນແລງຂອງວັນທີ 22 ມີນາ 2022.ສໍາລັບແຜນວຽກລະອຽດ ໃນແຕ່ລະຂົງເຂດ ມີດັ່ງນີ້:

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 21 ແລະ ປິດລົງ ໃນຕອນແລງ ວັນທີ 22 ມີນາ 2022 ທີ່ສຳນັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ ແລະ ຜູ້ຕາງໜ້າຈາກກະຊວງເຂົ້າຮ່ວມ.

ສໍາລັບແຜນວຽກລະອຽດ ໃນແຕ່ລະຂົງເຂດ ມີດັ່ງນີ້:

1) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ສືບຕໍ່ຈັດຕັ້ງປະຕິບັດແຜນງານໂຄງການຂອງສອງກໍາລັງ ປກຊ- ປກສ ໂດຍຕິດພັນຢ່າງສະນິດແໜ້ນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ດ້ວຍມາດຕະການຕ່າງໆ ໃຫ້ແຂງແຮງກວ່າເກົ່າ ທັງສຸມກໍາລັງເຂົ້າໃນປ້ອງກັນຕາມຊາຍແດນ ເພື່ອສະກັດກັ້ນ ການລັກລອບເຂົ້າເມືອງ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ.

2) ຂົງເຂດເສດຖະກິດ.

  • ສືບຕໍ່ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃນການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ, ຊຸກຍູ້ການຈັດເກັບລາຍຮັບ ດ້ວຍມາດຕະການຕ່າງໆ ລວມທັງການຕິດຕັ້ງອຸປະກອນຈັດເກັບລາຍຮັບແບບທັນສະໄໝໃຫ້ສຳເລັດ, ສືບຕໍ່ອອກໃບຕາດິນໃຫ້ບັນລຸຕາມແຜນ ຕິດພັນກັບການສ້າງຖານລາຍຮັບໃຫ້ຫຼາຍຂຶ້ນ. ສືບຕໍ່ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ຕາມທິດປະຢັດ ແລະ ຕ້ານການຟຸມເຟືອຍ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ແລະ ຮັບປະກັນ ການປະຕິ ບັດລາຍຈ່າຍເງິນເດືອນພະນັກ ງານ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ທັນຕາມແຜນ.
  • ສືບຕໍ່ສົມທົບ ແລະ ຈັດສັນງົບປະມານ ເຂົ້າໃສ່ການປະຕິບັດແຜນພັດທະນາເສດຖະກິດສັງຄົມ.
  • ສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ດ້ວຍມາດຕະການຕ່າງໆ ທີ່ກໍານົດໄວ້, ປັບປຸງກົນໄກການຊໍາລະສະສາງໃນຂະແໜງການຕ່າງໆ ແບບທັນສະໄໝ ໂດຍຜ່ານລະບົບທະນາຄານ ໃຫ້ຫຼາຍຂຶ້ນ.
  • ສືບຕໍ່ຊຸກຍູ້ການຜະລິດໃນລະດູແລ້ງ ເພື່ອຮັບປະກັນການສະ ໜອງສະບຽງອາຫານໃຫ້ແກ່ສັງຄົມ ໄດ້ຕາມຄວາມຕ້ອງການ ແລະ ເປັນສິນຄ້າສົ່ງອອກ ຕາມເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກ ໃນການສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍແດນໃນທົ່ວປະເທດ.
  • ສືບຕໍ່ຄຸ້ມຄອງລາຄາສິນຄ້າ ລວມທັງນໍ້າມັນເຊື້ອໄຟທຸກປະເພດ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ.
  • ສືບຕໍ່ຄຸ້ມຄອງການຂຸດຄົ້ນ- ສົ່ງອອກແຮ່ທາດຕ່າງໆ ໃນຮູບແບບປົກກະຕິ ແລະ ໃນຮູບແບບທົດລອງ ໃຫ້ມີປະສິດທິຜົນສູງຂຶ້ນ.
  • ສືບຕໍ່ຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະທີ 2, ການກໍ່ສ້າງທາງດ່ວນ, ໂຄງການໂລຈິດສະຕິກ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການ ລວມທັງຊຸກຍຸ້ພາກສ່ວນກ່ຽວຂ້ອງປັບປຸງການບໍລິການ ລົດໄຟ ລາວ-ຈີນ ໃຫ້ມີຄວາມສະດວກຂຶ້ນ. – ສືບຕໍ່ຜັນຂະຫຍາຍ ນະໂຍບາຍການພັດທະນາເສດຖະກິດດີຈີຕອນ ໃຫ້ເປັນຮູບປະທໍາໃນບາງຂົງເຂດໃຫ້ໄດ້ຮັບຜົນດີຂຶ້ນ.

3). ຂົງເຂດວັດທະນະທໍາ-ສັງຄົມ:

  • ສືບຕໍ່ເປີດການຮຽນ-ການສອນ ທຸກສາຍ ແບບເຊິ່ງໜ້າ ແລະ ຮູບແບບຕ່າງໆ ໃນສະຖານການສຶກ ລວມທັງປຸກລະດົມນັກຮຽນ-ນັກສຶກສາ ຕາມເກນອາຍຸ ທີ່ກະຊວງສາທາລະນະສຸກກຳນົດໄວ້ ໃຫ້ໄປຮັບວັກຊິນປ້ອງກັນໂຄວິດ-19 ຕາມແຜນການ. ນອກຈາກນັ້ນ, ກໍກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຂົ້າຮ່ວມງານມະຫາກໍາກິລາ ຊີເກມ ຄັ້ງທີ 35 ທີ່ຈະຈັດຂຶ້ນຢູ ສສ ຫວຽດນາມ.
  • ເພີ່ມທະວີການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການກວດຫາເຊື້ອ, ການຈໍາກັດບໍລິເວນ, ການປິ່ນປົວ, ການສັກວັກຊີນ ແລະ ການປະຕິບັດນະໂຍບາຍຕ່າງໆ ໃຫ້ແກ່ເປົ້າໝາຍກ່ຽວຂ້ອງ ຢ່າງເປັນລະບົບ.
  • ສືບຕໍ່ເອົາໃຈໃສ່ຊຸກຍູ້ ແລະ ຕິດຕາມ ການປະຕິບັດບົດບາດຂອງຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ແຂງແຮງກວ່າເກົ່າ ຕິດພັນກັບການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ-ລັດ ແລະ ຕອບໂຕ້ສະພາບຫາງສຽງຂອງສັງຄົມ ທີ່ເຄື່ອນໄຫວໂຄສະນາໂຈມຕີ ບິດເບືອນຕໍ່ແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເຮົາໃຫ້ທັນກັບສະພາບການ.

4). ຂົງເຂດການປົກຄອງ ແລະ ຍຸຕິທໍາ.

  • ຮີບຮ້ອນປັບປຸງຮ່າງກົດໝາຍສ້າງໃໝ່ ແລະ ສະບັບປັບປຸງ ທີ່ຂະແໜງການຕົນຮັບຜິດຊອບ ເພື່ອສະເໜີຄະນະປະຈຳສະພາແຫ່ງຊາດ ນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຕາມແຜນທີ່ວາງໄວ້.
  • ສືບຕໍ່ກະກຽມການສະຫຼຸບຕີລາຄາການປະຕິບັດວຽກງານ 3 ສ້າງ, ການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.
  • ສືບຕໍ່ເອົາໃຈໃສ່ກວດກາ ແລະ ປະຕິບັດຄໍາຕັດສິນຂອງສານໃຫ້ຖືກຕ້ອງ ແລະ ບັນລຸຕາມແຜນການ ທີ່ໄດ້ກໍານົດໄວ້.

5). ວຽກງານການຕ່າງປະເທດ:

  • ສືບຕໍ່ຕິດຕາມສະພາບການຂອງໂລກ ທີ່ມີການຜັນແປຢ່າງສັບສົນ ແລະ ເຄັ່ງຮ້ອນ ຢ່າງໃກ້ຊິດ ໂດຍມີການວິເຄາະວິໄຈຢ່າງເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ໃຫ້ເປັນລະບົບ. ນອກຈາກນັ້ນ, ກໍໃຫ້ຂຶ້ນແຜນ ການເຄື່ອນໄຫວວຽກງານການຕ່າງປະເທດຂອງການນໍາ ໃຫ້ສອດຄ່ອງກັບສະພາບການຜັນແປ ໃນແຕ່ລະໄລຍະ, ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນຂອງການພົບປະລະຫວ່າງ ການນໍາຂອງພັກ-ລັດ ເຮົາ ກັບບັນດາປະເທດເພື່ອນມິດ ແລະ ກອງປະຊຸມທີ່ສໍາຄັນຕ່າງໆ ທີ່ພົວພັນເຖິງປະເທດພວກເຮົາ ໃຫ້ຖືກຕ້ອງ-ທັນການ ແລະ ໄດ້ຮັບຜົນດີ.

ເພື່ອໃຫ້ທິດທາງວຽກຈຸດສຸມ ເດືອນເມສາ ປີ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ບັນດາຂະແໜງການຂັ້ນສູນກາງ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນ ຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະໃຫ້ຈະແຈ້ງ ທັງສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ.

ນອກຈາກນັ້ນ, ໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພີ່ມຄວາມເອົາໃຈໃສ່ໃນການປະສານ ທັງພາກລັດ ແລະ ພາກທຸລະກິດ ເພື່ອອໍານວຍຄວາມສະດວກໃນການແກ້ໄຂບັນຫາ ຕາມພາລະບົດບາດ ແລະ ເປັນເຈົ້າໃນການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ໃຫ້ສໍາເລັດຕາມແຜນທີ່ກຳນົດໄວ້ ແລະ ໃຫ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ລັດຖະບານຊາບ ເປັນປົກກະຕິ ແລະ ທັນກັບສະພາບການ.

ທັງໝົດນັ້ັນ ແມ່ນຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022.

ສໍາລັບເດືອນ ເມສາ ເຊິ່ງເປັນເດືອນແຫ່ງການສະເຫຼີມສະຫຼອງບຸນປີໃໝ່ລາວ, ຂ້າພະເຈົ້າ ຂໍອວຍພອນ ໃຫ້ບັນດາທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພະລານະໄມສົມບູນ, ປອດໄພຈາກພະຍາດໂຄວິດ-19, ສໍາເລັດທຸກໜ້າທີ່ວຽກງານຂອງຕົນ, ແຕ່ໃນສະພາບທີ່ການລະບາດຂອງພະຍາດໂຄວິດ-19 ສາຍພັນ ໂອມິຄຣອນ ໃນທົ່ວໂລກ ແລະ ປະເທດອ້ອມຂ້າງ ສົມທົບກັບ ການເລີ່ມມີລາຍງານຈຳນວນຜູ້ຕິດເຊື້ອ ສາຍພັນດັ່ງກ່າວນີ້ ພາຍໃນປະເທດ ເພິ້ມຂຶ້ນ ໃນແຕ່ລະວັນ, ຂ້າພະເຈົ້າ ຖືໂອກາດນີ້ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ຈົ່ງສະຫຼອງປີໃໝ່ລາວດ້ວຍຄວາມປະຢັດມັດທະຍັດ, ກະທັດຮັດ ຖືກຕ້ອງຕາມຮີດຄອງປະເພນີ. ບັນຫາສຳຄັນ ໃຫ້ເອົາໃຈໃສ່ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ-ຄວາມປອດໄພ ແລະ ຮ່ວມໃຈກັນປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ ຕາມມາດຕະການຂອງຄະນະສະເພາະກິດ ແຕ່ລະຂັ້ນວາງອອກຢ່າງເຂັ້ມງວດ.

ອ່ານຕໍ່: ສະຫຼຸບ 5 ທິດຊີ້ນຳ ຕໍ່ບັນດາເອກະສານສຳຄັນ

ຂ່າວ ແລະ ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

LEAVE A REPLY

Please enter your comment!
Please enter your name here