ຊຽງຂວາງ ກຽມພ້ອມເປັນເມືອງແຫ່ງສະເໜ່ໃນງານວາງສະແດງ ຈີນ-ອາຊຽນ

0
1250

ງານວາງສະແດງສິນຄ້າຈີນ-ອາຊຽນເປັນປາງບຸນໃຫຍ່ທາງດ້ານການຄ້າ-ການລົງທຶນຂອງ ສປ ຈີນ ແລະ 10 ປະເທດອາຊຽນທີ່ຈັດຂຶ້ນທຸກໆປີ, ເຊິ່ງປີ 2022 ນີ້ຈະເປັນຄັ້ງທີ 19 ແລ້ວ ສຳລັບງານດັ່ງກ່າວໃນທຸກໆປີ ຈະມີເມືອງແຫ່ງສະເໜທີ່ເປັນຕົວແທນຂອງແຕ່ລະປະເທດ ແລະປະເທດເຮົາແມ່ນແຕ່ລະແຂວງໝູນວຽນປ່ຽນກັນໄປ ປີນີ້ແມ່ນແຂວງຊຽງຂວາງ.

ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 248/ຫສນຍ, ລົງວັນທີ 23 ກຸມພາ 2022 ວ່າດ້ວຍການອະນຸມັດໃຫ້ ແຂວງ ຊຽງຂວາງ ເປັນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 19 ປະຈໍາປີ 2022 ທີ່ຈະໄດ້ຈັດຂື້ນໃນລະຫວ່າງວັນທີ 16-19 ກັນຍາ 2022 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ.

ສໍາລັບ ສປປ ລາວ ແມ່ນໄດ້ເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ນັບແຕ່ປີ 2004 ເປັນຕົ້ນມາ ເຊິ່ງໃນແຕ່ລະປີຝ່າຍຈີນໄດ້ມີການກຳນົດຫົວຂໍ້ຂອງ ງານວາງສະແດງແຕ່ລະປີ ແຕກຕ່າງກັນອອກໄປ. ສໍາລັບ ງານວາງສະແດງຈີນ-ອາຊຽນ ຄັ້ງທີ 19 ປະຈໍາປີ 2022 ຈະໄດ້ສືບຕໍ່ຈັດຂຶ້ນດ້ວຍຮູບແບບປົກະຕິ (Physical CAEXPO) ແລະ ຮູບແບບອອນໄລ (Online CAEXPO) ໄປຄຽງຄູ່ກັນ.

ເພື່ອສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເຂົ້າຮ່ວມງານວາງ ສະແດງຈີນ-ອາຊຽນ ໃຫ້ມີປະສິດທິຜົນສູງສຸດ, ໂດຍສະເພາະກິດຈະກຳທີ່ຕິດພັນກັບ ແຂວງ ຊຽງຂວາງ ກໍ່ຄື ເມືອງແຫ່ງສະເໜ່ ໂດຍສະເພາະແມ່ນ ການສ້າງຮ້ານວາງສະແດງແຫ່ງຊາດລາວ (ຫລື ແບບຈໍາລອງເມືອງແຫ່ງສະເໜ່), ການສ້າງສື່ໂຄສະນາດຶງດູດການຄ້າ-ລົງທຶນ ແລະ ການທ່ອງທ່ຽວ, ລະດົມຄັດເລືອກຫົວໜ່ວຍທຸລະກິດທີ່ມີທ່າແຮງເຂົ້າຮ່ວມວາງສະແດງສິນຄ້າ-ພົບປະຈັບຄູ່ທຸລະກິດ ແລະ ປຶກສາຫາລືຄົ້ນຄວ້າບາງກິດຈະກຳຮ່ວມກັນ.

ເມືອງແຫ່ງສະເໜ່ຄວາມໝາຍຄວາມສໍາຄັນຫຼາຍ ສະນັ້ນກ່ອນຮອດງານ ຈິ່ງຕ້ອງຮ່າງແຜນການລະດົມຄວາມຄິດເຫັນທີ່ຫຼາກຫຼາຍກະກຽມຮູບແບບງານພ້ອມນໍາສະເໜີແບບຈໍາລອງຮ້ານວາງສະແດງແຫ່ງຊາດລາວ ໃຫ້ມີຄວາມສວຍງາມສ່ອງແສງເຖິງເອກະລັກຂອງເມືອງແຫ່ງສະເໜ່ ກໍ່ຄື ເອກະລັກ ຂອງແຂວງ ທີ່ຢາກຈະສື່ສານໃຫ້ ຜູ້ເຂົ້າຊົມງານວາງສະແດງມາສຳພັດແຂວງທີ່ເປັນເມືອງແຫ່ງສະເໜຫຼາຍທີ່ສຸດ.

ແຫຼ່ງຂ່າວ ແລະ ພາບ: ເສດຖະກິດການຄ້າ

LEAVE A REPLY

Please enter your comment!
Please enter your name here