ຟີລິບປິນ ປັບປຸງກົດໝາຍວ່າດ້ວຍການບໍລິການສາທາລະນະ (PSA)

0
721

ສຳນັກຂ່າວຊິນຮວາລາຍງານໃນວັນທີ 22 ມີນາຜ່ານມາວ່າ: ທ່ານ ໂຣດີໂກ ດູເຕີເຕ ປະທາ ນາທິບໍດີຟີລິບປິນ ລົງນາມໃນກົດໝາຍ ສາທາລະນະລັດ 11659 (Republic Act 11659) ເພື່ອປັບປຸງກົດໝາຍວ່າດ້ວຍ ການບໍລິການສາທາລະນະ (PSA) ທີ່ຈັດປະເພດພາກທຸລະກິດ ໂດຍອະນຸຍາດໃຫ້ຊາວຕ່າງປະເທດສາມາດເປັນເຈົ້າຂອງທຸລະກິດ ດ້ານໂທລະຄົມມະນາຄົມ, ສາຍການບິນ, ໜັງສືພິມ, ທາງດ່ວນ ແລະ ການບໍລິການອື່ນໆ ຈາກ 40% ມາເປັນ 100% ຢ່າງສົມບູນແບບ.

ສຳລັບການຜ່ອນຜັນຂໍ້ຈຳກັດການຖືຫຸ້ນ ໂດຍຊາວຕ່າງປະເທດຈະຊ່ວຍດຶງດູດນັກລົງທຶນທົ່ວໂລກເພີ່ມຂຶ້ນ ລວມທັງປັບປຸງການບໍລິການສາທາລະນະ ໃນຫຼາຍພາກສ່ວນໃຫ້ທັນສະໄໝ, ພ້ອມທັງຊ່ວຍກະຕຸ້ນເສດຖະກິດ ຂອງປະເທດ ໂດຍສະເພາະທຸລະກິດໃນທ້ອງຖິ່ນອີກດ້ວຍ.

ແຕ່ຢ່າງໃດກໍ່ຕາມ ກົດໝາຍສະບັບໃໝ່ນີ້ ຍັງຄົງຫ້າມບໍ່ໃຫ້ຊາວຕ່າງປະເທດເປັນຜູ້ຖືຫຸ້ນລາຍໃຫຍ່ ໃນລະບົບສາຍສົ່ງ ແລະ ລະບົບຈຳໜ່າຍໄຟຟ້າ, ນ້ຳ ມັນເຊື້ອໄຟ ແລະ ຜະລິດຕະພັນນ້ຳມັນ, ລະບົບທໍ່ສົ່ງນ້ຳມັນ, ລະບົບທໍ່ສົ່ງນ້ຳປະປາ ແລະ ລະບົບທໍ່ສົ່ງນ້ຳເປື້ອນ, ທ່າກຳປັ່ນ ແລະ ການຂົນສົ່ງສາທາລະນະ ທີ່ຖືກຈັດປະເພດເປັນສິ່ງອຳ ນວຍຄວາມສະດວກ ເຊັ່ນດຽວກັນ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

LEAVE A REPLY

Please enter your comment!
Please enter your name here