ປະຊາຊົນທີ່ຖືກໄຟໄໝ້ເຮືອນ ຢູ່ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ໄດ້ຮັບເຄື່ອງຊ່ວຍເຫຼືອແລ້ວ

0
1022

ປະຊາຊົນທີ່ຖືກໄຟໄໝ້ເຮືອນ ຢູ່ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ໄດ້ຮັບເຄື່ອງຊ່ວຍເຫລືອ.

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 23 ມີນາ 2022 ນີ້, ພະອາຈານ ບຸນນໍາ ທໍາມະວົງ ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງຫ້ວຍຊາຍ ພ້ອມຄະນະພະສົງ ສໍາມະເນນ ວັດປ່າອ້ອຍ ແລະ ວັດແກ້ວໂພນສະຫວັນ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ພ້ອມດ້ວຍເງິນສົດຈຳນວນໜຶ່ງ ມອບໃຫ້ແກ່ຄອບຄົວປະຊາ ຊົນຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ເຮືອນ ຢູ່ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ເພື່ອຊ່ວຍບັນເທົາທຸກ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ວັດປ່າອ້ອຍ ມອບສັງກະສີ 23 ແຜນ, ເຂົ້າສານ 3 ເປົາ, ນໍ້າດື່ມ 15 ແກັດ, ໝີ່ 6 ແກັດ, ຄຸ 21 ໜ່ວຍ, ພັດລົມ 1 ໜ່ວຍ, ເຂົ້າໜົມຈໍານວນໜຶ່ງພ້ອມເງິນສົດ 1 ລ້ານກີບ ແລະ ວັດແກ້ວໂພນສະຫວັນ ໄດ້ມອບເສື່ອນອນ, ຜ້າຫົ່ມ, ໝໍ້ຫຸງເຂົ້າ, ເຕົາລີດ, ໝໍ້ຂາງ, ໝໍ້ແກງ, ໝອນ, ມຸງ, ຜ້າປູ, ໝໍ້ນໍ້າຮ້ອນ, ໝໍ້ຫຸ່ງເຂົ້າ ຢ່າງລະໜຶ່ງອັນ ພ້ອມເງິນສົດ 3 ແສນກີບ ລວມມູນຄ່າທັງໝົດ 6 ລ້ານກວ່າກີບ.

ໂອກາດນີ້, ທ່ານ ສ່ອງໄຊ ສະຫວ່າງ ຕາງໜ້າຄອບຄົວທີ່ໄດ້ຮັບຜົນກະທົບ ສະແດງຄວາມຂອບໃຈ ມາຍັງທາງປະທານອົງການພຸດທະສາສະໜາສໍາພັນລາວ ແລະ ພະສົງສໍາມະເນນ ແລະ ອົງການຈັດຕັ້ງບ້ານ ທີ່ເຫັນໄດ້ຄວາມສໍາຄັນ ແລະ ເປັນຫວ່ງເປັນໃຍຕໍ່ຄອບຄົວຂອງຂ້າພະເຈົ້າ ກໍຄື ຄອບຄົວທີ່ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ເຮືອນໃນຄັ້ງນີ້ຈຳນວນ 9 ຄົນ ທີ່ຂາດທີ່ຢູ່ອາໄສ.

ພ້ອມກັນນີ້, ການຈັດຕັ້ງບ້ານ ກໍໄດ້ສືບຕໍ່ປຸກລະດົມປະຊາຊົນພາຍໃນບ້ານ ຮ່ວມໃຈກັນປຸກ ເຮືອນໃໝ່ ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ ໄດ້ມີບ່ອນຢູ່ອາໄສຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here