ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່

0
977

ປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢູ່ 5 ແຂວງ ພາກກາງ ແລະພາກໃຕ້.

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ຂື້ນ ສຳລັບແຂວງພາກກາງ ແລະ ພາກໃຕ້ ໃນວັນທີ 24 ມີນາ 2022 ຢູ່ທີ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ແຂວງຈຳປາສັກ ໂດຍການສະໜັບສະໜູນຂອງໂຄງການມູນນິທິເກົາຫຼີເພື່ອການດູແລສຸຂະພາບສາກົນ ຫຼືໂຄຟີ (KOFHI ) ແລະ ອົງການ​ອະນາ​ໄມໂລກ (WHO), ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ,ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງຈຳປາສັກ,ເຂົ້າຮ່ວມມີບັນດາທ່ານ ສະມາຊິກສະພາແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມຂອງ ກະຊວງສາທາ ລະນະສຸກ, ທ່ານຜູ້ຕາງໜ້າຈາກສະພາແຫ່ງຊາດ, ສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ທ່ານຜູ້ຕ່າງ ສະມາຊິກສະພາແຫ່ງຊາດທີ່ເປັນກຳມາທິການວັດທະນະທຳ-ສັງຄົມແຂວງ, ຫົວໜ້າ/ຄະນະຫ້ອງວ່າການແຂວງ, ພະແນກສາທາລະນະສຸກແຂວງ, ພະແນກຍຸດຕິທຳແຂວງ ແລະ ພະແນກແຮງານ ແລະ ສະຫວັດດີການສັງຄົມ ລວມທັງພະແນກການອື່ນໆຈາກ 5 ແຂວງພາກກາງ ແລະ ພາກໃຕ້ (ແຂວງຈຳປາສັກ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື) ໃນກອງປະຊຸມຄັ້ງນີ້ ໄດ້ຜ່ານບົດປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດດກົດໝາຍວ່າດ້ວຍກັນ ແລະ ຄວບຄຸມພະຍາດຕິດຕໍ່,ຈາກນີ້ກໍໄດ້ມີການປະກອບຄຳຄິດຄຳເຫັນ ເນັ້ນໃສ່ປັບປຸງບາງຄຳສັບ,ບາງເນື້ອໃນ ແລະບາງມາດຕາ ໃນກົດໝາຍທີ່ປະກາດໃຊ້ຜ່ານມາ, ເຊິ່ງ ກົດໝາຍວ່າດ້ວຍກັນ ແລະຄວບຄຸມພະຍາດຕິດຕໍ່ທີ່ປະກາດໃຊ້ໃນວັນທີ 19 ທັນວາ ປີ 2017 ມີທັງໝົດ IX ໝວດ 83 ມາດຕາ.

ຈຸດປະສົງກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອໃຫ້ວຽກງານດັ່ງກ່າວມີຄຸນນະພາບ ແລະ ດຳເນີນຢ່າງເປັນ ປົກກະຕິ ແນໃສ່ຕ້ານ, ສະກັດກັ້ນການເກີດ, ການລະບາດຂອງພະຍາດຕິດຕໍ່, ຫຼຸດຜ່ອນການເຈັບເປັນ, ການເສຍຊີ ວິດຂອງຄົນ ຮັບປະກັນໃຫ້ພົນລະເມືອງ ມີສຸຂະພາບແຂງແຮງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກອງປະຊຸມຄັ້ງນີ້ ເພື່ອກະກຽມຄວາມພ້ອມໃນການປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່​ . ສາມາດຮູ້ໄດ້ຈຸດດີ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ, ເກັບກໍາໄດ້ທຸກການປະກອບຄໍາເຫັນກ່ຽວກັບການປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ໃຫມີຄວາມຖືກຕ້ອງ ແລະ ເໝາະສົມ ພ້ອມທັງ ສອດຄ່ອງກັບການສະພາບຄວາມເປັນຈິງຂອງເສດຖະກິດ – ສັງຄົມໃນປະຈຸບັນ ແລະ ອະນາຄົດ ຫຼາຍຂຶ້ນ.ເກດສະໜາ

LEAVE A REPLY

Please enter your comment!
Please enter your name here