ນຳສົ່ງກຸ່ມຄ້າຂາຍຢາເສບຕິດ ເມືອງສີໂຄດຕະບອງ

0
1727

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພັທ ຄຳຊ່ຽນ ມະນີວົງ ຫົວໜ້າ ປກສ ກຸ່ມໜອງໜ້ຽວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ວ່າມີກຸ່ມຄົນອາໃສຫ້ອງແຖວເປັນບ່ອນມົ້ວສຸມເສບຢາເສບຕິດ, ວັນທີ 17 ມີນາ 2022 ເວລາ 14:00 ໂມງ ປກສ ກຸ່ມ ໜອງໜ້ຽວ ໄດ້ສົມທົບກັບອຳນາດການປົກຄອງບ້ານ, ກຳລັງ ປກຊ – ປກສ ບ້ານເຂົ້າແກ້ໄຂ, ກັກຕົວເປົ້າໝາຍໄດ້ທັງໝົດ 12 ຄົນ, ຍິງ 1 ຄົນ ພ້ອມຂອງກາງຢາບ້າ 421 ເມັດ.

ທ້ອ

ຜ່ານການກວດກາຕົວຈິງໃນເບື້ອງຕົ້ນ ພົບເຫັນຢາບ້າ 338 ເມັດ, ຢູ່ກັບທ້າວ ຄໍາຮັກ ອາຍຸ 25 ປີ ກຳມະກອນ ບ້ານ ໜອງແຕ່ງເໜືອ ແລະ ພົບເຫັນອີກ 83 ເມັດຢູ່ກັບທ້າວ ຈອນ ອາຍຸ 29 ປີ ບ້ານໜອງແຕ່ງໃຕ້; ຜ່ານການສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ພວກກ່ຽວທັງສອງໄດ້ຮວ່ມກັນຄ້າຂາຍ ແລະ ເສບຢາເສບຕິດ ມາແຕ່ປີ 2019 ໂດຍຊື້ມາຈາກຊາຍຄົນໜຶ່ງບໍ່ຮູ້ທີ່ຢູ່ ຊື້ຄັ້ງລະ 200 ຫາ 400 ເມັດ, ຄັ້ງລ່າສຸດໄດ້ຊື້ມາຈຳນວນ 421 ເມັດ, ເພື່ອຈະມາຂາຍ, ແລ້ວຖືກເຈົ້າໜ້າທີ່ເຂົ້າກັກຕົວກ່ອນ ຕໍ່ກັບຄະດີດັ່ງກ່າວໄດ້ນຳສົ່ງຕົວພວກກ່ຽວທັງ 2 ຄົນໃຫ້ກອງຄະດີ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສືບຕໍ່ດຳເນີນຄະດີຕາມກົດໝາຍ.

ສ່ວນຜູ້ຖືກຫາອີກ 9 ຄົນ, ຍິງ 1 ຄົນ, ເຈົ້າໜ້າທີ່ກວດຄົ້ນຕົວບໍ່ພົບຢາເສບຕິດ ຈິ່ງໄດ້ນໍາຕົວພວກກ່ຽວມາສຶກສາອົບຮົມກ່າວເຕືອນ ໃຫ້ຮັບຮູ້ເຖິງພິດໄພຜົນຮ້າຍຂອງຢາເສບຕິດ ແລະ ຢຸດເຊົາປັບປ່ຽນພຶດຕິກຳທີ່ບໍ່ດີ ແລະ ໄດ້ສົ່ງໄປບຳບັດປິ່ນປົວ ຢູ່ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ສົມສະຫງ່າ 1 ຄົນ ເນື່ອງຈາກເປັນເປົ້າໝາຍເກົ່າທີ່ບໍ່ມີການປ່ຽນແປງພຶດຕິກຳ; ສວ່ນອີກ8 ຄົນ, ຍິງ 1 ຄົນ ໄດ້ເຮັດບົດບັນທຶກແລ້ວມອບໃຫ້ຜູ້ປົກຄອງ ແລະ ການຈັດຕັ້ງບ້ານສືບຕໍ່ສຶກສາອົບຮົມໃຫ້ກາຍເປັນພົນລະເມືອງດີຂອງສັງຄົມຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here