ໂຄງການຂະຫຍາຍລະບົບນໍ້າປະປາ ນະຄອນ ຫຼວງພະບາງ

0
1037

ວາງສີລາລຶກໂຄງການຂະຫຍາຍລະບົບນໍ້າປະປາ ນະຄອນ ຫຼວງພະບາງ

ເພື່ອເຮັດໃຫ້ປະຊາຊົນພາຍໃນຄອນຫຼວງພະບາງ ໄດ້ຊົມໃຊ້ນໍ້າສະອາດຢ່າງທົ່ວເຖິງນັ້ນ ໃນວັນທີ 23 ມີນາ 2022 ກົມນໍ້າປະປາ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ມີພິທີວາງສີລາລຶກໂຄງການຂະຫຍາຍລະບົບນໍ້າປະປາ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງຂຶ້ນ ທີ່ໂຮງງານຜະລິດນໍ້າປະປາ ບ້ານຜານົມ ນະຄອນຫຼວງພະບາງ, ໃຫ້ກຽດເຂົ້າຮ່ວມວາງສີລາລຶກໃນຄັ້ງນີ້ ມີທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ ເຄນີຈິ ໂຄບາຢາຊິ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ, ມີຫົວໜ້າອົງການໄຈກາປະຈຳລາວ, ຫົວໜ້າກົມນໍ້າປະປາ, ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການຂະຫຍາຍລະບົບນໍ້າປະປາ ນະຄອນ ຫຼວງພະບາງ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການໄຈກາ ປະເທດຍີ່ປຸ່ນປະຈຳລາວ, ໂດຍມີໜ້າວຽກທີ່ສຳຄັນຈະກໍ່ສ້າງ ແລະຂະຫຍາຍຄື: ກໍ່ສ້າງ ແລະປັບປຸງສິ່ງອຳນວຍຄວາມສະດວກຂອງໂຮງງານຜະລິດນໍ້າປະປາເພີ່ມຕື່ມ 6,000 ແມັດກ້ອນຕໍ່ມື້, ປັບປຸງ ຕິດຕັ້ງລະບົບໄຟຟ້າ ແລະກົນຈັກ, ກໍ່ສ້າງອ່າງເກັບນໍ້າສູງຕື່ມ 1,500 ແມັດກ້ອນ, ວາງທໍ່ສົ່ງ ແລະທໍ່ແຈກຈ່າຍ ຕື່ມອີກ 58 ກິໂລແມັດ, ຕິດຕັ້ງລະບົບຄວບຄຸມ ແລະອື່ນໆ. ທັງນີ້ກໍ່ເພື່ອ ຮັບປະກັນການສະໜອງນໍ້າປະປາທີ່ສະອາດ, ປອດໄພ, ມີຄຸນນະພາບ ໃຫ້ປະຊາຊົນພາຍໃນນະຄອນ ຫຼວງພະບາງ ກໍ່ຄືໃຫ້ສາມາດຕອບສະນອງຕາມຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມນະຄອນຫຼວງພະບາງ ນະຄອນສີຂຽວໃຫ້ນັບມື້ນັບຫຼາຍຂຶ້ນ.

ຂໍ້ມູນ: ຂ່າວສານຫຼວງພະບາງ

LEAVE A REPLY

Please enter your comment!
Please enter your name here