ສະຫຼຸບວຽກງານຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານ

0
1642

ອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນວັນທີ 24 ມີນາ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ເລຂາຄະນະພັກ-ຜູ້ວ່າການ ທຫລ, ພ້ອມດ້ວຍພະນັກງານພາຍໃນ ທຫລ ເຂົ້າຮ່ວມ.

ສະຫາຍ ພານຸສັກ ແກ່ນວົງພະຈັນ ກຳມະການພັກ ທຫລ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ສະຫລຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທຫລ ເຊິ່ງໃນຊຸມປີຜ່ານມາ, ຄະນະພັກ ຄະນະນຳແຕ່ລະຂັ້ນ ໄດ້ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການນຳພາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຢ່າງມີຜົນສຳ ເລັດ, ສະແດງອອກສະພາບແນວຄິດຂອງຖັນແຖວ ສະມາຊິກພັກ-ພະນັກງານ ໂດຍ ລວມມີຄວາມໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງການ ຈັດຕັ້ງທຸກຂັ້ນ, ມີຄວາມຮັບຮູ້ຕໍ່ແນວທາງນະໂຍບາຍ-ນິຕິກຳຂອງຂັ້ນເທິງວາງອອກໃນແຕ່ລະໄລຍະ; ການກໍ່ສ້າງປັບປຸງພັກ ໄດ້ດຳເນີນຕາມກົດລະບຽບພັກ ແລະ ກ້າວສູ່ຄຸນນະພາບໃໝ່ ທີ່ໜັກແໜ້ນກວ່າເກົ່າ, ຖັນແຖວພະນັກງານ ນັບມື້ນັບເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ ແລະ ໄດ້ຜ່ານການບຳລຸງສ້າງທາງດ້ານທິດສະດີການ ເມືອງ, ດ້ານວິຊາການ-ເຕັກນິກ ລວມທັງພາສາຕ່າງປະເທດ ຢ່າງເປັນລະບົບຕໍ່ເນື່ອງ; ການຈັດຕັ້ງແຕ່ລະຂັ້ນ ໄດ້ຮັບການປັບປຸງເປັນລະບົບຄົບຊຸດຫລາຍຂຶ້ນ, ມີລະບຽບ-ກົນໄກ-ເຄື່ອງມື ໃນການບໍລິຫານທີ່ເໝາະສົມ, ມີຕາໜ່າງການບໍລິການທີ່ກວ້າງຂວາງ. ຄຽງຄູ່ກັບຜົນສຳເລັດແຫ່ງການນຳພາໃນຊຸມປີຜ່ານມາ, ການເຄື່ອນໄຫວບາງດ້ານ ກໍ່ຍັງມີດ້ານອ່ອນ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງເອົາໃຈໃສ່ປັບປຸງແກ້ໄຂ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມມະຕິ ແລະ ເອກະ ສານສຳຄັນ ຂອງກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 04/ຄບສພ ວ່າດ້ວຍເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ແລະ ຄົ້ນ ຄວ້າປະກອບຄວາມເຫັນ ຕໍ່ການສະຫລຸບຕີລາຄາການເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຢູ່ອົງຄະນະພັກ ທຫລ ໃນຊຸມປີຜ່ານມາ (2016-2021) ແລະ ກຳນົດທິດທາງແຜນການໃນຊຸມປີຕໍ່ໜ້າ (2022-2025).

ໂອກາດນີ້, ສະຫາຍ ສະຫາຍ ສອນໄຊ ສິດພະໄຊ ໄດ້ເນັ້ນໜັກບາງບັນຫາ ໂດຍສະເພາະ ການເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ເປັນເຈົ້າການສືບຕໍ່ເຊື່ອມຊຶມ-ກຳແໜ້ນເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ເລິກເຊິ່ງ ເພື່ອຜັນຂະຫຍາຍເປັນແຜນການ ແລະ ວິທີການເຄື່ອນໄຫວວຽກງານອັນລະອຽດຂອງຕົນ, ທັງຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະ ແນໃສ່ເຮັດໃຫ້ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຢູ່ອົງຄະນະພັກ ທຫລ ມີບາດກ້າວຫັນປ່ຽນໃໝ່ຢ່າງຈະແຈ້ງ, ເສີມຂະຫຍາຍລັກສະນະນໍາໜ້າ, ຈໍາກັດ ແລະ ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ໃນວຽກງານດັ່ງກ່າວໃຫ້ໝົດໄປ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here