ໃນວັນເສົາທີ 26 ມີນາ 2022, ສປປ ລາວ ຈະຮ່ວມສະເຫຼີມສະຫຼອງ ວັນປິດໄຟສາກົນ ພ້ອມກັບບັນດາປະເທດຕ່າງໆຫຼາຍກວ່າ 190 ປະເທດໃນທົ່ວໂລກ ໂດຍການປິດໄຟ ເປັນເວລາ 1 ຊົ່ວໂມງ ເຊິ່ງເລີ່ມແຕ່ ເວລາ 20:30 ຫາ 21:30 ໂມງ ຢູ່ຕາມສະຖານທີ່ສຳຄັນທີ່ເປັນເອກະລັກຂອງຊາດລວມມີ ປະຕູໄຊ, ບັນດາກະຊວງ ແລະ ສຳນັກງານຫ້ອງການຂອງລັດ, ອົງການຈັດຕັ້ງສາກົນຕ່າງໆ, ລວມທັງຫ້ອງການຂອງ ອົງການ ສປຊ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ບ້ານເຮືອນຂອງປະຊາຊົນ ເພື່ອສະແດງອອກເຖິງກິດຈະກຳອັນລຽບງ່າຍ ໃນການປະຢັດພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ.
![](https://tholakhong.com/wp-content/uploads/2022/03/ffevefr.jpeg)
ວັນປິດໄຟສາກົນ, ເປັນໂຄງການຮ່ວມມືຂອງບັນດາຊາດຕ່າງໆໃນໂລກ ໂດຍການລິເລີ້ມ ຂອງກອງທຶນອານຸລັກທຳມະຊາດໂລກ (WWF) ໃນປີ 2007 ທີ່ປະເທດອົສຕຣາລີ ເຊິ່ງມີຈຸດປະສົງ ເພື່ອສ້າງຈິດສຳນຶກໃຫ້ຄົນໃນທົ່ວໂລກ ເຫັນໄດ້ຄວາມໝາຍ ຄວາມສຳຄັນ ຂອງບັນຫາສະພາບໂລກຮ້ອນທີ່ມາຈາກ ການປ່ຽນແປງດິນຟ້າອາກາດ, ເຊິ່ງແມ່ນໂອກາດສຳຄັນ ໃນການສ້າງຄວາມຕື່ນຕົວ ແລະ ສະໜັບສະໜຸນ ຄວາມພະຍາຍາມແບບລຽບງ່າຍໃນການປະຢັດພະລັງງານ ແລະ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ສປປ ລາວ, ເປັນປະເທດທີ່ອາໄສຊັບພະຍາກອນທຳມະຊາດ ໃນການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ໂດຍຍຶດໝັ້ນຕາມທິດຍືນຍົງ ແລະ ສີຂຽວ ໄດ້ຖືເອົາໂອກາດນີ້ນຳສະເໜີໂຄງການສ້າງຈິດສຳນຶກໃຫ້ທຸກຄົນໃນສັງຄົມ ມີຄວາມຕື່ນຕົວກ່ຽວກັບບັນຫາດ້ານສິ່ງແວດລ້ອມ ເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການປະຢັດພະລັງງານ.
ວັນປິດໄຟສາກົນປະຈຳປີ 2022 ແມ່ນໄດ້ຮ່ວມກັນຈັດຂຶ້ນໂດຍ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການ ສປຊ ປະຈຳ ສປປ ລາວ, ແລະ ອົງການ WWF-Laos.