ກະກຽມຈຸດປິ່ນປົວພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19

0
1495

ຊົມເຊີຍ! ຊາວໜຸ່ມຕະລຸມບອນອຸດົມໄຊກະກຽມຈຸດປິ່ນປົວພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19

ໂດຍປະຕິບັດຕາມການຊີ້ນຳຂອງຄະນະສະເພາະກິດຂັ້ນແຂວງ, ວັນທີ 24 ມີນາ 2022ນີ້ ກອງຊາວຫນຸ່ມຕະລຸມບອນຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ ກຸ່ມທີ 6 ໄດ້ຈັດຕັ້ງຂະບວນການອອກແຮງງານອະນາໄມລວມຢູ່ໂຮງຮຽນໄຊພັດທະນາ(ບ້ານໜອງແມງດາ).

ເຊິ່ງທາງແຂວງໄດ້ກຳນົດເອົາເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ທີ່ຕິດເຊື້ອພະຍາດໂຄວິດ -19 ເຂົ້າມາປິ່ນປົວຕາມຫຼັກວິຊາການແພດ ໂດຍມີຄະນະບໍລິຫານງານຊາວຫນຸ່ມແຂວງ, ສະມາຊິກຊາວຫນຸ່ມ ຈາກຮາກຖານ ອພບຕ, ພະແນກສຶກສາທິການ ແລະ ກິລາ, ພະແນກຍຸຕິທຳ, ໂຮງຮຽນຊົນເຜົ່າ ແລະ ຊາວຫນຸ່ມຈາກທະຫານກອງຮ້ອຍ 15; 16 ເຂົ້າຮ່ວມທັງຫມົດ 75 ສະຫາຍ, ຍິງ 5 ສະຫາຍ.

ແຫຼ່ງຂ່າວ: ສະຖານີວິທະຍຸແລະ ໂທລະພາບ ແຂວງ ອຸດົມໄຊ

LEAVE A REPLY

Please enter your comment!
Please enter your name here