ເກີດເຫດໄຟໄໝ້ຕຶກອາຄານປົກຄອງ ເມືອງລ້ອງຊານ

0
940

ເກີດເຫດໄຟໄໝ້ຕຶກອາຄານປົກຄອງ ເມືອງລ້ອງຊານ ຫຼັງເກົ່າ ແຂວງໄຊສົມບູນ ເຮັດໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ.

ທ່ານ ສົມຄິດ ເພຍວົງ ຮອງເຈົ້າເມືອງລ້ອງຊານ ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 3 ໂມງເຊົ້າ ຂອງວັນທີ 27 ມີນາ 2022 ໄດ້ເກີດເຫດໄຟໄໝ້ຕຶກອາຄານປົກຄອງເມືອງລ້ອງຊານ ແຂວງໄຊສົມບູນ ຫຼັງເກົ່າ ຊຶ່ງເປັນອາຄານໄມ້ 2 ຊັ້ນ ປະກອບມີທັງໝົດ 5 ຫ້ອງການ ຄື: ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ, ອົງການໄອຍະການປະຊາຊົນເຂດ II ແລະ ສານປະຊາຊົນເຂດ II ເຮັດໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ.

ສາເຫດການໄຟໄໝ້ຕຶກອາຄານປົກຄອງເມືອງລ້ອງຊານ ຫຼັງເກົ່າ ໃນຄັ້ງນີ້ ແມ່ນເກີດຈາກໄຟຟ້າລັດວົງຈອນ ເນື່ອງຈາກວ່າຕຶກອາຄານຫຼັງດັ່ງກ່າວເປັນໄມ້ ເຮັດໃຫ້ການດັບໄຟບໍ່ທັນການ ຈຶ່ງເຮັດໃຫ້ໄຟໄໝ້ໝົດທັງຕຶກຢ່າງໄວວາ ເຮັດໃຫ້ຊັບສິນ ແລະ ເຄື່ອງໃຊ້ຫ້ອງການຕ່າງໆຖືກໄຟໄໝ້ເສຍຫາຍໝົດ ສ່ວນມູນຄ່າຄວາມເສຍຫາຍນັ້ນ ແມ່ນຍັງລໍຖ້າການປະເມີນຈາກໜ່ວຍງານທີ່ກ່ຽວຂ້ອງມາກວດສອບລະອຽດກ່ອນ ປັດຈຸບັນ ທາງການນຳເມືອງກຳລັງເລັ່ງຄົ້ນຄວ້າບ່ອນປະຈຳການຊົ່ວຄາວ ໃຫ້ແກ່ບັນດາຫ້ອງການທີ່ຖືກໄຟໄໝ້ ໃນຄັ້ງນີ້ ເປັນບ່ອນປະຈຳການຊົ່ວຄາວກ່ອນ.

ແຫຼ່ງຂ່າວ: ຈົດໝາຍຂ່າວ ໄຊສົມບູນ

LEAVE A REPLY

Please enter your comment!
Please enter your name here