ປູກຈິດສໍານຶກດ້ານ “ພະລັງຂອງຄຳວ່າບໍ່” ເມື່ອມີການດື່ມແລ້ວຂັບ

0
901

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ1623 ແລະບໍລິສັດ ອາດີເຄ ກຣຸບ ຈຳກັດຜູ້ດຽວໄດ້ຮ່ວມມືກັບບັນດາຄູ່ຄ້າສາກົນເພື່ອລົນນະລົງປູກຈຶດສໍານຶກດ້ານ “ພະລັງຂອງຄຳວ່າບໍ່” ເມື່ອມີການດື່ມແລ້ວຂັບ.

ແຄມເປນປູກຈິດສໍານຶກຜ່ານຫຼາຍຊ່ອງທາງທີ່ແນ່ໃສ່ສົ່ງເສີມພຶດຕິກໍາຄວາມຮັບຜິດຊອບຕໍ່ການດື່ມແລ້ວຂັບໃນອາຊີຕາເວັນອອກສຽງໃຕ້ ເພື່ອຊ່ວຍຫຼຸດຜ່ອນການເກີດອຸປະຕິເຫດທາງຖະໜົນ, ປັດໄຈອັນດັບ 1 ທີ່ຂ້າຊີວິດຂອງບັນດາໄວໜຸ່ມ.

28 ມີນາ, 2022 – [ນະຄອນຫຼວງວຽງຈັນ] – ໜຶ່ງໃນໄພຄຸກຄາມທີ່ໃຫຍ່ຫຼວງທີ່ສຸດຕໍ່ຊີວິດຂອງໄວໜຸ່ມໃນທຸກມື້ນີ້ແມ່ນຄວາມສ່ຽງຕໍ່ການເກີດອຸປະຕິເຫດ ແລະ ການບາດເຈັບທາງທ້ອງຖະໜົນທີ່ສືບເນື່ອງມາຈາກການບໍລິໂພກສິ່ງມືນເມົາ. ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກເກີດອຸປະຕິ​ເຫດ​ທາງ​ທ້ອງຖະໜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດເຖິງ 2,000 ຄົນ ​ໃນ​ແຕ່​ລະ​ມື້; ເຊິ່ງເປັນຈຳນວນ 1/3 ຂອງອຸປະຕິເຫດຮ້າຍແຮງດັ່ງກ່າວນັ້ນເກີດມາຈາກປັດໄຈທີ່ກ່ຽວພັນກັບສິ່ງມຶນເມົາ ໂດຍຜູ້ທີ່ມີຄວາມສ່ຽງສູງທີ່ສຸດແມ່ນບັນດາໄວໜຸ່ມທີ່ມີຄວາມຫ້າວຫັນ, ມີອະນາຄົດທີ່ສົດໃສ ແລະ ຫາກໍ່ເລີ່ມຕົ້ນສ້າງເນື້ອສ້າງໂຕ1. ສໍາລັບ ສປປ ລາວ, ອັດຕາການບາດເຈັບຈາກອຸປະຕິເຫດທາງທ້ອງຖະໜົນຍ້ອນບໍລິໂພກສິ່ງມຶນເມົາ 22% ແມ່ນ ຜູ້ຊາຍ ແລະ 32% ແມ່ນແມ່ຍິງ.

ນອກຈາກນັ້ນ, ອີງຕາມຂໍ້ມູນຈາກ ອົງການອະນາໄມໂລກ, 50 ສ່ວນຮ້ອຍ ຂອງການເສຍຊີວິດທາງທ້ອງຖະໜົນໃນ ສປປ ລາວ ແມ່ນຕິດພັນກັບການບໍລິໂພກສິ່ງມືນເມົາ.

ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ​ອົງການ​ສະຫະ​ປະຊາ​ຊາດ​ ທີ 3 ​ໄດ້​ແນໃສ່ການ​ຫຼຸດ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ​ບາດ​ເຈັບ​ຈາກ​ອຸປະຕິ​ເຫດ​ທາງ​ຖະໜົນ​ໃຫ້ໜ້ອຍລົງ​ເຄິ່ງໜຶ່ງ​ພາຍ​ໃນ​ປີ 2030 ເຊິ່ງໃນໄລຍະປັດຈຸບັນແມ່ນຊ່ວງເວລາທີ່ທຸກໆພາກສ່ວນຕ້ອງໄດ້ຮ່ວມກັນລົງມືປະຕິບັດເພື່ອບັນລຸເປົ້າໝາຍດັ່ງກ່າວ. ດ້ວຍເຫດນີ້ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ບໍລິສັດ ອາດີເຄ ກຣຸບ ຈຳກັດຜູ້ດຽວ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ສະຖານທູດອັງກິດ ທີ່ນະຄອນຫຼວງວຽງຈັນ ໄດ້ມີການລິເລີ່ມຮ່ວມມືກັບບັນດາຄູ່ຮ່ວມມືຈາກສາກົນຄື ​ສະມາຄົມເຫຼົ້າ ແລະ ​ເຫຼົ້າ​ແວງ ​ສາກົນ ​ອາຊີ​ປາຊີ​ຟິກ (APISWA), ສະມາຄົມ​ລົດຍົນ​ຫວຽດນາມ (AA Vietnam, ສະມາຊິກຂອງ Fédération Internationale de l’Automobile ຫຼື FIA), ​ແລະ ອົງການ​ຜະລິດສື່ Orès ເພື່ອຮ່ວມກັນລຸກຂຶ້ນຕອບໂຕ້ກັບບັນຫາທ້າທາຍດັ່ງກ່າວໃນຊຸມຊົນຂອງ ສປປ ລາວ. ອົງການເຫຼົ່ານີ້ໄດ້ຮ່ວມກັນເປີດຂະບວນການໂຄສະນາ ພະລັງຄຳວ່າບໍ່, ແຄມແປນປູກຈິດສໍານຶກທາງດິຈິຕ້ອນແກ່ມວນຊົນເພື່ອໂຄສະນາສົ່ງເສີມພຶດຕິກໍາທີ່ມີຄວາມຮັບຜິດຊອບຕໍ່ບັນຫາເມົາແລ້ວຂັບ.

ຂໍ້ລິເລີ່ມດັ່ງກ່າວມີຈຸດປະສົງເພື່ອຢາກເຂົ້າເຖິງບັນດາໄວໜຸ່ມໃນ ສປປ ລາວ ທີ່ຢູ່ໃນເກນອາຍຸທີ່ສາມາດດື່ມສິ່ງມືນເມົາໄດ້ຖືກຕ້ອງຕາມກົດໝາຍ ກໍ່ຄືລະຫວ່າງ 18-30 ປີ.

ເມົາແລ້ວຂັບບໍ່ພຽງແຕ່ສົ່ງຜົນຕໍ່ຄວາມເປັນຄວາມຕາຍຂອງບຸກຄົນເທົ່ານັ້ນ, ແຕ່ຍັງມີຜົນກະທົບທາງລົບຕໍ່ GDP ຂອງປະເທດທີ່ກໍາລັງພັດທະນາ. ​ເນື່ອງຈາກອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ມີການຂະຫຍາຍຕົວຂອງຈໍານວນຍານພະຫະນະໄວກວ່າການ​ພັດທະນາພື້ນຖານ​ໂຄງ​ລ່າງດ້ານ​ຄົມມະນາຄົມ​ທີ່​ປອດ​ໄພ, ພາກພື້ນ​ດັ່ງກ່າວຈຶ່ງຕ້ອງ​ປະ​ເຊີນ​ກັບ​ອັດຕາ​ຜູ້​ເສຍ​ຊີວິດ​ຍ້ອນ​ອຸປະຕິ​ເຫດ​ທາງ​ຖະໜົນ​ທີ່​ສູງ​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ (ເສຍຊີວິດ 20,7 ຄົນ​ຕໍ່ທຸກໆ 100.000 ຄົນ), ​ເຊິ່ງ​ສ້າງ​ຄວາມ​ເສຍ​ຫາຍ​ແກ່ເສດຖະກິດເຖິງ 3-6% ຂອງ GDP. ພະລັງຂອງຄຳວ່າບໍ່ ເປັນສ່ວນໜຶ່ງຂອງແຄມເປນລະດັບພາກພື້ນທີ່ຖືກຈັດຕັ້ງປະຕິບັດໃນອີກ 5 ປະເທດຄື: ໄທ, ກຳປູເຈຍ, ຟີລິບປິນ, ມາເລເຊຍ ແລະ ຫວຽດນາມ. ເປົ້າໝາຍແມ່ນການເຂົ້າເຖິງໄວໜຸ່ມຈໍານວນ 10 ລ້ານຄົນ ໃນ 6 ປະເທດ ທີ່ຢູ່ໃນເກນອາຍຸສາມາດດື່ມສິ່ງມືນເມົາໄດ້ຢ່າງຖືກຕ້ອງຕາມກົດໝາຍເພື່ອເປັນການໃຫ້ຄວາມຮູ້ກ່ຽວກັບຄວາມອັນຕະລາຍຮ້າຍແຮງຂອງການເມົາແລ້ວຂັບແກ່ພວກເຂົາ, ຊ່ວຍໃຫ້ພວກເຂົາສາມາດຕັດສິນໃຈໄດ້ໂດຍທີ່ຮັບຮູ້ເຖິງຜົນຮ້າຍຜົນເສຍ ແລະ ສ້າງແຮງບັນດານໃຈໃຫ້ພວກເຂົາກ້າວໄປສູ່ວັດທະນະທໍາການດື່ມສິ່ງມືນເມົາພາຍໃນຊຸມຊົນທ້ອງຖິ່ນຂອງຕົນຢ່າງຮອບຄອບມີຄວາມຮັບຜິດຊອບຫຼາຍຂຶ້ນ.

ແຄມເປນ ພະລັງຂອງຄຳວ່າບໍ່ ​ແມ່ນ​ໄດ້​ຮັບ​ການຊີ້ນໍາ​ນຳພາ​ໃນລະດັບ​ພາກ​ພື້ນ​ໂດຍ​ ສະມາຄົມເຫຼົ້າ ແລະ ​ເຫຼົ້າ​ແວງ ​ສາກົນ ​ອາຊີ​ປາຊີ​ຟິກ (APISWA) ເຊິ່ງຕາງໜ້າໃຫ້​ບັນດາບໍລິສັດ​ຜູ້​ຜະລິດ​ເຫຼົ້າ ​ແລະ ເຫຼົ້າ​ແວງໃນທົ່ວໂລກ, ສະມາຄົມ​ລົດຍົນຫວຽດນາມ (AA ຫວຽດນາມ, ສະມາຊິກຂອງ Fédération Internationale de l’Automobile ຫຼື FIA) ແລະ ອົງການຜະລິດສື່ Orès ໂດຍການສະໜັບສະໜູນຈາກ ສະພາທຸລະກິດສະຫະລັດອາເມລິກາ-ອາຊຽນ (USABC) ແລະ ສະພາທຸລະກິດ ສະຫະພາບເອີຣົບ-ອາຊຽນ (EUABC).

ໃນເດືອນ ມີນາ ນີ້, ພະລັງຂອງຄຳວ່າບໍ່ ຈະຖືກເປີດຕົວອອກສູ່ສື່ສັງຄົມອອນລາຍເພື່ອຈໍາກັດຄວາມຄໍາວ່າ ‘ບໍ່’ ໃຫ້ກັບໄວໜຸ່ມຄືນໃໝ່ ແລະ ຊ່ວຍໃຫ້ພວກເຂົາຄົ້ນພົບເຖິງພະລັງທີ່ສາມາດສ້າງຄວາມປ່ຽນແປງຕໍ່ການດື່ມສິ່ງມືນເມົາ ແລະ ການຂັບຂີ່. ໃນໄລຍະທຳອິດຂອງແຄມເປນ ກໍ່ຄືຊ່ວງ ຫົກອາທິດທໍາອິດແມ່ນຈະມີການປ່ອຍວິດີໂອຕົວຢ່າງ, ໂຄສະນາ ແລະ ຂໍ້ມູນໃຫ້ຄວາມຮູ້ຕ່າງໆຢູ່ທີ່ໜ້າ Facebook ຂອງແຄມເປນໃນແຕ່ລະປະເທດ. ຈາກນັ້ນ ເປົ້າໝາຍຂອງແຄມເປນໃນໄລຍະຕໍ່ມາ ຈະເປັນການປະເມີນວ່າແຄມເປນດັ່ງກ່າວມີອິດທິພົນຜົນດີຕໍ່ກັບການປ່ຽນແປງດ້ານພຶດຕິກໍາແນວໃດແດ່.

“ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ,​ ພວກເຮົາໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍຕາມທ້ອງຖະໜົນແບບບໍ່ເກັບຄ່າໃຊ້ຈ່າຍໃດໆ, ເຊິ່ງທີມງານຂອງພວກເຮົາໄດ້ພົບວ່າຍັງມີຈໍານວນຜູ້ບາດເຈັບ ແລະ ເສຍຊີວິດຈາກອຸປະຕິເຫດເພີ່ມຂຶ້ນຢ່າງຫຼວງຫຼາຍ,” ທ່ານ ເຊບາສຕຽງ ແປເຣ, ຜູ້ກໍ່ຕັ້ງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ໄດ້ກ່າວໄວ້. “ບັນດາອຸປະຕິເຫດເຫຼົ່ານີ້ເກີດຈາກສາຍເຫດທີ່ຄ້າຍໆກັນຄື: ເກີດຍາມກາງຄືນ, ເກີດຈາກການທີ່ຜູ້ຂັບຂີ່ລົດຈັກເມົາເຫຼົ້າແລ້ວຂັບລົດດ້ວຍຄວາມໄວສູງ, ບໍ່ໃສ່ໝວກກັນກະທົບ, ເສຍຫຼັກຢູ່ທາງໂຄ້ງແລ້ວໄປຕຳເອົາເຮືອນ ຫຼື ເສົາໄຟຟ້າ. ການບໍລິຈາກຊ່ວຍເຫຼືອຜູ້ເຄາະຮ້າຍຈາກອຸປະຕິເຫດຕາມທ້ອງຖະໜົນໃນທຸກມື້ນີ້ແມ່ນຍັງບໍ່ພຽງພໍ. ພວກເຮົາຕ້ອງຫ້າວຫັນຊ່ວຍກັນຫຼຸດຕົວເລກອຸປະຕິເຫດດັ່ງກ່າວໃຫ້ຫຼຸດລົງໄວໆ.”

“ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ຮ່ວມມືກັບ AA ຫວຽດນາມ, Orès ແລະ ບັນດາຄູ່ຮ່ວມມືທີ່ໃຫ້ການສະໜັບສະໜູນໃນແຄມເປນດັ່ງກ່າວນີ້, ເຊິ່ງກໍ່ເປັນສ່ວນໜຶ່ງໃນຄວາມໝັ້ນໝາຍຂອງ APISWA ທີ່ຈະຊ່ວຍຫຼຸດຜ່ອນອຸປະຕິເຫດທາງຖະໜົນໃນກຸ່ມໄວໜຸ່ມ,” ກ່າວໂດຍ ທ່ານ ແຊມ ຟິສເຊີ້, ປະທານບໍລິສັດທ່ອງທ່ຽວສາກົນ ແລະ ອາຊີປາຊີຟິກ Diageo ແລະ ທັງເປັນ ປະທານຂອງ APISWA. ທ່ານ ແຊມ ກ່າວເສີມວ່າ “ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດ ແລະ ຢ່າງໜັກກັບບັນດາເຈົ້າໜ້າທີ່ໃນປະເທດເປົ້າໝາຍເພື່ອແກ້ໄຂບັນຫາເມົາແລ້ວຂັບ ແລະ ແຄມເປນນີ້ຈະເປັນສ່ວນຊ່ວຍເສີມຂະຫຍາຍບັນດາແຜນງານ ແລະ ຄວາມພະຍາຍາມທີ່ພວກເຮົາກໍາລັງເຮັດໃນຮູບແບບກຸ່ມບໍລິສັດ ແລະ ຜ່ານບໍລິສັດຂອງຕົນ. ພວກ​ເຮົາ​ເຊື່ອ​ວ່າ​ຄວາມ​ປອດ​ໄພ​ທາງ​ທ້ອງຖະໜົນ​ແມ່ນ​ໜ້າ​ທີ່​ຮັບຜິດຊອບສ່ວນລວມ ທັງຂອງລັດຖະບານ, ອົງການຈັດຕັ້ງທາງສັງຄົມ ​ແລະ ພາກ​ເອກະ​ຊົນ​ທີ່ຕ້ອງ​ຮ່ວມ​ກັນ​ແກ້​ໄຂ​ກັບບັນຫາທ້າ​ທາຍ​ນີ້”.

“ການ​ເມົາແລ້ວຂັບ​ມີຄວາມ​ເຊື່ອມ​ໂຍງ​ຢ່າງ​ເລິກຕໍ່​ກັບ​ຜົນສຳ​ເລັດ​ຂອງ​ປະ​ເທດຕໍ່ກັບບັນດາ​ຕົວ​ຊີ້​ວັດທາງ​ສັງຄົມ,” ທ່ານ ເກຣກ ຄຣາບ, ປະທານ AA ຫວຽດນາມ ​ແລະ ປະທານ FIA ພາກ​ພື້ນ II – ອາຊີ​ປາຊີ​ຟິກ ໄດ້ກ່າວອະທິບາຍ. “ໄວໜຸ່ມຍຸກສະໄໝນີ້ ມີທ່າແຮງທີ່ດີທີ່ຈະຊ່ວຍສ້າງວັດທະນະທຳພຶດຕິກຳທີ່ຊ່ວຍເຮັດໃຫ້ຖະໜົນຫົນທາງຂອງພວກເຮົາປອດໄພຂຶ້ນ ແລະ ພວກເຮົາເອງກໍ່ພູມໃຈທີ່ໄດ້ມີສ່ວນຮ່ວມໃນແຄມເປນເພື່ອຊ່ວຍສ້າງແຮງບັນດານໃຈໃຫ້ມີການປ່ຽນແປງໃນຊຸມຊົນທ້ອງຖິ່ນໃນທົ່ວອາຊີປາຊີຟິກດັ່ງກ່າວນີ້.”

ຮຽນຮູ້ເພີ່ມເຕີມກ່ຽວກັບ ພະລັງຂອງຄຳວ່າບໍ່, ສາມາດເຂົ້າເບິ່ງໄດ້ທີ່ໜ້າ Facebook page ຫຼື website ຂອງແຄມເປນດັ່ງກ່າວ.

  • ກ່ຽວກັບ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ເປັນໜ່ວຍງານບໍລິການຂົນສົ່ງຄົນເຈັບ, ດັບເພີງ ແລະ ກູ້ໄພແຫ່ງແຫ່ງທຳອິດ ແລະ ແຫ່ງດຽວໃນ ສປປ ລາວ. ໜ່ວຍງານດັ່ງກ່າວໄດ້ມີການລິເລີ່ມດໍາເນີນງານໃນ ນະຄອນຫຼວງວຽງຈັນ ໂດຍມີອາສາສະໝັກຈໍານວນໜຶ່ງເຂົ້າຮ່ວມນັບຕັ້ງແຕ່ປີ 2010 ເປັນຕົ້ນມາ.
  • ກ່ຽວກັບບໍລິສັດ ອາດີເຄ ກຣຸບ ຈຳກັດຜູ້ດຽວ, ອາດີເຄ ກຣຸບ ແມ່ນເອເຈັນຊີທີ່ໃຫ້ບໍລິການເຕັມຮູບແບບ ທາງດ້ານການສ້າງສື່ປະຊາສຳພັນ ແລະ ການສ້າງການຮັບຮູ້ທາງດິຈິຕອລໃຫ້ແກ່ສິນຄ້າ, ແບຣນ ແລະ ທຸລະກິດຕ່າງໆ. ດ້ວຍຄວາມຊ່ຽວຊານທາງດ້ານສື່ສັງຄົມອອນລາຍ, ອາດີເຄ ໄດ້ສ້າງຍຸດທະສາດທາງດ້ານການຕະຫຼາດ ແລະ ດຳເນີນແຄມເປນຕ່າງໆທີ່ຫຼາກຫຼາຍ ເພື່ອໃຫ້ໝັ້ນໃຈວ່າ ກຸ່ມເປົ້າໝາຍຈະໄດ້ຮັບ ແລະ ມີສ່ວນຮ່ວມກັບຄອນເທັນທີ່ກົງກັບຈຸດປະສົງຂອງແຄມເປນໄດ້. ນໍາທີມໂດຍຊ່ຽວຊານທີ່ເຮັດວຽກໃນວົງການໂຄສະນາ, ການຈັດງານ, ປະຊາສຳພັນ ແລະ ສື່ ກວ່າ 10 ປີ ພ້ອມໄປດ້ວຍທີມງານລຸ້ນໃໝ່ໄຟແຮງ. ບໍ່ວ່າແພລັດຟອມໃດທີ່ຕ້ອງການເຂົ້າເຖິງ, ອາດີເຄ ກຣຸບ ຈະນໍາພາທຸລະກິດໃຫ້ໄປຍືນຢູ່ໃນແຖວໜ້າໄດ້ສະເໝີ.
  • ກ່ຽວກັບ ສະມາຄົມເຫຼົ້າ ແລະ ​ເຫຼົ້າ​ແວງ ​ສາກົນ ​ອາຊີ​ປາຊີ​ຟິກ (APISWA) ສະມາຄົມເຫຼົ້າ ແລະ ເຫຼົ້າແວງ ສາກົນ ອາຊີປາຊີຟິກ (APISWA) ປະກອບດ້ວຍສະມາຊິກ 11 ບໍລິສັດຜູ້ຜະລິດເຫຼົ້າ ແລະ ເຫຼົ້າແວງສາກົນ ທີ່ດໍາເນີນງານໃນທົ່ວພາກພື້ນອາຊີປາຊີຟິກ, ເຊິ່ງລວມມີບໍລິສັດ: Bacardi, Beam Suntory, Brown Forman, Campari, Diageo, Edrington, Moët Hennessy, Pernod Ricard, Proximo, Remy Cointreau ແລະ William Grant & Sons. APISWA ມີຈຸດປະສົງເພື່ອສົ່ງເສີມສະພາບແວດລ້ອມທີ່ ເຫຼົ້າ ແລະ ເຫຼົ້າແວງ ທີ່ຖືກຕ້ອງຕາມກົດໝາຍສາມາດຖືກດື່ມໄດ້ຢ່າງມີຄວາມຮັບຜິດຊອບ ພ້ອມທັງຊຸກຍູ້ອຸດສາຫະກໍາການບໍລິການ ແລະ ການທ່ອງທ່ຽວໃຫ້ທີ່ມີຊີວິດຊີວາ, ຍືນຍົງ, ແລະ ມີຄວາມຮັບຜິດຊອບ. ນອກຈາກນັ້ນ, APISWA ຍັງມີຈຸດປະສົງເພື່ອຮັບປະກັນສະພາບແວດລ້ອມທາງທຸລະກິດທີ່ຍືນຍົງ ແລະ ຮັບປະກັນຄວາມອາດສາມາດໃນການແຂ່ງຂັນໃຫ້ແກ່ສະມາຊິກຂອງຕົນ.
  • ກ່ຽວກັບ ສະມາຄົມ​ລົດຍົນຫວຽດນາມ (AA ຫວຽດນາມ) AA ຫວຽດນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2017 ໂດຍ​ການເປັນອົງ​ການກຸ່ມ​ສະ​ມາ​ຊິກຊັ້ນນໍາ​ທີ່​ສຸມໃສ່​ການສະ​ໜອງ​ຜະ​ລິດ​ຕະ​ພັນທີ່ມີ​ຄຸ​ນະ​ພາບ​ຕາມ​ມາດ​ຕະ​ຖານ​ສາ​ກົນ​ໃຫ້​ແກ່​ຜູ້​ໃຊ້​ຖະໜົນ​ໃນຫວຽດ​ນາມ. ການບໍລິການຂອງ AAV ກວມເອົາການຊ່ວຍເຫຼືອຕາມຖະໜົນແບບມືອາຊີບ (ເຊັ່ນ: ການບໍລິການແກ່ລົດ); ນະໂຍບາຍດ້ານປະກັນໄພ; ຊຸດແພັກເກດການທ່ອງທ່ຽວ; ໃຫ້ສ່ວນຫຼຸດດ້ານ lifestyle; ແລະ ​ໂຄສະນາ​ຄວາມ​ປອດ​ໄພ​ທາງ​ຖະໜົນ​ຢູ່​ຫວຽດນາມ ​ແລະ ຕ່າງປະ​ເທດ. ເນື່ອງຈາກ​ຈຳນວນ​ລົດ​ຍົນ​ຢູ່​ເທິງ​ທ້ອງ​ຖະໜົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ – ຄິດໄລ່ເປັນ 13% ​ໃນ​ແຕ່ລະ​ປີ, AA ຫວຽດນາມ ໄດ້ວາງວິໄສທັດໄວ້ວ່າ​ຕົນ​ເອງຈະຕ້ອງ​ເປັນ​ຜູ້​ໃຫ້​ບໍລິການ​ທີ່​ມີ​ຄຸ​ນະພາ​ບທີ່​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ສະດວກ​ສະບາຍ​ຂອງ​ຜູ້​ໂດຍສານເທິງທ້ອງຖະໜົນໃຫ້ໄດ້. ໃນການຮ່ວມມືກັບ ຄະນະກໍາມະການຄວາມປອດໄພດ້ານການຈະລາຈອນແຫ່ງຊາດ, AAV ມີຄວາມພ້ອມທີ່ຈະຊຸກຍູ້ແຜນງານດ້ານຄວາມປອດໄພທາງທ້ອງຖະໜົນ. ໃນປີ 2018, AAV ໄດ້ຮ່ວມມືກັບ FIA ໃນການເປີດຕົວແຄມເປນ #3500Lives ຍ້ອນມີຜູ້ເສຍຊີວິດໃນໂລກເຖິງ 3,500 ຄົນຕາມທ້ອງຖະໜົນໃນແຕ່ລະມື້ ເພື່ອປູກຈິດສໍານຶກກ່ຽວກັບຫຼັກການປະຕິບັດການຂັບຂີ່ທີ່ປອດໄພ.

LEAVE A REPLY

Please enter your comment!
Please enter your name here