ຊັອກວົງການ! ເມື່ອນັກສະແດງດັງ Will Smith ໄດ້ຂຶ້ນໄປຕົບໜ້າພິທີກອນເທີງເວທີ

0
3049

ຊັອກວົງການ Hollywood ເມື່ອນັກສະແດງດັງ Will Smith ໄດ້ຂຶ້ນໄປຕົບໜ້າ Chris Rock ພິທີກອນໃນງານປະກາດລາວວັນ Oscar.

ເລື່ອງດັ່ງກ່າວເກີດຂຶ້ນເນື່ອງຈາກ Chris Rock ໄດ້ເວົ້າກວນແບບບໍ່ໃຫ້ກຽດພັນລະຍາຂອງ Will Smith ປະມານວ່າ: ເລື່ອງ G.I.Jane ພາກ 2 ກຳລັງລໍຖ້າພັນລະຍາເຈົ້າໄປສະແດງຢູ່ ເຊິ່ງຄວາມໝາຍກໍແມ່ນ Jada ພັັນລະຍາຂອງ Will Smith ໄດ້ຫົວໄປຮ່ວມງານ, ເຊິ່ງຕົວລະຄອນຫຼັກຂອງໜັງ G.I.Jane ພາກ 2 ກໍເທຫົວເຊັ່ນກັນ.

ການເວົ້າກວນດັ່ງກ່າວ ເຮັດໃຫ້ Will ບໍ່ພໍໃຈແຮງເນື່ອງຈາກ ພັນລະຍາ ຂອງລາວກໍໄດ້ເຄີຍອອກມາສຳພາດກ່ອນໜ້ານີ້ແລ້ວວ່າ ສາເຫດທີ່ຕ້ອງເທຫົວເນື່ອງຈາກບັນຫາຜົມຫຼົ່ນ.

Will ຍັງເວົ້າຫຼັງຈາກຂຶ້ນໄປຕົບອີກວ່າ: Leave my wife’s name out of your f**king mouth) ຫຼື ຢ່າເວົ້າຊື່ເມຍກູອອກຈາກມຶງອີກ.

ອ້າງອີງ:

https://variety.com/…/chris-rock-punches-will-smith…/

https://www.vanityfair.com/…/will-smith-chris-rock-oscars

LEAVE A REPLY

Please enter your comment!
Please enter your name here