ເລີ່ມກໍ່ສ້າງທາງເບຕົງຜ່ານພູຊ້າງນ້ອຍເມືອງຍົມມະລາດ

0
999

ພິທີເລີ່ມການກໍ່ສ້າງທາງເບຕົງ ຜ່ານພູຊ້າງນ້ອຍ ເມືອງຍົມມະລາດ ແຂວງຄພມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 25 ມີນາ 2022 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆ ຄໍາມ່ວນ, ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆ ຍົມມະລາດ ມີບັນດາທ່ານ ການນໍາຂັ້ນແຂວງ-ຂັ້ນເມືອງ ພະແນກການອ້ອມຂ້າງແຂວງ, ສະມາຄົມນັກທຸລະກິດໜຸ່ມ ຕະຫຼອດອົງການຈັດຕັ້ງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງເປັນຂະບວນ.

ທ່ານ ເຫຼັງຄໍາ ໄຊຄໍາຜັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຂຶ້ນລາຍງານ ໂຄງການກໍ່ສ້າງທາງເບຕົງເສີມເຫຼັກຜ່ານພູຊ້າງນ້ອຍ ບ້ານວຽງຫຼວງ ເມືອງຍົມມະລາດ ຄັ້ງນີ້ວ່າ: ເສັ້ນທາງດັ່ງກ່າວ ເປັນເສັ້ນທາງໜຶ່ງທີ່ມີຄວາມເປັນມາທາງດ້ານປະຫວັດສາດຂອງເມືອງ, ຂອງແຂວງ ເປັນເສັ້ນທາງເຂົ້າເຂດຈຸດສຸມພັດທະນາຂອງເມືອງ, ປະກອບມີ 4 ບ້ານໃຫຍ່ ມີພົນລະເມືອງຫຼາຍກວ່າ 4.000 ຄົນ, ແຜນການກໍ່ສ້າງເສັ້ນທາງນີ້ເລີ່ມແຕ່ຕີນພູຊ້າງນ້ອຍບ້ານຕາດ ຜ່ານສັນພູໄປຫາເຂດບ້ານວຽງຫຼວງ ໜ້າທາງປູດ້ວຍເບຕົງເສີມເຫຼັກ ທີ່ມີຄວາມຍາວ 1.180 ແມັດ, ຄວາມກວ້າງໜ້າທາງ 3,5 ແມັດ, ຄວາມໜາ 0,23 ແມັດ, ພ້ອມດ້ວຍລະບົບຮ່ອງລະບາຍນໍ້າ 2 ຂ້າງທາງ ແລະ ຈຸດຫຼີກລົດ ຈຳນວນ 5 ຈຸດ.

ຄາດວ່າຈະໄດ້ໃຊ້ງົບປະມານເຂົ້າໃນການກໍ່ສ້າງ ປະມານ 1 ຕື້ ກວ່າກີບ; ເປັນໂຄງການນຳໃຊ້ງົບປະມານ ແລະ ທ່າແຮງລະດົມຈາກພາກສ່ວນຕ່າງໆ ໃນທົ່ວສັງຄົມ, ໃນການປະຕິບັດວຽກງານຕົວຈິງ ມາຮອດປະຈຸບັນ ໄດ້ຮັບການປະກອບສ່ວນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ, ຫົວໜ່ວຍທຸລະກິດ ຄື: ຮັບການປະກອບສ່ວນ ທ່ານ ຖາວອນ ອາດສະໝຸດ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ປະທານກຸ່ມບໍລິສັດລ່ອງແຈ້ງພັດທະນາ ຈໍາກັດ ຈໍານວນ ເງິນສົດ 50.000.000 ກີບ, ຮັບຈາກການນໍາເມືອງຍົມມະລາດ ປະກອບສ່ວນເງິນສົດ 20.000.000 ກີບ ແລະ ບໍລິສັດຄໍາມະນີ ເຈເນີຣອນ ເຊີວິສ ( K.G.S) ເງິນສົດ 15.000.000 ກີບ ມາຮອດປະຈຸບັນ ເງິນທີ່ລະດົມໄດ້ ທັງໝົດ 85.000.000 ກີບ.

ຈາກນັ້ນ, ຍັງໄດ້ຮັບຟັງການປະກອບຄໍາຄິດເຫັນຈາກ ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆ ຄໍາມ່ວນ ເຊິ່ງທັງສອງທ່ານ ໄດ້ຕີລາຄ່າສູງຕໍ່ການສ້າງຂະບວນການຄັ້ງນີ້ ຖືວ່າເປັນຂະບວນການ ທີ່ມີສ່ວນຮ່ວມຂອງທົ່ວປວງຊົນ ທີ່ຈະປະກອບສ່ວນເຫື່ອແຮງສະຕິປັນຍາ ປຸກລະດົມຂົນຂວາຍທ່າແຮງບົ່ມຊ້ອນ ນໍາພາສ້າງຂະບວນການດ້ວຍຄວາມເປັນເຈົ້າການຮ່ວມກັນ ໃນທົ່ວສັງຄົມ ໂດຍສະເພາະ ກໍາລັງຊາວໜຸ່ມຕະລຸມບອນ ຈະເປັນທ່າແຮງກໍາລັງຫຼັກ ປະຈັນບານຂັບເຄື່ອນວຽກງານຂະບວນການໃຫ້ມີຜົນສໍາເລັດຕາມຄາດໝາຍ ທີ່ກໍານົດໄວ້ ເພາະຍາມໃດ ຊາວໜຸ່ມກໍ່ມີຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງເປັນການປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເກີດຜົນປະໂຫຍດສູງສຸດ ແກ່ສັງຄົມ ແລະ ປະເທດຊາດ ດັ່ງກັບຄໍາຂວັນຂອງຊາວໜຸ່ມ ທີ່ວ່າ: “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ”.

ຕອນທ້າຍ ຍັງໄດ້ມີການມອບ-ຮັບ ການອຸປະຖໍາ ຕໍ່ຂະບວນການດັ່ງກ່າວ ໂດຍມີການອຸປະຖໍາ ຈາກພາກສ່ວນການນໍາພັກ-ລັດ, ພະແນກການອ້ອມຂ້າງແຂວງ, ນັກທຸລະກິດ ພໍ່ຄ້າຊາວຂາຍ ຕະຫຼອດ ທົ່ວສັງຄົມ ທີ່ໄດ້ເຫັນຄວາມສໍາຄັນ ຕໍ່ຂະບວນການຄັ້ງນີ້ ເປັນກຽດຮັບໂດຍ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆ ຍົມມະລາດ; ພ້ອມດຽວກັນນັ້ນ ກໍ່ໄດ້ເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກຜ່ານພູຊ້າງນ້ອຍ ບ້ານວຽງຫຼວງ ເມືອງຍົມມະລາດ ຢ່າງເປັນທາງການ.

ແຫຼ່ງຂ່າວ: Khammouane News

LEAVE A REPLY

Please enter your comment!
Please enter your name here