ແບ່ງຂັ້ນຄຸ້ມຄອງໂຮງງານອຸດສາຫະກໍາ ປຸງແຕ່ງກະສິກໍາຂັ້ນຕົ້ນ, ໄມ້ ແລະ ເຄື່ອງປ່າຂອງດົງ

0
1382

ເມື່ອບໍ່ດົນມານີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ເລກທີ 0346/ກປ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ໂຮງງານອຸດສາຫະກໍາປຸງແຕ່ງ ກະສິກໍາຂັ້ນຕົ້ນ, ໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ບັນດາໂຮງງານອຸດສາຫະກໍາປຸງແຕ່ງກະສິກໍາຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມພາລະບົດບາດໃໝ່ ຂອງຂະແໜງກະສິກໍາ ແລະ ປ່າໄມ້.

ລັດຖະບານ ໄດ້ຕົກລົງມອບວຽກງານອຸດສາຫະກໍາປຸງແຕ່ງ ກະສິກໍາ ແລະ ປ່າໄມ້ ໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ເຊິ່ງປະກອບມີ: ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຂ້າສັດ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດວັກຊິນ, ຢາປາບສັດຕູພືດ, ຢາປົວພະຍາດ ເຄື່ອງມືສັດຕະວະແພດ, ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງເຟີນີເຈີ ແລະ ໂຮງງານປຸງແຕ່ງເຄື່ອງປ່າຂອງດົງທຸກປະເພດ, ໂຮງງານປຸງແຕ່ງຢາງພາລາ, ໂຮງງານຜະລິດຝຸ່ນຊີວະພາບ ແລະ ອົງຄະທາດ, ໂຮງງານຄັດແຍກເມັດພັນ ແລະ ຫຸ້ມຫໍ່ ຜົນຜະລິດ ກະສິກໍາ ແລະ ໂຮງງານຜະລິດເຄື່ອງມື ແລະ ກົນຈັກກະສິກໍາ.

ດັ່ງນັ້ນເພື່ອສະກວດໃນການຄຸ້ມຄອງ, ກະຊວງກະສິກຳ ແລະ ປ່າໄມ້ຈຶ່ງມີຄຳສັ່ງແບ່ງຂັ້ນຄຸ້ມຄອງຄື: ກົມປູກຝັງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຜະລິດຢາປາບສັດຕູພືດ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກຮັບໃຊ້ການປູກຝັງ-ກະສິກໍາ, ໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພືດອື່ນໆໃນຂອບເຂດທົ່ວປະເທດ; ກົມລ້ຽງສັດ ແລະ ການ ປະມົງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານຂ້າສັດ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດຢາວັກຊິນ, ໂຮງງານຜະລິດຢາປົວສັດ ແລະ ເຄື່ອງມືສັດຕະວະແພດ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກຮັບໃຊ້ການລ້ຽງສັດ, ສັດຕະວະແພດ, ໂຮງປຸງແຕ່ງຜະລິດຕະພັນສັດ ແລະ ສັດນໍ້າ ໃນຂອບເຂດທົ່ວປະເທດ;ກົມປ່າໄມ້ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງງານເຟີນີເຈີ, ໂຮງງານຜະລິດເຈ້ຍໂດຍນໍາໃຊ້ໄມ້ ເປັນວັດຖຸດິບ, ໂຮງງານເຟີນີເຈີແບບຄອບຄົວ, ໂຮງງານປຸງແຕ່ງຢາງພາລາ, ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ແລະ ໂຮງງານຜະລິດຖ່ານ ໃນຂອບເຂດທົ່ວປະເທດ; ກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກໍາ ຮັບຜິດຊອບ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານຜະລິດຝຸ່ນ (ຝຸ່ນຊີວະພາບ, ຝຸ່ນອົງຄະທາດ ແລະ ຝຸ່ນວິທະຍາສາດ) ໃນຂອບເຂດທົ່ວປະເທດ; ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານປຸງແຕ່ງກະສິກໍາຂະໜາດນ້ອຍ ລະດັບຄອບຄົວ, ກຸ່ມ, ສະຫະກອນ ພ້ອມທັງ ສົ່ງເສີມເຕັກນິກການອົບ, ການຕາກ, ໂຮງຄັດແຍກເມັດພັນ, ຈັດເກຣດ, ຫຸ້ມຫໍ່ ແລະ ແປຮູບ-ປຸງຣົດ ຜົນຜະລິດກະສິກໍາ ເພື່ອສ້າງມູນຄ່າເພີ່ມ ໃນຂອບເຂດທົ່ວປະເທດ

ພ້ອມນີ້, ໃຫ້ກົມປ່າໄມ້ ແລະ ກົມກວດກາປ່າໄມ້ ຄົ້ນຄ້ວາກໍານົດແຜນດຸ່ນດ່ຽງ ໃນການສະໜອງວັດຖຸດິບທີ່ສາມາດສະໜອງຈາກປ່າທໍາມະຊາດ ແລະ ປ່າປູກ ລວມທັງເຄື່ອງປ່າຂອງດົງ. ຈາກນັ້ນ, ກໍານົດທ່າແຮງໃນການພັດທະນາ ອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ຄືນໃໝ່ ຢ່າງມີຈຸດສຸມ; ໃຫ້ກົມປ່າໄມ້ ແລະ ກວດກາປ່າໄມ້ ຄົ້ນຄວ້າກຳນົດແຜນດຸ່ນດ່ຽງ ໃນການສະໜອງວັດຖຸດິບ ທີ່ສາມາດສະໜອງຈາກປ່າທຳມະຊາດ ແລະ ປ່າປູກ ລວມທັງເຄື່ອງປ່າຂອງດົງ ຄືນໃໝ່ຢ່າງມີຈຸດສຸມ; ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານ ແລະ ເຄື່ອງຄັດແຍກເມັດພັນ, ເຄື່ອງອົບເມັດພັນ, ສາງເຢັນເກັບເມັດພັນພືດ, ຄົ້ນຄວ້າ ແລະ ພັດທະນາເຕັກນິກ, ເຕັກໂນໂລຊີການປຸງແຕ່ງກະສິກຳ ແລະ ປຸງແຕ່ງໄມ້ ເພື່ອສະໜອງຂໍ້ມູນທາງດ້ານວິທະຍາສາດ, ເຕັກນິກໃໝ່ ແລະ ເຕັກໂນໂລຊີ ໃນການປຸ່ງແຕ່ງກະສິກຳ ແລະ ປຸງແຕ່ງໄມ້ ໃຫ້ໄດ້ຮັບຜົນດີຢ່າງມີປະສິດທິຜົນສູງ ແລະ ສຶກສາ, ຄົ້ນຄວ້າ, ວິເຄາະວິໄຈ ສະພາບການປຸ່ງແຕ່ງ ຂອງບັນດາໂຮງຈັກ ແລະ ໂຮງງານປຸງແຕ່ງກະສິກຳຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີທາງແກ້ໄຂ ພ້ອມທັງສະເໜີແຜນການໃນຕໍ່ໜ້າ ແລະ ທິດສີຂຽວ ແລະ ຍືນຍົງ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here