ຈັດພິທີບາສີສູ່ຂວັນ ໃຫ້ແກ່ການນໍາຂອງເມືອງ ເນື່ອງໃນໂອກາດບຸນປີໃໝ່ຂອງເຜົ່າລາຫູຟຸ

0
917

ປະຊາຊົນບ້ານປຸ່ງຜາ ກຸ່ມພັດທະນາຫົວນໍ້າຄາ, ເມືອງເມິງ ຈັດພິທີບາສີສູ່ຂວັນ ໃຫ້ແກ່ການນໍາຂອງເມືອງ ເນື່ອງໃນໂອກາດບຸນປີໃໝ່ຂອງເຜົ່າລາຫູຟຸ

ໃນວັນທີ 25 ມີນາ 2022 ຜ່ານມານີ້ ຢູ່ທີ່ບ້ານປຸ່ງຜາ, ເມືອງເມິງ, ແຂວງບໍ່ແກ້ວ, ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນບ້ານປຸ່ງ ໄດ້ຈັດພິທີບາສີສູ່ຂວັນໃຫ້ແກ່ການນໍາຂອງເມືອງ ເຊິ່ງນໍາໂດຍ ທ່ານ ສົມສັກ ປິ່ນແກ້ວ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆເມິງ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ – ຮອງຫ້ອງ, ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ ຕະຫຼອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ບ້ານປຸ່ງຜາ ຫ່າງຈາກເທດສະບານເມືອງເມິງປະມານ 12 ກິໂລແມັດ, ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມພັດທະນາຫົວນໍ້າຄາ, ເປັນຊົນເຜົ່າລາຫູຟຸ ຫຼື ມູເຊີຂາວ, ມີ 98 ຄອບຄົວ, ມີພົນລະເມືອງທັງໝົດ 406 ຄົນ, ຍິງ 202 ຄົນ. ອາຊີບຕົ້ນຕໍ ຂອງປະຊາຊົນແມ່ນເຮັດນາ, ເຮັດສວນ, ເຮັດໄຮ່ໝູນວຽນ, ອາຊີບສໍາຮອງ ແມ່ນລ້ຽງສັດ ແລະ ເກັບກູ້ເຄື່ອງປ່າຂອງດົງ ປະຊາຊົນ ແມ່ນເຊື່ອຖືຜີ; ພາຍໃນບ້ານ ແມ່ນຮັກສາໄດ້ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງເຜົ່າ ເຊິ່ງໄດ້ຮັບຮອງເປັນບ້ານວັດທະນະທໍາໃໝ່ ໃນວັນທີ 9 ກໍລະກົດ 2019. ເຊິ່ງໃນແຕ່ລະປີ ພາຍຫຼັງທີ່ຫຼິ້ນບຸນກີນຈຽງ ຫຼື ບຸນປະເພນີປີໃໝ່ຂອງເຜົ່າແລ້ວ ອົງການປົກຄອງບ້ານ ພ້ອມດ້ວຍເຖົ້າແກ່ແນວໂຮມ ແລະ ປະຊາຊົນພາຍໃນບ້ານ ແມ່ນຈະໄດ້ມາເຕົ້າໂຮມກັນ ຢູ່ທີ່ເຮືອນນາຍບ້ານ ຫຼື ໃຈກາງບ້ານ ເພື່ອຈັດພິທີບາສີສູ່ຂວັນ ໃຫ້ແກ່ຄະນະພັການນໍາຂອງບ້ານ, ຂອງເມືອງ ແລະ ເພື່ອອວຍພອນໄຊໃຫ້ພອນເຈົ້າບ້ານ – ເຈົ້າເມືອງ ມີສຸກຂະພາບແຂງແຮງ, ປົກປັກຮັກສາຄຸ້ມຄອງ ແລະ ເປັນສິລິມຸງຄຸນແກ່ບ້ານ ແລະ ປະຊາຊົນພາຍໃນບ້ານ ຕາມຄວາມເຊື່ອຖືຂອງເຜົ່າມາແຕ່ດົນນານ ພາຍຫຼັງທີ່ຫຼິ້ນບຸນປີໃໝ່ຂອງຕົນ ແລະ ກ່ອນທີ່ຈະລົງມືເຮັດການຜະລິດ ໃນລະດູການໃໝ່ ໂດຍສະເພາະ ແມ່ນການປູກ – ການລ້ຽງ ເພື່ອໃຫ້ຟ້າຝົນຕົກຖືກຕ້ອງຕາມລະດູການ ແລະ ເພື່ອໃຫ້ຜົນຜະຫຼິດຈະເລີນ ງອກງາມ ໄດ້ຮັບໝາກຮັບຜົນດີ

ການຈັດພິທີບາສີສູ່ຂວັນດັງກ່າວນີ້ ກໍ່ເພື່ອປະຕິບັດຕາມຮີດ 12 ຄອງ 14 ປະເພນີອັນດີງາມຂອງເຜົ່າ ທີ່ເຄີຍປະຕິບັດກັນມາແຕ່ດົນນານ, ທັງເປັນການປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີ, ກິດຈະກໍາຕ່າງໆຂອງເຜົ່າ ເພື່ອໃຫ້ລຸ້ນລູກ – ລຸ້ນຫຼານ ໄດ້ສືບສານໃນການຈັດຕັ້ງປະຕິບັດຕໍ່ໆໄປ; ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ການນໍາຂອງເມືອງ, ອົງການປົກຄອງບ້ານ ກໍ່ຄືປະຊາຊົນບັນດາເຜົ່າພາຍໃນເມືອງ ໃຫ້ເປັນປຶກແຜ່ນແໜ້ນໜາ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ Bokeo Newspaper

LEAVE A REPLY

Please enter your comment!
Please enter your name here