ສືບຕໍ່ສະໜັບສະໜູນວຽກງານສະກັດກັ້ນປິ່ນປົວຜູ້ຕິດເຊື້ອເຮສໄອວີ

0
659

ມູນນິທິປິ່ນປົວພະຍາດເອດ ສືບຕໍ່ສະໜັບສະໜູນວຽກງານສະກັດກັ້ນປິ່ນປົວຜູ້ຕິດເຊື້ອເຮສໄອວີ

ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືປັບປຸງວຽກງານການສະກັດກັ້ນ ແລະ ດູແລປິ່ນປົວຜູ້ຕິດເຊື້ອເຮສໄອວີ/ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ (ພຕພ) ຢູ່ ສປປ ລາວ (ໄລຍະ II) 2022-2025 ລະຫວ່າງ ທ່ານ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດ ແລະ ພຕພ ຕາງໜ້າກະຊວງສາທາລະນະສຸກ ແລະ ທ່ານນາງ ຈິນຕະນາ ສົມຄະເນ ຜູ້ປະສານງານໂຄງການ ມູນນິທິປິ່ນປົວພະຍາດເອດ (AHF) ປະຈຳລາວ ໄດ້ຈັດຂຶ້ນໃນວັນທີ 29 ມີນານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນຮູບແບບທາງໄກ, ພາຍໃຕ້ການເປັນປະທານຂອງ ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ຈິມ ສາຣາດ ຫົວໜ້າຫ້ອງການ AHF ພາກພື້ນປະຈໍາກຸງພະນົມເປັນ ປະເທດກໍາປູເຈຍ, ທ່ານ ຢູກັງ ບາວ ຮອງຫົວໜ້າຫ້ອງການ AHF ພາກພື້ນປະຈໍາກຸງປັກກິງ ສປ ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງອົງການເຂົ້າຮ່ວມ. ທ່ານ ລັດຕະນະໄຊ ເພັດສຸວັນ ກ່າວວ່າ:

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ມີຄວາມສຳຄັນ ຊຶ່ງເປັນໜຶ່ງໃນແຜນງານການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດ 4 ປີ (2022-2025) ຊຶ່ງຈຸດປະສົງຫຼັກເພື່ອເພີ່ມທະວີການເຂົ້າເຖິງວຽກງານປ້ອງກັນ ແລະ ການກວດເລືອດ ເພື່ອຊອກຫາການຕິດເຊື້ອ HIV/Shiplaylis ໃນກຸ່ມປະຊາກອນທີ່ມີຄວາມສ່ຽງ ແລະ ສົ່ງຕໍ່ຜູ້ທີ່ເຫັນວ່າມີຜົນບວກ ເພື່ອເຂົ້າຮັບການປິ່ນປົວ, ຄຽງຄູ່ກັບການຕໍ່ສູ້, ຄວບຄຸມພະຍາດໂຄວິດ-19 ພວກເຮົາຍັງສູ້ຊົນບັນລຸໃຫ້ໄດ້ເປົ້າໝາຍແບບເລັ່ງລັດ (Fast-Tract) ຂອງອົງການສະຫະປະຊາຊາດຕ້ານເອດ (UNAIDS) ຄື:

ພາຍໃນປີ 2025 ຈະຕ້ອງບັນລຸເປົ້າໝາຍໃໝ່ໃນການປິ່ນປົວໃຫ້ໄດ້ 95-95-95 ແລະ ພ້ອມນີ້ຈະກຽມພ້ອມຢຸດຕິການແຜ່ລະບາດຂອງເຊື້ອເຮສໄອວີ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDC) ໃນປີ 2030 ຊຶ່ງແມ່ນຄວາມຮັບຜິດຊອບຂອງພວກເຮົາ ຊຶ່ງມີຄວາມທ້າທາຍຫຼາຍທີ່ຈະບັນລຸໄດ້. ປັດຈຸບັນປະເທດຂອງພວກເຮົາປະສົບຂໍ້ຫຍຸ້ງຍາກຫຼາຍດ້ານ ແລະ ມີບັນຫາທາງດ້ານງົບປະມານ, ດ້ານການຕອບໂຕ້ຕໍ່ເຊື້ອເຮສໄອວີ ພະຍາດເອດ ຍັງມີຫຼາຍສິ່ງທ້າທາຍຄື: ແຮງງານເຄື່ອນຍ້າຍກໍມີຫຼາຍ ເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ,

ແຕ່ລະປີຍັງມີຜູ້ຕິດເຊື້ອຫຼາຍກວ່າ 1.500 ຄົນ, ກຸ່ມຊາຍມີເພດສໍາພັນກັບຊາຍ ຍັງຕິດເຊື້ອສູງ, ການສົ່ງເຊື້ອຈາກແມ່ຫາລູກກໍເຫັນວ່າມີທ່າອ່ຽງສູງຂຶ້ນ, ນໍ້າຢາກວດເລືອດຊອກຫາການຕິດເຊື້ອເຮສໄອວີ ຍັງບໍ່ທັນພຽງພໍ, ຜູ້ຕິດເຊື້ອເຮສໄອວີ ແລະ ຜູ້ທີ່ເປັນພະຍາດເອດຍັງຂາດການຕິດຕາມຫຼາຍ ແລະ ການກິນຢາກໍຍັງບໍ່ທັນຕໍ່ເນື່ອງ ແລະ ເປັນປົກກະຕິ, ຍ້ອນມີສະພາບການລະບາດຂອງພະຍາດໂຄວິດ ແລະ ຂາດງົບປະມານໃນການເດີນທາງເຂົ້າມາຮັບການບໍລິການກວດສຸຂະພາບ ແລະ ມາຮັບຢາ, ໃນປີ 2022 ມີຜູ້ທີ່ຕ້ອງການໆປິ່ນປົວດ້ວຍຢາ ARV ເພີ່ມຂຶ້ນ ຊຶ່ງປັດຈຸບັນຜູ້ມີໜ້າກິນຢາທົ່ວປະເທດຈຳນວນ 8.864 ຄົນ. ໂຄງການ AHF ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານໃນການເຂົ້າເຖິງກຸ່ມປະຊາກອນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ ໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານປິ່ນປົວດູແລຜູ້ຕິດເຊື້ອເອດນັບແຕ່ປີ 2013-2021 ແລະ ໃນມື້ນີ້ທາງໂຄງການ AHF ໄດ້ສືບຕໍ່ສະໜັບສະໜູນດ້ານງົບປະມານ 21 ຕື້ 651 ລ້ານກວ່າກີບໃນອີກ 4 ປີຕໍ່ໜ້າ (2022-2025) ຊຶ່ງເປັນການຊ່ວຍເຫຼືອເພື່ອປັບປຸງວຽກງານສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດຢູ່ລາວໃຫ້ມີຄວາມເຂັ້ມແຂງ.

ຂ່າວ-ພາບ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here