ສ້າງຕັ້ງສະຫະກອນ ຫັດຖະກໍາຖັກຟອຍແຂມ ບ້ານພັດທະນາວັງເຕົ່າ ເມືອງໂພນທອງ

0
1052

ປະກາດການສ້າງຕັ້ງສະຫະກອນ ຫັດຖະກໍາຖັກຟອຍແຂມ ບ້ານພັດທະນາວັງເຕົ່າ ເມືອງໂພນທອງ.

ບ່າຍ​ວັນທີ​ 30​ ມີນາ​ 2022, ພະແນກອຸກສາຫະກໍາ ແລະ​ ການຄ້າແຂວງ​ຈໍາປາສັກ​ ຮ່ວມກັບຄະນະພັກ – ອົງການປົກຄອງເມືອງໂພນທອງ ແລະ​ ຂະແໜງການທີ່ກ່ຽວຂ້ອງ ໄດ້ຈັດພິທີປະກາດການສ້າງຕັ້ງສະຫະກອນ ຫັດຖະກໍາຖັກຟອຍແຂມ ບ້ານ ພັດທະນາວັງເຕົ່າ ເມືອງໂພນທອງຂຶ້ນ​ ຢູ່ສໍານັກບ້ານດັ່ງກ່າວ.

ໂດຍການເຂົ້າຮ່ວມຂອງ​ ທ່ານ ປອ.​ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ສຸພາບ ທໍາມະຮັກສາ ກໍາມະການພັກແຂວງ ເຈົ້າເມືອງໂພນທອງ, ທ່ານ​ ຄໍາພູນ​ ພອຍດວງດີ ຫົວໜ້າ​ຫ້ອງການອຸດສາຫະກໍາ ແລະ​ ການຄ້າ​ເມືອງ.​

ມີການນໍາຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ,​ ການນໍາຫ້ອງການຄະນະຄຸ້ມຄອມດ່ານຊາຍແດນສາກົນວັງເຕົ່າ, ການນໍາ​ຫ້ອງການ​ອຸດສາຫະກໍາ ແລະ​ ການຄ້າ​ 5 ເມືອງ,​ 1​ ນະຄອນປາກເຊ, ການນໍາຂະແໜງການທີ່ກ່ຽວຂ້ອງຂອງພະແນກອຸດສາຫະກໍາ ແລະ​ ການຄ້າແຂວງ, ຄະນະພັກ​ – ອົງການປົກຄອງບ້ານພັດທະຍາວຫງເຕົ່າ,​ ການນໍາ​ ແລະ​ ສະມາຊິກສະຫະກອນ​ ຫັດຖະກໍາຖັກຟອຍແຂມ​ ບ້ານ​ດັ່ງກ່າວ​ ເຂົ້າ​ຮ່ວມ.

ຂໍ້ມູນ: ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫

LEAVE A REPLY

Please enter your comment!
Please enter your name here