ຮູ້ຈັກແຂ້ນ້ອຍພັນພື້ນເມືອງລາວ ທີ່ປ່ອຍຄືນສູ່ທຳມະຊາດ

0
2037

ຫຼັງຈາກທີ່ ແຂວງສະຫວັນນະເຂດ ຕາງໜ້າໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບອົງການອະນຸ ລັກສັດປ່າ (WCS) ຈັດພິທີປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ ຈໍານວນ 47 ໂຕ ຢູ່ນໍ້າຫວ້ຍຈຽວຢູ່ເຂດບ້ານຕານສຸມທີ່ນອນຢູ່ໃນຂອບເຂດຈຸດສະຫງວນພາຍໃນເຊຈໍາພອນ ເພື່ອອະນຸລັກແຂ້ ຢູ່ເມືອງຈໍາພອນ ໃນວັນທີ 30 ມິນາ 2022 (ມື້ວານນີ້)ເຮັດໃຫ້ຫຼາຍຄົນທີ່ຍັງບໍ່ເຂົ້າໃຈ ສະແດງຄວາມເປັນຫ່ວງວ່າເມື່ອພວກມັນໃຫຍ່ຂຶ້ນມາຈະທໍາຮ້າຍຄົນທີ່ອາໃສຢູ່ເຂດໃກ້ຄຽງ.

ຕໍ່ບັນຫານີ້, ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ແຂ້ນ້ອຍພັນພື້ນເມືອງລາວ ເຊີ່ງເປັນແຂ້ນໍ້າຈືດທີ່ປ່ອຍໃນຄັ້ງນີ້ ເປັນຊະນິດແຂ້ທີ່ໂຕບໍ່ໃຫຍ່ ແລະ ບໍ່ເປັນອັນຕະລາຍ ເພາະສ່ວນໃຫຍ່ມັນກິນແຕ່ປາ ແລະ ສັດນ້ອຍນໍ້າປະເພດສັດນໍ້າ, ຂະນະທີ່ປະຊາຊົນ 14 ບ້ານ ພາຍໃນ 4 ເມືອງເປົ້າໝາຍຂອງໂຄງການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ໄດ້ອະນຸລັກແຂ້ນໍ້າຈືດນີ້ມາແຕ່ດົນ ຈຶ່ງເຮັດໃຫ້ຍັງເຫຼືອພໍ່ແມ່ພັນໄວ້ແຕ່ບໍ່ຫຼາຍ ແລະ ໃກ້ສູນພັນແລ້ວ ຈຶ່ງເກີດມີໂຄງການອະນຸລັກ ແລະ ຂະ ຫຍາຍພັນແຂ້ດັ່ງກ່າວຂຶ້ນ.

ຫົວໜ້າກົມປ່າໄມ້ ໃຫ້ຮູ້ຕື່ມວ່າ: ສະເພາະຢູ່ລາວ, ແຂ້ນໍ້າຈືດພັນພື້ນເມືອງທໍາມະຊາດ ແມ່ນມີຢູ່ສະເພາະເຂດເຊຈໍາພອນທີ່ກວມເອົາ 4 ເມືອງຂອງແຂວງສະຫວັນນະເຂດ ຄື: ຈໍາພອນ, ໄຊບູລີ, ຊົນບູລີ ແລະ ສອງຄອນ ພຽງແຫ່ງດຽວເທົ່ານັ້ນ. ຂະນະທີ່ຢູ່ໃນບັນດາປະເທດໃນພາກພື້ນ ຫລາຍປະເທດໄດ້ສູນພັນໄປແລ້ວ. ອີງຕາມຂໍ້ມູນຫລ້າສຸດ ແຂ້ຊະນິດນີ້ ຍັັງເຫລືອຢູ່ສະເພາະໃນລາວ ແລະ ກໍາປູເຈຍ ເທົ່ານັ້ນ, ສ່ວນຢູ່ປະເທດອື່ນເຂົາເຈົ້າໄດ້ເອົາໄປຂະຫຍາຍພັນລ້ຽງຢູ່ໃນສວນສັດ ແລະ ຟາມຕ່າງໆ, ດັ່ງນັ້ນ ໂຄງການອະນຸລັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ເຊີ່ງເປັນແຜນງານໜຶ່ງທີ່ຈັດຕັ້ງປະຕິບັດໂດຍ WCS ຮ່ວມກັບພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ໂດຍຜ່ານການຮັບຮອງຈາກກະຊວງກະສິກໍາ ແລະ ປ່າໄມ້ ເຊີ່ງໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ (EU), ອົງການພັດທະນາແຫ່ງປະເທດຝລັ່ງ (AFD) ແລະ ມູນນິທິມາກະເລັດ ຄາຣກິວ (MACP) ໄດ້ເຂົ້າໄປຍົກລະ ດັບຄວາມສາມາດຂອງປະຊາຊົນ 14 ບ້ານພາຍໃນ 4 ເມືອງເປົ້າໝາຍ ໃຫ້ຮູ້ຈັກຕິດຕາມແຂ້ຈໍານວນໜຶ່ງທີ່ເປັນແມ່ພັນໄປວາງໄຂ່ ແລ້ວເອົາໄຂ່ດັ່ງກ່າວມາເພາະພັນ ແລະ ອະນຸບານໄວ້ເພື່ອປ່ອຍຄືນສູ່ທໍາມະຊາດເມື່ອມັນແຂງແຮງຂຶ້ນ, ພ້ອມນີ້ ໄດ້ຍົກລະດັບຄວາມສາມາດໃຫ້ປະຊາຊົນໃນການຄຸ້ມຄອງ ແລະ ປົກປັກຮັກສາແຂ້ທີ່ໄດ້ປ່ອຍໄປໃຫ້ມັນເຕີບໂຕ ແລະ ບໍ່ສູນພັນ.

ທ່ານກ່າວຕື່ມວ່າ: ແຂ້ນໍ້າຈືດ ຈັດຢູ່ໃນບັນຊີສັດຫວງຫ້າມປະເພດ I ຂອງລາວ. ສ່ວນການປ່ອຍແຂ້ພັນພື້ນ ເມືອງລາວຄືນສູ່ທໍາມະຊາດໃນຄັ້ງນີ້ ແມ່ນເປັນຄັ້ງທີ 2 ແລ້ວ, ແລະ ນັບຈາກນີ້ເປັນຕົ້ນໄປຈະຈັດພິທີປ່ອຍແຂ້ດັ່ງກ່າວຄືນສູ່ທໍຳມະຊາດທຸກປີເພາະມີໄຂ່ແຂ້ທີ່ໄດ້ນໍາມາເບາະແລະອະນຸບານໄວ້ແລ້ວ ເຊີ່ງແຂ້ນ້ອຍທີ່ຈະປ່ອຍຕ້ອງມີອາຍຸ 2 ປີ ຈິ່ງສາມາດປ່ອຍຄືນສູ່ທໍາມະຊາດໄດ້ ເຊີ່ງປັດຈຸບັນກະຊວງກະສິກໍາ ແລະ ປ່າໄມ້ ພວມຮ່ວມກັບ WCS ຫາວິທີຕິດຕາມແຂ້ທີ່ໄດ້ປ່ອຍໄປ ເພື່ອຮັບຂົງເຂດການເຄື່ອນໄຫວຂອງພວກມັນ.

ແຫຼ່ງຂ່າວ: Lao Youth Radio

LEAVE A REPLY

Please enter your comment!
Please enter your name here