ສປປ ລາວ ມີການຕິດເຊື້ອໃນຊຸມຊົນເພີ້ມຂື້ນຢ່າງຕໍ່ເນື່ອງໃນແຕ່ລະວັນ

0
1530

ຕາມການລາຍງານສະພາບໂຄວິດ-19 ປະຈຳວັນໃນ ສປປ ລາວ ວັນທີ 31 ມີນາ 2022 ໃຫ້ຮູ້ວ່າ:

ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ເຫັນວ່າ ການຕິດເຊື້ອໃນຊຸມຊົນ ຍັງເພີ້ມຂື້ນຢ່າງຕໍ່ເນື່ອງໃນແຕ່ລະວັນ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ຍັງຄົງໜ້າເປັນຫ່ວງທີ່ສຸດ ຈຳເປັນຕ້ອງໄດ້ເຝົ້າລະວັງ ແລະ ຕິດຕາມສະພາບການລະບາດຢ່າງໃກ້ຊິດ ໃນແຕ່ລະໄລຍະ, ເນື່ອງຈາກ ຍັງມີລາຍງານຕົວເລກຜູ້ຕິດເຊື້ອຫຼັກພັນໃນແຕ່ລະວັນ ໝາຍຄວາມວ່າ ທຸກຄົນ ແມ່ນມີຄວາມສ່ຽງສູງ ແລະ ສາມາດຕິດເຊື້ອພະຍາດໂຄວິດໄດ້ທຸກທີ່ ແລະ ທຸກເວລາ, ຖ້າຫາກທ່ານ ຍັງບໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ທີ່ໄດ້ວາງອອກໃນແຕ່ລະໄລຍະ ຢ່າງເຄັ່ງຄັດ.

ຕໍ່ກັບສະພາບການດັ່ງກ່າວ, ຂໍຮຽກຮ້ອງມາຍັງພໍ່ແມ່, ພີ່ນ້ອງ, ທະຫານ, ຕຳຫຼວດ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ເປັນເຈົ້າການຕົນເອງ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ໃຫ້ກາຍເປັນຄວາມຊີນເຄີຍໃນການດຳລົງຊີວິດປົກກະຕິປະຈຳວັນແບບໃໝ່ (new normal) ເປັນຕົ້ນ ໃສ່ຜ້າປິດປາກດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ​, ຮັກສາໄລຍະຫ່າງ 2 ແມັດຂຶ້ນໄປ, ບໍ່ຊຸມແຊວກັນເປັນກຸ່ມ, ຫຼີກລ້ຽງການເດີນທາງໄປສະຖານທີ່ແອອັດ ຫຼື ມີຄວາມສ່ຽງ ເຊິ່ງ ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອສະກັດກັ້ນການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງໃນປະເທດຂອງພວກເຮົາ.

ກ່ອນຈະເຂົ້າສູ່ໄລຍະບຸນປີໃໝ່ລາວໃນອີກ 2 ອາທິດຂ້າງໜ້ານີ້  ຄາດຄະເນວ່າ ຈຳນວນຜູ້ຕິດເຊື້ອໃໝ່ປະຈຳວັນ ຢູ່ ສປປລາວ ອາດຈະເພິ່ມສູງຂຶ້ນເປັນຈຳນວນຫຼາຍ, ຖ້າຫາກບັນດາທ່ານປ່ອຍປະລະເລີຍໃນການປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງບັນດາທ່ານ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຮອບດ້ານ ເພື່ອຄວາມປອດໄພຂອງໂຕທ່ານເອງ, ຄົນໃນຄອບຄົວ ແລະ ຊຸມຊົນຂອງທ່ານ.

LEAVE A REPLY

Please enter your comment!
Please enter your name here