ເມືອງເມີງ ທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ

0
1066

ເມືອງເມີງ ທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ.

ຕາມການລາຍງານ ຂອງຄວາມສະຫງົບໃຫ້ຮູ້ວ່າ: ວັນທີ 1 ເມສາ 2022 ນິີ້ ຢູ່ທີ່ຫ້ອງການສາທາລະນະສຸກເມືອງເມິງ, ແຂວງບໍ່ແກ້ວ, ໄດ້ມີພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ຢູ່ພາຍໃນເມືອງເມິງ. ໂດຍການເປັນປະທານ ຂອງທ່ານ ວັນນາ ຄຳສີປະເສີດ, ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານຂົງເຂດພັກ-ພະນັກງານ, ເປັນກຽດເຂົ້າຮ່ວມຂອງທ່ານ ດຣ ຄໍາສິນ ພົມມະຫານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ ບໍ່ແກ້ວ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ ແລະ ຄະນະຮັບຜິດຊອບຂະແໜງການທີ່ກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.

ການລົງກວດກາສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງໃນຄັ້ງນີ້ ຄະນະຮັບຜິດຊອບຂອງເມືອງ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 10 ມິນາ -1 ເມສາ 2022 ເຊີ່ງປະກອບມີວິຊາການຈາກພາກສ່ວນທີ່ກ່ຽວຂ້ອງຄື: ຫ້ອງການສາທາລະນະສຸກ, ຫ້ອງການ-ການຄ້າ, ຫ້ອງການ-ການເງີນ ແລະ ເຈົ້າໜ້າທີ່ ປກສ ເມືອງ ລົງກວດແຕ່ລະຮ້ານ ຢູ່ພາຍໃນເມືອງເມີງ ເຊິ່ງໄດ້ພົບເຫັນສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ລວມທັງໝົດມີ 35 ລາຍການ; ປະກອບມີເຄື່ອງບໍລິໂພກ ປະເພດເຂົ້າໝົມ, ເຄື່ອງປຸ່ງ, ອາຫານແຫ້ງ ແລະ ເຄື່ອງດື່ມ ລວມມີມູນຄ່າທັງໝົດ 5 ລ້ານ 5 ແສນກວ່າກີບ;

ທັ້ງນີ້ ກໍ່ເພື່ອຮັບປະກັນໃຫ້ສິນຄ້າທີ່ວາງຈໍາໜ່າຍຢູ່ບັນດາຮ້ານຂາຍເຄື່ອງ ຢູ່ພາຍໃນເມືອງເມິງໄດ້ມາດຕະຖານ, ມີຄຸນນະພາບ ທັງຮັບປະກັນຄວາມປອດໄພ ຂອງຜູ້ບໍລີໂພກ ເພາະການນຳໃຊ້ສິນຄ້າທີ່ໝົດອາຍຸ ຫຼື ສິນຄ້າປອມແປງ ແມ່ນມີຜົນກະທົບຮ້າຍແຮງ ຕໍ່ສຸຂະພາບຂອງຜູ້ຊົມໃຊ້. ທ່ານ ວັນນາ ຄຳສີປະເສີດ, ຮອງເລຂາພັກເມືອງ ຍັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ສ້າງແຜນການເຄື່ອນໄຫວລົງກວດກາສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງ ຢູ່ບັນດາຮ້ານພາຍໃນເມືອງ ໃຫ້ເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ສຶກສາອົບຮົມ ແກ່ຜູ້ປະກອບການຮ້ານຂາຍເຄື່ອງຍ່ອຍເຫັນໄດ້ເຖິງໄພອັນຕະລາຍ ຂອງສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ແນໃສ່ເຮັດໃຫ້ຜູ້ບໍລິໂພກໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບ, ມີປະໂຫຍດຕໍ່ຮ່າງກາຍ ແລະ ເພື່ອສຸຂະພາບ ຂອງໝົດທຸກຄົນໃນສັງຄົມ.

ພາບ-ຂ່າວ: ນາງ ມີໂຕ ແພງປັນຍາ

LEAVE A REPLY

Please enter your comment!
Please enter your name here