ລາວໄດ້ຮັບການຊ່ວຍເຫຼືອລ້າ 5 ລ້ານໂດລາ ເຂົ້າໃນວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ

0
1188

ຍີ່ປຸ່ນ​ໃຫ້ການຊ່ວຍເຫຼືອລ້າລວມເປັນມູນຄ່າ 5 ລ້ານໂດລາສະຫະລັດເພື່ອເລັ່ງແກ້ໄຂວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ.

ພິທີລົງ​ນາມ​ເອ​ກະ​ສານ​ແລກ​ປ່ຽນ “ໂຄງການພັດທະນາເສດຖະກິດ ແລະ ສັງຄົມ” ໄດ້ຈັດຂຶ້ນໃນວັນທີ 1 ເມສາ ທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ. ການລົງນາມເອກະສານແລກປ່ຽນແມ່ນຕາງໜ້າໂດຍ ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ແລະ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພາຍໃຕ້ການຮ່ວມເປັນສັກຂີພະຍານຂອງຕົວແທນຈາກຫຼາຍກະຊວງທີ່ກ່ຽວຂ້ອງ. ລັດຖະບານຍີ່ປຸ່ນຈະສະໜອງການຊ່ວຍເຫຼືອລ້າເປັນມູນຄ່າປະມານ 5 ລ້ານໂດລາສະຫະລັດເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ໂຄງການດັ່ງກ່າວແມ່ນເພື່ອມອບອຸປະກອນທີ່ຈຳເປັນໃນການຝຶກອົບຮົມເພື່ອສ້າງນັກເກັບກູ້ລະເບີດບໍ່ທັນແຕກໃນອະນາຄົດ ແລະ ອຸປະກອນທີ່ນຳໃຊ້ໃນວຽກງານເກັບກູ້ລະເບີດ ໃຫ້ແກ່ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດລາວ (UXO).

ປັດຈຸບັນ, ມີລະເບີດທີ່ບໍ່ທັນແຕກຈຳນວນປະມານ 80 ລ້ານລູກຕົກຄ້າງຢູ່ໃນສປປ ລາວພາຍຫຼັງສົງຄາມອິນດູຈີນສິ້ນສຸດລົງກວ່າ 40 ປີແລ້ວ. ບັນຫາດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສົ່ງຜົນໃຫ້ປະຊາຊົນຂາດເຂີນພື້ນທີ່ໆປອດໄພ ທີ່ຈຳເປັນໃນການພັດທະນາເສດຖະກິດ-ສັງຄົມ. ລັດຖະບານລາວໄດ້ຍົກເອົາການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດບໍ່ທັນແຕກ ແລະ ການຫຼຸຸດຜ່ອນຈຳນວນຜູ້ເຄາະຮ້າຍ​ເປັນ​ບັນຫາບູລິມະສິດ​​ ​ໃນ​ແຜ​ນ​ພັດ​ທະ​ນາ​ເສ​ດ​ຖະ​ກິດ-ສັງ​ຄົມແຫ່ງຊາດຄັ້ງ​ທີ 9,  ພ້ອມດຽວກັນນັ້ນການຕັ້ງເປົ້າໝາຍ “ປົກປ້ອງຊີວິດຈາກລະເບີດບໍ່ທັນແຕກ” ເປັນເປົ້າໝາຍທີ 18 ຂອງເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ຂອງສປປ ລາວ ໄດ້ກາຍເປັນໂຕແບບໃຫ້ແກ່ບັນດາປະເທດທີ່ກຳລັງປະເຊີນກັບບັນຫາກັບລະເບີດ ແລະ ລະເບີດບໍ່ທັນແຕກອື່ນໆ.

ຍີ່ປຸ່ນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ປະເທດລາວໃນດ້ານການເກັບກູ້ລະເບີດບໍ່ທັນແຕກລວມເປັນມູນຄ່າກວ່າ 66.6 ລ້ານໂດລາສະຫະລັດໃນໄລຍະເວລາຍາວນານຫຼາຍກວ່າ 20 ປີ. ການຊ່ວຍເຫຼືອຈຳນວນໜຶ່ງແມ່ນໄດ້ເຄື່ອນໄຫວເກັບກູ້ລະເບີດ ແລະ ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ (MRE) ໂດຍຜ່ານການຮ່ວມມືຈາກອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ຈາກປະເທດຍີ່ປຸ່ນ ແລະ ສາກົນ. ນອກຈາກນີ້, ອົງການ JICA ຍັງໄດ້ສະໜັບສະໜູນໂດຍຜ່ານໂຄງການຮ່ວມມືດ້ານວິຊາການເພື່ອແນໃສ່ການພັດທະນາວຽກງານການກຳນົດແຜນເກັບກູ້ໃຫ້ມີປະສິດທິພາບ ແລະ ຍົກລະດັບຄວາມສາມາດໃນການຕິດຕາມໂຄງການໃຫ້ແກ່ພະນັກງານ.

ການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດບໍ່ທັນແຕກກໍແມ່ນບັນຫາບູລິມະສິດໜຶ່ງຕໍ່ການເປັນ “ຄູ່ຮ່ວມຍຸດທະສາດ” ລະຫວ່າງຍີ່ປຸ່ນ ແລະ ລາວ. ໃນຕົ້ນເດືອນມີນາປີ 2022, ທ່ານ ຄິຊິດະ ຟຸມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນ, ພ້ອມດ້ວຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ຢັ້ງຢືນຮ່ວມກັນວ່າ ທັງສອງປະເທດຈະເອົາໃຈໃສ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ແລະ ພັດທະນາການເປັນຄູ່ຮ່ວມມືພາຍໃຕ້ “ແຜນປະຕິບັດງານເພື່ອຄວາມກ້າວໜ້າຂອງການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ” ເຊິ່ງໄດ້ກວມເອົາການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດທີ່ບໍ່ທັນແຕກໂດຍຜ່ານການຮ່ວມມືຂອງທັງສອງຝ່າຍ.

ໃນພິທີເຊັນສັນຍາ ທ່ານທູດໄດ້ກ່າວວ່າ “ຂ້າພະເຈົ້າໄດ້ມີໂອກາດສຳພັດເຖິງຄວາມສຳຄັນຂອງການເກັບກູ້ລະເບີດ ໃນຂະນະທີ່ໄດ້ເດີນທາງໄປຢ້ຽມຢາມແຂວງຊຽງຂວາງ ແລະ ໄດ້ໄປທັດສະນະສະຖານທີ່ຕົວຈິງທີ່ໃຊ້ໃນການເກັບກູ້ລະເບີດທີ່ອົງການ NGO ຂອງຍີ່ປຸ່ນ ແລະ UXO ລາວກຳລັງປະຕິບັດການຢູ່. ນອກຈາກນັ້ນ, ຂ້າພະເຈົ້າໄດ້ມີໂອກາດໄປທັດສະນະສູນຢ້ຽມຢາມເກັບກູ້ລະເບີດທີ່ແຂວງຫຼວງພະບາງ ແລະ ໄດ້ຮັບຮູ້ເຖິງສະພາບການເກັບກູ້ລະເບີດທີ່ເປັນໄພຄຸກຄາມຕໍ່ຊີວິດ ພ້ອມທັງສະພາບຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ. ວັນຈັນທີ 4 ເມສາທີ່ກຳລັງຈະມາເຖິງໃນອາທິດໜ້ານີ້ ແມ່ນ ວັນໂຄສະນາ ແລະ ຊ່ວຍເຫຼືອການເກັບກູ້ກັບລະເບີດ ແລະ ລະເບີດທີ່ບໍ່ທັນແຕກສາກົນ. ຂ້າພະເຈົ້າຄາດຫວັງເປັນຢ່າງຍິ່ງວ່າ ໂຄງການຊ່ວຍເຫຼືອນີ້ຈະຊ່ວຍຊຸກຍູ້ໃຫ້ວຽກງານການເກັບກູ້ລະເບີດໃນປະເທດລາວມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ. ໃນຖານະທີ່ເປັນຄູ່ຮ່ວມຍຸດທະສາດຂອງປະເທດລາວ, ຫຼັງຈາກນີ້, ປະເທດຍີ່ປຸ່ນກໍຈະສືບຕໍ່ໃຫ້ການຊ່ວຍເຫຼືອ ຕາມຄວາມຕ້ອງການຂອງປະເທດລາວໃນອະນາຄົດ.”

LEAVE A REPLY

Please enter your comment!
Please enter your name here