ໃນ 3 ເດືອນ ແຂວງເຊກອງມີຜູ້ເສຍຊີວິດ 14 ຄົນ ຈາກອຸບັດເຫດ

0
763

ຕາມການລາຍງານຂອງ ທ່ານຮ້ອຍເອກ ບຸນສະຫງວນ ພົມມະລິນ ຮອງຫົວໜ້າພະແນກຈະລາຈອນ ກອງບັນຊາການ ປກສ ແຂວງເຊກອງ ເມື່ອບໍ່ດົນນີ້ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ 2022 ທົ່ວແຂວງເຊກອງ ມີອຸບັດເຫດເກີດຂຶ້ນທັງໝົດ 38 ລາຍ, ທຽບໃສ່ໄລຍະດຽວປີຜ່ານມາຫຼຸດລົງ 22 ລາຍ, ມີພາຫະນະເປ່ເພທັງໝົດ 56 ຄັນ ແລະ ມີຜູ້ໄດ້ຮັບບາດເຈັບ 48 ຄົນ. ໃນນີ້, ເຈັບເລັກນ້ອຍ 20 ຄົນ, ເຈັບສົມຄວນ 22 ຄົນ, ສາຫັດ 6 ຄົນ, ເສຍຊີວິດ 14 ຄົນ ແລະ ປະເມີນມູນຄ່າເສຍຫາຍ 600 ລ້ານກວ່າກີບ.

ເຖິງວ່າສະພາບການເກີດອຸບັດເຫດຈະມີທ່າອ່ຽງຫຼຸດລົງ ແຕ່ໂດຍລວມຍັງມີຜູ້ຂັບຂີ່ໄດ້ຮັບບາດເຈັບ, ເສຍຊີວິດ ແລະ ມູນຄ່າການເສຍຫາຍສູງ ຊຶ່ງສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ແມ່ນມາຈາກຜູ້ຂັບຂີ່ຂາດສະຕິໃນການໃຊ້ລົດ-ໃຊ້ຖະໜົນ ແລະ ລະເມີດກົດລະບຽບການສັນຈອນເປັນຕົ້ນ ເດັກອາຍຸບໍ່ທັນເຖິງກະສຽນ, ບໍ່ມີໃບອະນຸຍາດຂັບຂີ່, ການຂັບຂີ່ລົດໄວເກີນກໍານົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະ ປ່ຽນທິດທາງ ຫຼື ລ້ຽວບໍ່ຮັບປະກັນ.

ທ່ານ ຮ້ອຍເອກ ບຸນສະຫງວນ ພົມມະລິນ ຍັງໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ມີສະຕິຕື່ນຕົວໃນການສັນຈອນ ໂດຍສະເພາະໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພ.ສ 2564 ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2565 ທີ່ຈະມາເຖິງນີ້, ໃຫ້ແຕ່ລະຄົນເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນໃຫ້ເຂັ້ມງວດ, ໝັ່ນກວດກາສະພາບເຕັກນິກລົດຂອງຕົນຢ່າງເປັນປະຈໍາ, ຮຽນຮູ້ການຂັບຂີ່ປອດໄພ ແລະ ຫຼີກລ່ຽງການດື່ມສິ່ງມຶນເມົາແລ້ວຂັບຂີ່ ເພື່ອເຮັດໃຫ້ການສູນເສຍຈາກການເກີດອຸບັດເຫດຫຼຸດນ້ອຍຖອຍລົງ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here