ກອງປະຊຸມລະດົມຄວາມຄິດ ໃນການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ

0
1718

ໃນວັນທີ 6 ເມສາ ນີ້ ທີ່ຫໍປະຊຸມສະພາແຫ່ງຊາດສະພາແຫ່ງຊາດ, ໄດ້ຈັດກອງປະຊຸມລະດົມແນວຄວາມຄິດ ໃນການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ໃນໄລຍະຜ່ານມາ, ປະເທດເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍໃໝ່ ນັ້ນແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ອື່ນໆ. ເປັນຕົ້ນຄຶື ຂະແໜງອຸດສາຫະກຳ, ການຄ້າ, ກະສິກຳ, ການບໍລິການ ແລະ ຂະແໜງການອື່ນໆອີກ.

ອີກປະການໜຶ່ງ ລາຄານໍ້າມັນໃນຕະຫຼາດໂລກມີການປັບຂຶ້ນ ແລະຄຽງຄູ່ກັນນັ້ນ, ອັດຕາແລກປ່ຽນເງິນກີບຕໍ່ເງິນສະກຸນຫຼັກມີການຜັນຜວນສົມຄວນ ເຮັດໃຫ້ຜູ້ປະກອບການພົບກັບຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດ ແລະ ຈະມີຜົນທາງລົບຕໍ່ຄາດໝາຍດ້ານເສດຖະກິດມະຫາພາກ ເຊິ່ງຈະສົ່ງຜົນກະທົບຕໍ່ການເກັບລາຍຮັບງົບປະມານ ແລະ ເຮັດໃຫ້ເກີດມີໄພວ່າງງານ, ປະກົດການຫຍໍ້ທໍ້ເກີດຂຶ້ນຕາມມາ.

ຜ່ານມາລັດຖະບານກໍໄດ້ມີຄວາມພະຍາຍາມເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ ແຕ່ຍ້ອນມີຄວາມຫຍຸ້ງຍາກດັ່ງກ່າວ ພວກເຮົາຕ້ອງມີຄວາມພະຍາຍາມຕື່ມ.

ດັ່ງນັ້ນ, ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າສະພາແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມລະດົມຄວາມຄິດ ເພື່ອຮັບຟັງການປະກອບຄໍາຄິດເຫັນຈາກບັນດາທ່ານ ຊຶ່ງມາຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ.

ເປັນຕົ້ນສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາຂະແໜງການຂົງເຂດເສດຖະກິດ, ສະຖາບັນຄົ້ນຄວ້າເສດຖະກິດ, ຕາງໜ້າຈາກອົງການສາກົນປະຈໍາ ສປປ ລາວ ເພື່ອຊອກໃຫ້ເຫັນບັນຫາ ແລະ ຫາວິທີການແກ້ໄຂບັນຫາດັ່ງກ່າວ ຮ່ວມກັນເປັນແນວທາງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ໃນການສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ຮັບປະກັນໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

ທ່ານປະທານສະພາແຫ່ງຊາດ ຍັງຮຽກຮ້ອງ ມາຍັງບັນດາທ່ານທີ່ເຂົ້າຮ່ວມປະຊຸມ ຈົ່ງສຸມສະຕິປັນຍາປະກອບຄໍາເຫັນໃສ່ບັນຫາດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ແຫຼ່ງຂ່າວ ແລະ ຮູບພາບຈາກ: ໜັງສືພິມປະຊາຊົນ

LEAVE A REPLY

Please enter your comment!
Please enter your name here