ພິພິຕະພັນຫຼວງພະບາງ ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວແລ້ວ!

0
1417

ຫໍພິພິຕະພັນ ນະຄອນ ຫຼວງພະບາງ ໄດ້ເປີດບໍລິການຕໍ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມທຸກມື້ ເລີ່ມແຕ່ວັນທີ 1 ເມສາ 2022 ເປັນຕົ້ນໄປ ເພື່ອແນໃສ່ໃຫ້ນັກທ່ອງທ່ຽວ ທີ່ມີເວລາໜ້ອຍໃນການມາທ່ຽວຊົມ ໂດຍສະເພາະແມ່ນວັນເສົາ-ວັນທິດ ໄດ້ເຂົ້າຊົມ ເນື່ອງຈາກໄລຍະຜ່ານມາ ຫໍພິພິຕະພັນໄດ້ປິດໃຫ້ບໍລິການໃນວັນພັກສອງວັນດັ່ງກ່າວ.

ທ່ານ ສົມໃຈ ຫົງພະຈັນ ຫົວໜ້າຫໍພິພິຕະພັນ ແຂວງຫລວງພະບາງ ໄດ້ໃຫ້ຮູ້ວ່າ: ຫໍພິພິຕະພັນຫຼວງພະບາງ ເປັນພະລາດຊະວັງເກົ່າ ສ້າງຕາມແບບສະຖາປັດຕະຍະກຳຝຣັ່ງ ໃນປີ 1904 ແລະ ຕໍ່ເຕີມຍອດ ຂອງຜາສາດແບບລາວ ໃນປີ 1930.

ປັດຈຸບັນ ໃຊ້ສະແດງສິນລະປະ ແລະ ພຸດທະສາດສະໜາ ເປັນທີ່ປະດິດສະຖານພະບາງ ແລະ ສະແດງກ່ຽວກັບປະຫວັດເຈົ້າຊີວິດ ແລະ ຄອບຄົວ, ມີການກໍ່ສ້າງອາຄານໃໝ່ທີ່ສວຍງາມ ສຳລັບປະດິດສະຖານພະບາງ ໂດຍໄດ້ເລີ່ມເປີດໃຫ້ບໍລິການນັກທ່ອງທ່ຽວທຸກມື້ແລ້ວ ນັບແຕ່ວັນທີ 1 ເມສາ 2022, ວັນຈັນເຖິງວັນທິດ ໂດຍບໍ່ມີມື້ພັກ (ບໍ່ໄດ້ປິດ) ທັງນີ້ກໍເພື່ອແນໃສ່ຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າມມາທ່ຽວນະຄອນຫລວງພະບາງ ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວທີ່ມາທ່ຽວໄດ້ແຕ່ ວັນເສົາ-ວັນທິດ ໄດ້ມີໂອກາດເຂົ້າໄປທ່ຽວຊົມທາງໃນຫໍພິພິຕະພັນ.

ພ້ອມນີ້, ຍັງເປັນການກະຕຸ້ນແກ່ການທ່ອງທ່ຽວພາຍໃນປະເທດ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ລວມເຖິງໂອກາດປີໃໝ່ລາວທີ່ຈະມາເຖິງນີ້ ຈະມີຜູ້ຄົນເຂົ້າມາທ່ຽວຊົມເມືອງ ມໍລະດົກໂລກຫລວງພະບາງ ນັບມື້ນັບຫລາຍຂຶ້ນ.

ສະນັ້ນ, ຫໍພິພິຕະພັນ ນະຄອນ ຫຼວງພະບາງ ເປີດບໍລິການໃຫ້ແຂກນັກທ່ອງທ່ຽວເຂົ້າຊົມ ໂດຍບໍ່ມີມື້ປິດນັ້ນ ກໍເປັນສ່ວນໜຶ່ງໃນການຕອບສະໜອງດ້ານການທ່ອງທ່ຽວໃນພື້ນທີ່ສີຂຽວ ແລະ ຈະເຮັດໃຫ້ແຂວງຫຼວງພະບາງມີລາຍຮັບເພີ່ມຂຶ້ນ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here