ການປັບປຸງ-ຍົກລະດັບ ​ເສັ້ນ​ທາງ 28A ຈາກທາງ​ເລກ 9 ຫາ ​ເມືອງ ວິ​ລະ​ບູ​ລີ

0
1166

ແຂວງສະຫວັນນະເຂດ ຮ່ວມກັບ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ນຳໃຊ້ເງິນຈາກກອງທຶນຟື້ນຟູໂຄງການບໍ່ຄຳ-ທອງ ເຊໂປນ ຈຳນວນ 5.000.000 ໂດລາ ສະຫະລັດ ເຂົ້າໃນການປັບປຸງ-ຍົກລະດັບ ​ເສັ້ນ​ທາງ 28A ຈາກທາງ​ເລກ 9 ຫາ ​ເມືອງ ວິ​ລະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ.

ທີ່​ຫ້ອງ​ອາ​ຫານ ລາວ​ເດີມ, ໃນ​ວັນ​ທີ 5 ເມ​ສາ 2022 ນີ້  ​ອຳ​ນາດ​ການ​ປົກ​ຄອງແຂວງ​ສະ​ຫວັນ​ນະ​ເຂດ ແລະ ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ມີ​ການ​ລົງ​ນາມໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MoU) ເພື່ອ​ຍົກ​ລະ​ດັບ​ເສັ້ນ​ທາງ​ຂອງລັດ ເລກ​ທີ 28A ​ ໂດຍ​ການປູ​​ຢາງ​ສອງ​ຊັ້ນ ມີ​ຄວາມ​ຍາວ  41,56 ກິ​ໂລ​ແມັດ ແຕ່​ບ້ານ​ນາ​ບໍ່ ຫາ ເມືອງວິ​ລະ​ບູ​ລີ ເຊິ່ງ​ເປັນທີ່​ຕັ້ງ​ຂອງ ບໍ່​ຄຳ-ທອງ ເຊ​ໂປນ.

ໂຄງ​ການ​ຍົກ​ລະ​ດັບ​ເສັ້ນ​ທາງ​ດັ່ງ​ກ່າວ​ນີ້ ຈະ​ສະ​ໜອງ​ການ​ເຂົ້າ​ເຖິງ​ເສັ້ນ​ທາງ​ໃຫ້​ແກ່ ຄົນ​ທ້ອງ​ຖິ່ນ​ຈາກ​ເມືອງວິ​ລະ​ບູ​ລີ ຫຼາຍກວ່າ 40 000 ຄົນ.

ໃນຜ່ານ​ມາ ເສັ້ນ​ທາງ 28A ດັ່ງ​ກ່າວ ​ເປັນ​ເສັ້ນ​ທາງປູ​ຢາງ ​ທີ່​ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML)   ໄດ້​ສ້າງ​ຂຶ້ນ ມາແຕ່ປີ 2005 ເພື່ອເຊື່ອມ​ຕໍ່​ກັບ​ເສັ້ນ​ທາງ ເລກ​ທີ 9 ຈາກບ້ານ​ນາ​ບໍ່, ເມືອງ​ເຊ​ໂປນ ຫາ ເມືອງວິ​ລະ​ບູ​ລີ ແລະ ​ເປັນ​ແລວ​ທາງ​ເສດ​ຖະ​ກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ​ທີ່​ສຳ​ຄັນໃຫ້​ແກ່ການ​ຂົນ​ສົ່ງ​ສິນ​ຄ້າ ແລະ ການ​ພັດ​ທະ​ນາ ໂດຍ​ເຊື່ອມ​ຕໍ່ ສ​ປ​ປ ລາວ ກັບ​ປະ​ເທດ​ຫວຽດ​ນາມ ແລະ ໄທ ກໍ​ຄື ເປີດ​ທາງ​ສູ່​​ເຂດ​ຊົນ​ນະ​ບົດ ​ໃຫ້​ມີການ​ຜະ​ລິດ​ກະ​ສິ​ກຳ ແລະ ​ເສດ​ຖະ​ກິດ​ອື່ນໆ ໃຫ້​ໄດ້​ດີ.

ປະ​ຈຸ​ບັນ  ເສັ້ນນ​ທາງ​ດັ່ງ​ກ່າວ ແມ່ນໄດ້​ເປ່​ເພ​ເສຍ​ຫາຍ​ຫຼາຍ​ບ່ອນ ຍ້ອນ​ມີ​ການ​ໃຊ້​ງານ​ມາ​ຍາວນານກວ່າ 10 ​ປີ ເຮັດໃຫ້ການ ສັນຈອນ, ຂົນສົ່ງສິນຄ້າ ເພື່ອຮັບໃຊ້ໃນການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ໃນເຂດດັ່ງກ່າວ ໄດ້ພົບຄວາມ ຫຍຸ້ງຍາກ ໂດຍສະເພາະ​ແມ່ນໃນຊ່ວງລະດູຝົນ.

ໂຄງ​ການຍົກ​ລະ​ດັບ​ເສັ້ນ​ທາງ​ຂອງລັດ ເລກ​ທີ 28 ນີ້ ຈະ​ໄດ້ນຳໃຊ້ເງິນຈາກກອງທຶນຟື້ນຟູໂຄງການບໍ່ຄຳ-ທອງເຊໂປນ ​ຈຳ​ນວນ US$ 5 ລ້ານ ເຊິ່ງ​ເປັນ​ເງິນ​ສະ​ສົມ ທີ່ບໍລິສັດ ລ້ານຊ້າງ ມີເນໂຣນ ລິມິເຕັດ ເປັນຜູ້ຮັກສາໄວ້ ເພື່ອນຳ​ໃຊັ​​ໃນ​ການຟື້ນ​ຟຸ​ສະ​ພາບ​ແວດ​ລ້ອມ ແລະ ສັງ​ຄົມພາຍຫຼັງການປິດບໍ່ ໃນ​ອະ​ນາ​​ຄົດ.

ກ່ອນປີ 2000ເມືອງວິ​ລະ​ບູ​ລີ​ ຍັງ​ຖື​ວ່າ​ເປັນ​ເຂດ​ຊົນ​ນະ​ບົດ​ຫ່າງ​ໄກ​ສອກຫຼີກ ເສັ້ນ​ທາງ​​ດິນ​ດັ້ງ​ເດີມ ​ແມ່ນ​ຄັບ​ແຄບ ແລະ ມີ​ນ້ຳ​ຖ້ວມ​ໃນ​ລະ​ດູ​ຝົນ ເຮັດ​ໃຫ້​ທາງ​ເລືອກ​ໃນ​ການ​ຂົນ​ສົ່ງ​ມີ​ຄວາມ​ຈຳ​ກັດ. ເສັ້ນ​ທາງ​ກໍເປັນ​ບວກ​ເປັນ​ຕົມ ​ທີ່​ຫຍຸ້ງ​ຍາກ​ລຳ​ບາກທີ່​ສຸດ ​ການ​ເດີນ​ທາງ​ດ້ວຍ​ລົດ ຈາກ​ບ້ານນາ​ບໍ່ ຫາ ເມືອງວິ​ລະ​ບູ​ລີ ແມ່ນໃຊ້​ເວ​ລາ​ຢ່າງ​ຕ່ຳ ເປັນ2 ມື້​ ຈຶ່ງ​ຮອດ.

ນອກ​ຈາກ​ນັ້ນ, ເມືອງວິ​ລະ​ບູ​ລີ ກໍເປັນ​ເຂດທີ່​ໄດ້​ມີການ​ຖິ້ມ​ລະ​ບີດຢ່າງຫຼວງຫຼາຍ ແລະ ຜົນ​ກະ​ທົບ​ທີ່​ຕາມ​ມາ​ຈາກ​ລະ​ເບີດ​ຝັງ​ດິນ​ທີ່​ບໍ່​ທັນ​ແຕກ ກໍ​​ເປັນ​ອັນ​ຕະ​ລາຍຢ່າງມະ​ຫາ​ສານ.

ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນນະເຂດ ໄດ້​ກ່າວ​ວ່າ:“​ໂດຍຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ເມືອງວິ​ລະ​ບູ​ລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ ມ​າ​ຍັງ LXMLທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ໃນ ສ​ປ​ປ ລາວ ແລະ ໃຫ້ການຮ່ວມໄມ້ ຮ່ວມມືອັນດີ ໃນການຮ່ວມກັນ​ຍົກ​ລະ​ດັບ​ເສັ້ນ​ທາງ 28A ໃນ​ຄັ້ງ​ນີ້.”

ເປັນ​ກຽດ​ລົງ​ນາມ​ໃນ MoU ຄັ້ງ​ນີ້​ມີ ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ແລະ ທ່ານ ວາລີຍະ ສີຈັນທອງທິບ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ​ສະ​ຫວັນ​ນະ​ເຂດ ​ໂດຍ​ການ​ເປັນ​ສັກ​ຂີ​ພະ​ຍານ​ຂອງ​ ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນະເຂດ, ພະ​ແນກ​ການອ້ອມຂ້າງ ແຂວງ, ພ້ອມ​ດ້ວຍອະດີດການນຳຂອງແຂວງ, ຫົວ​ໜ້າ​ຜະ​ແນກ​ໂຍ​ທາ​ທິ​ການ​ແຂວງ, ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ອຳ​ນາດ​ການ​ປົກ​ຄອງ​ເມືອງວິ​ລະ​ບູ​ລີ, ທີ່​ປຶກ​ສາ ແລະ ພະ​ນັກ​ງານ​ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML)

ທ່ານ ສະ​ໝານ ອະ​ເນ​ກາ ໄດ້​ກ່າວ​ວ່າ: “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່ ໂຄງ​ການ​ນີ້ ແລະ ການ​ຮ່ວມ​ມື​​ທີ່​ດີ​ສະ​ເໝີ​ມາ ກັບ​ແຂວງ​ສະ​ຫວັນ​ນະ​ເຂດ ຈະ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້​ສາ​ມາດ​ເດີນ​ທາງຢ່າງ​ປອດ​ໄພ ແລະ ສາ​ມາດ​ນຳ​ເອົາ​ສິນ​ຄ້າ​ຕົນ​ເຂົ້າ​ເຖິງ​ຕະຫຼາດ. ການ​ລົງ​ທຶນ​ໃໝ່​ນີ້​ຈະ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ສຳ​ລັບ​ຄົນ​ທ້ອງ​ຖິ່ນ ຈາກ ກິດ​ຈະ​ກຳ​ດ້ານ​ກະ​ສິ​ກຳ, ການ​ທ່ອງ​ທ່ຽວ ແລະ ເສດ​ຖະ​ກິດທີ່​ຍືນ​ຍົງ​ພາຍຫຼັງ​ທີ່​ບໍ່​ຄຳທອງ ເຊ​ໂປນ ປິດ​ລົງ​ໃນ​ອະ​ນາ​ຄົດ.”

ມາ​ຮອດ​ປັດ​ຈຸ​ບັນ, ທຸກໆ​ບ້ານ​ຢູ່​ໃນ​ເມືອງວິ​ລະ​ບູ​ລີ ແມ່ນ​ມີ​ເສັ້ນ​ທາງ​ເຂົ້າ​ເຖິງ. ນັບ​ຕັ້ງ​ແຕ່​ເລີ່ມ​ການ​ດຳ​ເນີນການ​ຂຸດ​ຄົ້ນຜະ​ລິດ​ຄຳທອງ ໃນ​ປີ 2003 ເປັນ​ຕົ້ນ​ມາ, LXML ໄດ້​ລົງ​ທຶນ​ປະ​ມານ US$20 ລ້ານ​ເພື່ອ​ກໍ່​ສ້າງ ແລະ ບຳ​ລຸງ​ຮັກ​ສາ​ເສັ້ນ​ທາງ​ທ້ອງ​ຖິ່ນ ພາຍ​ໃນ​ເມືອງ ລວມ​ທັງ​ເສັ້ນ​ທາງ 28A.

ນອກ​ຈາກ​ນັ້ນ, LXML ຍັງ​ສະ​ໜອງ​ທຶນ​ຈາກ ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ​ນັບ​ເປັນ​ມູນ​ຄ່າ US$750 000  ຕໍ່​ປີ ໃຫ້​ແກ່ເມືອງວິ​ລະ​ບູ​ລີ ເຊິ່ງ​ສ່ວນ​  ໜຶ່ງ​ຂອງ​ທຶນ​ກໍ​ຖືກ​ແບ່ງ​ເຂົ້າ​ໃນ​ການ​ກໍ່​ສ້າງ ແລະ ສ້ອມ​ແປງ​ເສັ້ນ​ທາງ​ທ້ອງ​ຖິ່ນ ບວກ​ກັບ ໂຄງ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ພື້ນ​ຖານ, ການ​ສຶກ​ສາ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ.

ນອກຈາກນີ້, ບໍລິສັດຍັງໄດ້ ລົງທຶນປະມານ US$34 ລ້ານ ໃນການກໍ່ສ້າງ ແລະ ບຳລຸງຮັກສາຕາໜ່າງໄຟຟ້າແຫ່ງຊາດຈາກ ເມືອງ​ທ່າ​ແຂກ ເຖິງມະ​ຫາ​ໄຊ ດ້ວຍການຮ່ວມມືກັບລັດວິສາຫະກິດໄຟຟ້າລາວ.

ນັບຕັ້ງແຕ່ເລີ່ມການດຳເນີນການຂຸດຄົ້ນບໍ່ແຮ່ເປັນຕົ້ນມາ ບໍລິສັດ ລຊມລ ໄດ້ສະໜອງລາຍຮັບໂດຍກົງ ຫຼາຍກວ່າ US$1.6ຕື້ ໃຫ້ແກ່ລັດຖະບານລາວຜ່ານ​ການ​ຈ່າຍ​ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ເງິນ​ປັນ​ຜົນ ແລະ ພາ​ສີອາ​ກອນ​ຕ່າງໆ. ສ່ວນຜົນປະໂຫຍດທາງອ້ອມ ເປັນ​ຕົ້ນ ການສ້າງວຽກເຮັດງານທຳ, ການຝຶກອົບຮົມ ແລະ ການສະ​ໜັບ​ສະ​ໜູນ​ທຸ​ລະ​ກິດ​ທ້ອງ​ຖິ່ນ ນັ້ນ​ ໄດ້​ຫັນປ່ຽນ ເມືອງວິ​ລະ​ບູ​ລີ ຈາກ ສະ​ຖາ​ນະ​ໜຶ່ງ​ໃນ​ເມືອງ​ທີ່​ທຸກ​ຍາກ​ທີ່​ສຸດ​ຂອງ ສ​ປ​ປ ລາວ ສູ່ ເມືອງ​ທີ່​ມີ​ເສດ​ຖະ​ກິດ​ຊົນ​ນະ​ບົດ​ທີ່​ຂະ​ຫຍາຍ​ໂຕ​ຢ່າງວ່ອງ​ໄວ​.

LEAVE A REPLY

Please enter your comment!
Please enter your name here